ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ

08:20 | 04/07/2022

ຍ​ສ​ໝ - ໃນວັນທີ 29 ມິຖຸນາ, ທ່ານນາງ ຫວໍທິແອັງຊວັນ ໄດ້ມີການພົບປະກັບຮອງປະທານາທິບໍດີ ຟີລິບປິນຄົນໃໝ່ ທ່ານນາງ Sara Duterte.

ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ ຊາວ ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ນັບ​ມື້​ນັບ​ກາຍ​ເປັນ​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ
ທ່ານ​​ນາງຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວ​ໍ​ທິ​ແອັງ​ຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ
ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ​ເຂົ້າ​​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ (ພາບ: TTXVN)

ວັນທີ 30 ມິຖຸນາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ຕາງໜ້າທ່ານປະທານປະເທດ ຫງວຽນຊວັນຟຸກ ນຳໜ້າຄະນະຜູ້ແທນ ຫວຽດນາມ ເດີນທາງໄປເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕຳແໜ່ງປະທານາທິບໍດີ ຟີລິບປິນຂອງທ່ານ Ferdinand Romualdez Marcos Jr ອາຍຸການ 2022 - 2028 ທີ່ໄດ້ຈັດຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງ ມານີລາ.

ກ່ອນໜ້ານັ້ນ, ໃນວັນທີ 29 ມິຖຸນາ, ທ່ານນາງ ຫວໍທິແອັງຊວັນ ໄດ້ມີການພົບປະກັບຮອງປະທານາທິບໍດີ ຟີລິບປິນຄົນໃໝ່ ທ່ານນາງ Sara Duterte. ທີ່ການພົບປະ, ທ່ານນາງ ຫວໍທິແອັງຊວັນ ແລະ ທ່ານນາງ Sara Duterte ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດສືບຕໍ່ພັດທະນາອັນດີງາມ, ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ຈະສົມທົບກັນຊຸກຍູ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເຊື່ອມຕໍ່ກົນໄກຮ່ວມມືສອງຝ່າຍທີ່ຖືກຜົນສະທ້ອນຈາກໂຄວິດ - 19 ໂດຍໄວ, ຍູ້ແຮງມາດຕະການສົ່ງເສີມ, ເປີດກວ້າງຂອບຂະໜາດການຮ່ວມມືດ້ານການຄ້າ - ການລົງທຶນ. ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ຕັ້ງໜ້າແລກປ່ຽນ, ສົມທົບກັນເພື່ອແນໃສ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ, ປະຕິບັດ DOC ແລະ ຊຸກຍູ້ການບັນລຸໄດ້ COC ໂດຍໄວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.