ທ່ານ ສ​າດ​ສະ​ດາ​ຈານ ຈິ່ງ​ຊວັນ​ທ້ວນ​ ຮັບ​ລາງວັນ​ໃຫຍ່​ຂອງ​ປະ​ຊາ​ຄົມ ຝລັ່ງໂກ​ໂຟ​ນີ

07:46 | 06/07/2022

ຍ​ສ​ໝ - ຕາມ​ແຈ້ງ​ການ​ໃນ​ວັນ​ທີ 30 ມິ​ຖຸ​ນາ ຂອງ​ສະ​ພາ​ບັນ​ດິດ​ຝ​ລັ່ງ, ລາງວັນ​ໃຫຍ່​ຂອງ​ປະ​ຊາ​ຄົມຝລັ່ງໂກ​ໂຟ​ນີ ປີ 2022 ຈະ​ເຊີດ​ຊູ​ນັກ​ຟີ​ຊິກສາດດາ​ລາສາດ ຊາວ​ອາ​ເມ​ລິ​ກາ​ ເຊື້ອ​ຊາດ ຫວຽດ​ນາມ, ທ່ານ​ ສາດ​ສະ​ດາ​ຈານ ຈິ່ງ​ຊວັນ​ທ້ວນ.

ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ
ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັ​ນ​ຟຸກ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຍີ່​ປຸ່ນ
ທ່ານ ສ​າດ​ສະ​ດາ​ຈານ ຈິ່ງ​ຊວັນ​ທ້ວນ​ ຮັບ​ລາງວັນ​ໃຫຍ່​ຂອງ​ປະ​ຊາ​ຄົມ ຝລັ່ງໂກ​ໂຟ​ນີ
ທ່ານ ສາດ​ສະ​ດາ​ຈານ ຈິ່ງ​ຊວັນ​ທ້ວນ (ພາ​ບ: thanhnien.vn)

ລາງວັນ​ໃຫຍ່​ຂອງ​ສະ​ມາ​ຄົມຝລັ່ງໂກ​ໂຟ​ນີ ແມ່ນ​ຂໍ້​ລິ​ເລີ່ມ​ຂອງ​ລັດ​ຖະ​ບານ​ກາ​ນາ​ດາ ​ໄດ້​ມອບ​ປະ​ຈຳ​ປີ ນັບ​ແຕ່​ປີ 1986, ທີ່​ສະ​ຫງວນ​ໃຫ້​ສ່ວນ​ບຸກ​ຄົນ​ມີ​ການ​ປະ​ກອບ​ສ່ວນ​ດີ​ເດັ່ນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພາ​ສາ​ຝ​ລັ່ງ​ໃນ​ທົ່ວ​ໂລກ. ລາງວັນ​ນີ້​ເຄີຍ​ໄດ້​ມອບ​ໃຫ້​ທ່ານ​ໝໍ ຫງວຽນ​ຄັກ​ວຽນ ​ໃນ​ປີ 1992.

ທ່ານ ສາດ​ສະ​ດາ​ຈານ ຈິ່ງ​ຊວັນ​ທ້ວນ, ເກີດ​ວັນ​ທີ 20 ສິງ​ຫາ ປີ 1948, ແມ່​ນ​ນັກ​ວິ​ທະ​ຍາ​ສາດ ອາ​ເມ​ລິ​ກາ ເຊື້ອ​ຊາດ ຫວຽດ​ນາມ ໃນ​ຂົງ​ເຂດ​ພິ​ຊຸດ​ດາ​ລາ​ຊາດ. ທ່ານ​ເຄີ​ຍ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຕ່ອນ​ບ່າຍ Jean-Jacques Rousseau(ປັດ​ຈ​ຕຸ​ບັນ​ແມ່ນ ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ບ່າຍ ເລ​ກຸ໊ຍ​ດົນ). ພາຍ​ລັງ​ຮຽນ​ຈົບ ປະ​ລິນ​ຍາ​ເອກ, ທ່ານ​ໄດ້​ໄປ​ຮຽນ​ຕັກ​ນິກ​ຢູ່​ Lausanne ປະ​ເທດ​ສະ​ວິດ, ຫຼັງ​ຈາກ​ນັ້ນ​ມີ​ທຶກ​ການ​ສຶກ​ສາ​ຮຽນ​ຢູ່​ອາ​ເມ​ລິ​ກາ.

ສາດ​ສະ​ດາ​ຈານ ຈິ່ງ​ຊວັນ​ທ້ວນ ​ຮຽນ​ຂົງ​ເຂດ​ຟີຊິກສາດ​ດາ​ລາ​ສາດ​ຢູ່​ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຢີ California(Caltech) ແລະ ຫຼັງ​ຈາກ​ນັ້ນ ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Princeton, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ທ່ານ​ປ້ອງ​ກັນ​ບົດ​ຈົບ​ຊັ້ນປະລິນຍາເອກ.

ປີ 1976, ທ່ານ​ແມ່ນ​ສາດ​ສະ​ດາ​ຈານຟີ​ຊິກສາດ​ດາ​ລາ​ສາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Virginia ອາ​ເມ​ລິ​ກາ. ທ່ານ​ກໍ່​ແມ່ນ​ນັກ​ຄົ້ນ​ຄ້​ວາ​ຢູ່​ສະ​ຖາ​ບັນ​ຟີ​ຊິກສາດ​ດາ​ລາ​ສາດ​ຢູ່ ປາ​ຣີ ແລະ ແມ່ນ​ສະ​ມາ​ຊິກ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ລະ​ຫວ່າງ​ຂະ​ແໜງ ປາ​ຣີ (UIP)

ບຸນ​ຄົງ

ເຫດການ
302 Found

Found

The document has moved here.