ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ

00:54 | 15/05/2019

ຍສໝ - ວັນທີ 27 ມີນາ 2019, ປະທານຄະນະກໍາມະການປະຊາຊົນແຂວງກວາງຈີ້ ຫງວຽນດືກຈີງ ໄດ້ເປັນປະທານກອງປະຊຸມເພື່ອຮັບຟັງບົດລາຍງານກ່ຽວກັບແຜນການສັງລວມໃນການຈັດຕັ້ງປະຕິບັດແຜນແມ່ບົດເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບາວ - ແດນສະຫວັນ.

ຜ່ານສະຫຼຸບສັງລວມ ຂອງການຜັນຂະຫຍາຍສ້າງເຂດເສດຖະກິດ-ການຄ້າ ຂ້າມຊາຍແດນ ລາວບາວ - ແດນສະຫວັນ

ກອງປະຊຸມລາຍງານແຜນການສັງລວມໃນການຈັດຕັ້ງປະຕິບັດແຜນແມ່ບົດເຂດເສດຖະກິດ-ການຄ້າຂ້າມແດນ ລາວບາວ - ແດນສະຫວັນ

ການກໍ່ສ້າງເຂດເສດຖະກິດ - ການຄ້າຂ້າມຊາຍແດນແມ່ນນະໂຍບາຍທົ່ວໄປຂອງພັກ ແລະ ລັດ ສສ ຫວຽດນາມ ເພື່ອພັດທະນາເຂດດ່ານຊາຍແດນ. ມາຮອດປະຈຸບັນ, ມີບາງແຂວງ ແລະ ນະຄອນ ຂອງສອງປະເທດທີ່ມີຊາຍແດນຕິດຈອດກັນໄດ້ຈັດຕັ້ງປະຕິບັດໃນການກໍ່ສ້າງບັນດາເຂດການຮ່ວມມືເສດຖະກິດຂ້າມຊາຍແດນ.

ທີ່ແຂວງກວາງຈີ້, ໄດ້ປະຕິບັດຕາມການຊີ້ນໍາຂອງຄະນະກໍາມະການປະຊາຊົນແຂວງ, ຄະນະຄຸ້ມຄອງເຂດເສດຖະກິດຂອງແຂວງກໍ່ໄດ້ມີການສຶກສາ ແລະ ການສ້າງແຜນແມ່ບົດສັງລວມເພື່ອຈັດຕັ້ງປະຕິບັດໃນການກໍ່ສ້າງເຂດເສດຖະກິດ - ການຄ້າຂ້າມຊາຍແດນລາວບາວ - ແດ່ນສະຫວັນ.

ໃນນັ້ນ, ສິ່ງທີ່ສໍາຄັນທີ່ສຸດແມ່ນຕ້ອງມີການຕົກລົງເປັນເຫັນດີ, ການເຊັນສັນຍາຮ່ວມກັນລະຫວ່າງຫວຽດນາມ ແລະ ລາວ ເພື່ອເລັ່ງການຈັດຕັ້ງປະຕິບັດແຜນແມ່ບົດ; ປະສານສົມທົບກັບລາວໃນການປະຕິບັດສົນທິສັນຍາສາກົນກ່ຽວກັບການກໍ່ສ້າງເຂດເສດຖະກິດຂ້າມຊາຍແດນລະຫວ່າງສອງປະເທດ. ເວລາຜ່ານມາ, ຄະນະກໍາມະການປະຊາຊົນແຂວງກວາງຈີ້ກໍ່ໄດ້ສົ່ງເອກະສານໄປຍັງການນໍາແຂວງ ສະຫວັນນະເຂດ, ຄະນະກໍາມະການຊາຍແດນຂອງສອງປະເທດເພື່ອການປະສານງານໃນການຈັດຕັ້ງປະຕິບັດແຜນແມ່ບົດ ...

ປະທານຄະນະກໍາມະການປະຊາຊົນແຂວງກວາງຈີ້ກໍ່ໄດ້ຊີ້ນໍາບັນດາອົງການກ່ຽວຂ້ອງຕ້ອງປະຕິບັດສໍາເລັດຜົນບັນດາໜ້າທີ່ວຽກງານທີ່ໄດ້ໝອບໝາຍຄືການສຸມໃສ່ປຶກສາຫາລືກ່ຽວກັບຂັ້ນຕອນກົດລະບຽບ, ຄວາມຈໍາເປັນຂອງການກໍ່ສ້າງຂອງແຜນແມ່ບົດ... ແຜນແມ່ບົດສັງລວມເພື່ອຈັດຕັ້ງປະຕິບັດໃນການກໍ່ສ້າງເຂດເສດຖະກິດ - ການຄ້າຂ້າມແດນລາວບາວ - ແດ່ນສະຫວັນຕ້ອງໄດ້ຈັດຕັ້ງປະຕິບັດ ແລະ ສໍາເລັດການກໍ່ສ້າງໃນເດືອນ ເມສາ 2019 ນີ້.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.