ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

16:50 | 10/10/2020

ທະນາຄານ UOB ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 3 ປີ 2020 ວ່າແມ່ນ 3% ແລະ ໄຕມາດ 4 ປີ 2020 ແມ່ນ 4%.

ຄາດຄະເນລະດ ບການເຕ ບໂຕ gdp ຂອງ ຫວຽດນາມ ໃນໄຕມາດ 4 ປ 2020 ແມ ນ 4 ລັດຖະບານລາວວາງອອກບັນດາວຽກງານຈຸດສຸມ ປະຈໍາເດືອນຕຸລາ ປີ 2020
ຄາດຄະເນລະດ ບການເຕ ບໂຕ gdp ຂອງ ຫວຽດນາມ ໃນໄຕມາດ 4 ປ 2020 ແມ ນ 4 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 4 ຂອງສະມາຄົມມິດຕະພາບຫວຽດນາມ - ໂປໂລຍ ໄລຍະ 2020-2025

ເມື່ອບໍ່ດົນມານີ້, ທະນາຄານນາໆຊາດ ສິງກະໂປ UOB ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມ ບັນລຸໄດ້ລະດັບການເຕີບໂຕທີ່ເປັນໜ້າຊື່ນຊົມຄືດັ່ງກ່າວ ແມ່ນຍ້ອນ ຫວຽດນາມ ສາມາດຄວບຄຸມໄດ້ໂລກລະບາດໂຄວິດ-19 ສຳເລັດຜົນ, ສ້າງທ່ວງທ່າໃຫ້ແກ່ການຟື້ນຟູການຜະລິດເສດຖະກິດຢູ່ພາຍໃນປະເທດ. ທະນາຄານ UOB ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 3 ປີ 2020 ວ່າແມ່ນ 3% ແລະ ໄຕມາດ 4 ປີ 2020 ແມ່ນ 4%.

ຄາດຄະເນລະດ ບການເຕ ບໂຕ gdp ຂອງ ຫວຽດນາມ ໃນໄຕມາດ 4 ປ 2020 ແມ ນ 4
ພາບປະກອບ

ມີຫຼາຍອົງການຈັດຕັ້ງສາກົນໄດ້ຄາດຄະເນວ່າເສດຖະກິດຫວຽດນາມ, ຈະຟື້ນຟູດີພໍສົມຄວນ, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ນອນໃນຈຳນວນໜ້ອຍບັນດາປະເທດໃນໂລກມີການເຕີບໂຕທາງບວກໃນປີ 2020 ຍ້ອນການຄວບຄຸມພະຍາດໂຄວິດ-19 ໄດ້ດີ. ສ່ວນຫຼາຍບັນດາອົງການຈັດຕັ້ງສາກົນກໍ່ຖືວ່າ, ຫວຽດນາມຈະໄດ້ຊົມໃຊ້ຜົນປະໂຫຍດຈາກການເຄື່ອນຍ້າຍແຫຼ່ງເງິນລົງທຶນໃນໂລກ ແລະຫວຽດນາມ ເຂົ້າຮ່ວມບັນດາສັນຍາການຄ້າສອງຝ່າຍ ແລະຫຼາຍຝ່າຍດ້ວຍຈຳນວນຫຼາຍຈະຊ່ວຍພື້ນຖານເສດຖະກິດຫວຽດນາມ ມີກາລະໂອກາດຫຼາຍຢ່າງເພື່ອພັດທະນາ, ພິເສດສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະສະຫະພາບເອີລົບ ຫາກໍ່ໄດ້ຮັບການປະຕິບັດ..

ກ່ອນໜ້ານັ້ນ, ບົດລາຍງານອັບເດດແງ່ຫວັງ ແລະການພັດທະນາອາຊີ 2020 ຂອງທະນາຄານພັດທະນາອາຊີ (ADB) ຕີລາຄາວ່າ ພື້ນຖານເສດຖະກິດຫວຽດນາມອາດຈະເຕີບໂຕໃນລະດັບ 1,8% ໃນປີ 2020 ແລະເພີ່ມຂຶ້ນລະດັບ 6,3% ໃນປີ 2021.

ໄຕມາດທີ I, ເສດຖະກິດຂອງຫວຽດນາມ ບັນລຸລະດັບເຕີບໂຕ 3,82%. ໄຕມາດທີ II, ພື້ນຖານເສດຖະກິດ “ຫຼຸດລົງ”, ລະດັບເຕີບໂຕບັນລຸພຽງແຕ່ 0,39% (ຍ້ອນການກັກບໍລິເວນທົ່ວສັງຄົມ). ໄຕມາດທີ III, ເມື່ອພະຍາດໂຄວິດ-19 ແຜ່ລະບາດຄືນໃໝ່ໃນເດືອນກໍລະກົດ, ບັນດານັກຊ່ຽວຊານເສດຖະກິດເປັນຫວ່ງວ່າສະພາບເສດຖະກິດອາດສາມາດປະສົບກັບຄວາມຫຍຸ້ງຍາກກວ່າ, ເຖິງຢ່າງໃດກໍ່ຕາມ, ເພື່ອພັດທະນາ, ພ້ອມກັບການກະທົບເປັນຢ່າງຕັ້ງໜ້າຈາກບັນດານະໂຍບາຍໜູນຊ່ວຍວິສາຫະກິດ ແລະປະຊາຊົນຂອງລັດຖະບານໄດ້ປະກອບສ່ວນສຳຄັນຊ່ວຍພື້ນຖານເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກຢ່າງໝັ້ນຄົງ.

ບົດລາຍງານຂອງກະຊວງແຜນການ ແລະການລົງທຶນກໍ່ໃຫ້ເຫັນວ່າ, ການເຄື່ອນໄຫວດ້ານການຄ້າ, ການບໍລິການໃນເດືອນກັນຍາ ໄດ້ເຕີບໂຕຄືນໃໝ່, ຕະຫຼາດສິນຄ້າ ແລະຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆເປັນປົກກະຕິແລ້ວ, ບັນດາສະຖານທີ່ທ່ອງທ່ຽວຢູ່ຫຼາຍແຂວງ, ນະຄອນໄດ້ເປີດປະຕູຄືນໃໝ່. ບັນດາການເຄື່ອນໄຫວກະຕຸກຊຸກຍູ້ການໃຊ້ສອຍ, ການທ່ອງທ່ຽວພວມຜັນຂະຫຍາຍຢ່າງຂ້ຽວຂາດ. ຍອດລະດັບການຂາຍຍ່ອຍສິນຄ້າ ແລະລາຍຮັບຈາກການບໍລິການໃຊ້ສອຍເດືອນ ກັນຍາ 2020 ເພີ່ມ 2,7% ເມື່ອທຽບໃສ່ກັບເດືອນສິງຫາ ແລະເພີ່ມ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຄາດຄະເນລະດ ບການເຕ ບໂຕ gdp ຂອງ ຫວຽດນາມ ໃນໄຕມາດ 4 ປ 2020 ແມ ນ 4
ການຖະແຫລງຂ່າວນັດສາມັນເດືອນ ກັນຍາ ຂອງລັດຖະບານ (ພາບ: VGP)

ຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດນັ້ນແມ່ນການເຄື່ອນໄຫວສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ສືບຕໍ່ບັນລຸລະດັບການສົ່ງອອກເກີນດຸນຂຶ້ນເຖິງເກືອບ 17 ຕື້ໂດລາສະຫະລັດ ພາຍຫຼັງ 9 ເດືອນ, ລະດັບການສົ່ງອອກເກີນດຸນນີ້ໄດ້ເພີ່ມຂຶ້ນທົບ 2,6 ເທົ່າເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2018 ແລະທົບ 2,3 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. ຂົງເຂດເສດຖະກິດພາຍໃນປະເທດໄດ້ກາຍເປັນກຳລັງໜູນເພື່ອໃຫ້ການສົ່ງອອກເຕີບໂຕດ້ວຍວົງເງິນສົ່ງອອກສິນຄ້າໃນໄລຍະ 9 ເດືອນ ເພີ່ມຂຶ້ນ 20,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະກວມເອົາ 35,4% ຍອດວົງເງິນສົ່ງອອກຂອງທົ່ວປະເທດ.

ທີ່ການຖະແຫລງຂ່າວນັດສາມັນເດືອນ ກັນຍາ ຂອງລັດຖະບານ ດຳເນີນໃນຕອນບ່າຍວັນທີ 2 ຕຸລາ ຢູ່ ຮ່າໂນ້ຍ, ທ່ານ ມາຍຕຽນຢູງ ລັດຖະມົນຕີ, ຫົວຫນ້າຫ້ອງວ່າການລັດຖະບານຫວຽດນາມໃຫ້ຮູ້ວ່າ: ລັດຖະບານ ໄດ້ຕີລາຄາວ່າ: ເສດຖະກິດໃນເດືອນກັນຍາ ມີຫລາຍຈຸດເດັ່ນ. ທີຫນຶ່ງແມ່ນ ວຽກງານຕ້ານໂລກລະບາດໄດ້ຜ່ານ 30 ວັນບໍ່ກວດພົບຜູ້ຕິດເຊື້ອເພີ່ມພາຍໃນປະເທດ. ຫວຽດນາມຄວບຄຸມການແຜ່ລະບາດຂອງເຊື້ອໂຄວິດ ເປັນສອງຄັ້ງສຳເລັດຜົນ. ກະສິກຳ ອາດຈະບັນລຸວົງເງິນສົ່ງອອກ 41 ຕື້ USD ໃນປີນີ້. ອຸດສາຫະກຳເພີ່ມຂຶ້ນ 2,69%. ໃນຊ່ວງເວລາເກີດໂລກລະບາດ, ຫວຽດນາມ ຍັງສືບຕໍ່ສົ່ງອອກເກີນດຸ່ນ 17 ຕື້USD ແລະເລີ່ມລົງມືກໍ່ສ້າງ 3 ໂຄງການໃຫຍ່.

ຄາດຄະເນລະດ ບການເຕ ບໂຕ gdp ຂອງ ຫວຽດນາມ ໃນໄຕມາດ 4 ປ 2020 ແມ ນ 4 ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ: ສາມັກຄີ, ຮ່ວມ​ມື, ​ເພີີ່ມ​ທະວີ​ລັດທິຫຼາຍຝ່າຍ​ ດ້ວຍ​ໃຈກາງ​ແມ່ນ ສປຊ

ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມມີຄວາມຕັດສິນໃຈຮັກສາສັນຕິພາບ ກັບປະຊາຊົນບັນດາຊົນຊາດ ແລະ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ SDG 2030 ຢ່າງສຳເລັດຜົນ.

ຄາດຄະເນລະດ ບການເຕ ບໂຕ gdp ຂອງ ຫວຽດນາມ ໃນໄຕມາດ 4 ປ 2020 ແມ ນ 4 ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 29.4 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 932.395 ຄົນ

ອາເມລິກາສືບຕໍ່ແມ່ນປະເທດຖືກ ຜົນກະທົບຢ່າງແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ ເກືອບ 6,75 ລ້ານຄົນ.

ຄາດຄະເນລະດ ບການເຕ ບໂຕ gdp ຂອງ ຫວຽດນາມ ໃນໄຕມາດ 4 ປ 2020 ແມ ນ 4 ເລີ່ມຕົ້ນ ໂຄງການໜູນຊ່ວຍຊາວເຊື້ອ​ສາຍຫວຽດນາມອາ​ໄສກຳ ປູເຈຍປະສົບກັບຄວາມຫຍຸ້ງຍາກຈາກໂລກ​ລະ​ບາດ Covid-19 ຄັ້ງ​ທີ 4

ຍ​ສ​ໝ - ຕາມ​ການ​ປະ​ກາດ​ຂອງສະຖານທູດຫວຽດນາມປະ​ຈຳ​ກຳ​ປູ​ເຈຍ​ແລ້ວ, ຄາດວ່າໃນ​ຄັ້ງ​ທີ 4 ຂອງໂຄງການຊ່ວຍເຫລືອສຸກເສີນຄັ້ງນີ້, ມີຄອບຄົວທີ່ມີຄວາມສ່ຽງສູງ​ກ່​ວາ​ໝູ່ 1,847 ຄອບຄົວຢູ່ 9 ແຂວງ/ເມືອງຂອງກຳປູເຈຍ ຈະໄດ້ຮັບການໜູນ​ຊ່ວຍ. ແຕ່ລະພູດຂອງຂວັນລວມ​ມີ: ເຂົ້າສານ 20 ກິໂລກຼາມ,ຜ້າ​ອັດ​ປາກ - ດັງ, ນ້ຳຢາຂ້າເຊື້ອ...

ໄຊພອນ

ເຫດການ
302 Found

Found

The document has moved here.