ງານບຸນດົນຕີສາກົນທີ່ໃຫຍ່ທີ່ສຸດໃນລະດູຮ້ອນປີ 2022 ພວມຈະໄຂຂຶ້ນຢູ່ ຮ່າໂນ້ຍ

08:59 | 04/07/2022

ຍສໝ-HAY Festival 2022 ແມ່ນບັນດາເຫດການທີ່ໄດ້ສົມທົບກັນຄື ກິລາ, ສິລະ​ປະທ້ອງ​ຖະໜົນ, ອາຫານການກິນ, ​ເຂດ​ glamping trendy ສໍາລັບສະເພາະໄວ​ໜຸ່ມ. ເປັນໜ້າສົນໃຈທີ່ສຸດ​ແມ່ນ​ເຫດການດົນຕີຂະໜາດໃຫຍ່ລະດັບສາກົນ ຈະໄດ້​ຈັດ​ຂຶ້ນ​ຢູ່​ສວນສາທາລະນະ ອ່ຽນເສີ (ຮ່າ​ໂນ້ຍ) ​ໃນ​ວັນ​ທີ 6 ສິງຫາ 2022.

Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022 Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ງານບຸນດົນຕີສາກົນທີ່ໃຫຍ່ທີ່ສຸດໃນລະດູຮ້ອນປີ 2022 ພວມຈະໄຂຂຶ້ນຢູ່ ຮ່າໂນ້ຍ
ຫວານ Band (ພາບ: Saigoner)

ໂດຍຈຸດປະສົງແມ່ນຢາກ​ນຳ​ເອົາ​ການສໍາຜັດທີ່ສຸດຍອດ​ມາ​ໃຫ້​ຜູ້​ຊົມ​ທັງ​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ, HAY Glamping Music Festival ​ແມ່ນ​ງານມະໂຫລານ​​ດົນຕີ​ທີ່ມີການ​ເຕົ້າ​ໂຮມ​ຂອງບັນດາ​ນັກ​ສິລະ​ປິນ ແລະ ກຸ່ມດົນຕີ ທັງ​ພາຍ​ໃນປະເທດ ​ແລະ ຕ່າງປະ​ເທດ​ເກືອບ 20 ຄົນ/ກຸ່ມ ດ້ວຍ​ລະບົບ​ສຽງ ​ແລະ ແສງມາດຕະຖານ​ສາກົນ, ເຊິ່ງໄຂອອກ​ ​ການປະດິດ​ສ້າງ, ສິລະ​ປະ​ທີ່​ກ້າວເຂົ້າໃກ້​ກັບ​ທ່າ​ອ່ຽງ​ຂອງ​ງານ​ບຸນ​ດົນ​ຕີ​​ໃນ​ໂລກ ຄາດ​ວ່າ​ຈະ​ດຶງ​ດູດ​ໄວ​ໜຸ່ມ​ນັບ​ພັນ​ຄົນ​ເຂົ້າ​ຮ່ວມ.

ທີ່ງານບຸນດົນຕີນີ້, HAY Festival 2022 ຈະນໍາມາເຊິ່ງການປະສົມກົມກຽວຂອງດົນຕີ, ບໍ່ມີຊ່ອງຫວ່າງ, ບໍ່ມີການແບ່ງແຍກປະເພດດົນຕີ, ປະເພດສິລະປິນ. ບັນດາລາຍການຕົນຕີໄດ້ຈັດສ້າງຢ່າງລະອຽດຮອບຄອບ ກັບບັນດາບົດປະສານສຽງດົນຕີໃຫມ່ທີ່ເປັນຄັ້ງທໍາອິດໄດ້ສະແດງ ແລະ ບັນດາລາຍການທີ່ມີການສົມທົບກັນເຊິ່ງເປັນໜ້າລໍຄອຍ.

ຫວ່າງ​ແລ້ວ​ນີ້, ບັນດາ​ນັກ​ສິລະ​ປິນ​ໃນວົງ line-up ທີ່ ໃຫຍ່ ແລະ hot ຂອງ HAY Festival 2022 ​ໄດ້​​ປະກາດຕາມລໍາດັບ, ນັ້ນແມ່ນ: ​ຫວານ Band, Chillies, ຕຸູງ ​ແລະ boyband ສາກົນ The Moffatts.

ໃນນັ້ນ, The Moffatts ແມ່ນໜຶ່ງໃນບັນດານັກສິລະປິນສາກົນທຳອິດ ທີ່ຢັ້ງຢືນວ່າຈະສະແດງທີ່ HAY Festival 2022. ກຸ່ມດົນຕີນີ້ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນຫົວໃຈຂອງໄວໜຸ່ມລຸ້ນ 8x – 9x ທຳອິດ, ເຊິ່ງປະກອບຊື່ເຂົ້າໃນລາຍຊື່ “ສະໄໝຮຸ່ງເຮືອງເຫຼືອງເຫຼື້ອມ” ຂອງບັນດາກຸ່ມດົນຕີຊາຍໃນຊຸມປີ 80s -90s.

ຫອມມາລາ

ເຫດການ
302 Found

Found

The document has moved here.