ຫວຽດນາມ ແລະ ຮຸງກາຣີ ຫັນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນເປັນຫຼາຍຮູບຫຼາຍແບບ

10:15 | 30/06/2022

ຍສໝ - ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ມິຖຸນາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Budepest, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ Botz Laszlo.

ຫວຽດນາມ - ຮຸງກາຣີ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ຮຸງກາຣີ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ
ຫວຽດນາມ ແລະ ຮຸງກາຣີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ຫວຽດນາມ ແລະ ຮຸງກາຣີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ
ຫວຽດນາມ ແລະ ຮຸງກາຣີ ຫັນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນເປັນຫຼາຍຮູບຫຼາຍແບບ

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ Botz Laszlo. ພາບ: vovworld.vn

ທີ່ການຕ້ອນຮັບ, 2 ຝ່າຍປາດຖະໜາຢາກໃຫ້ສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ມີການເຄື່ອນໄຫວເພີ່ມທະວີການຮ່ວມມືຫຼາຍຢ່າງກວ່າອີກ, ໂດຍສະເພາະແມ່ນໃນການແລກປ່ຽນຄະນະຜູ້ແທນ, ຍົກສູງຄວາມຮັບຮູ້ມະຫາຊົນ, ໂດຍສະເພາະແມ່ນໃນໄວໜຸ່ມກ່ຽວກັບການພົວພັນອັນດີງາມລະຫວ່າງ 2 ປະເທດ ແລະ ຫັນບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນເປັນຫຼາຍຮູບຫຼາຍແບບ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສະເໜີໃຫ້ສະມາຄົມມິດຕະພາບ ຫວຽດນາມ ຮຸງກາຣີ ສືບຕໍ່ຈັດການເຄື່ອນໄຫວດີງາມຫຼາຍຢ່າງກວ່າອີກ, ຮ່ວມມືກັບສະຖານທູດ ຫວຽດນາມ, ບັນດາອົງການຈັດຕັ້ງ, ສະມາຄົມຊາວ ຫວຽດນາມ ອາໄສຢູ່ ຮຸງກາຣີ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍການເຄື່ອນໄຫວຕ່າງໆຢ່າງມີປະສິດທິຜົນ ນັບທັງຢູ່ ຮຸງກາຣີ ແລະ ຫວຽດນາມ ໃນໄລຍະຈະມາເຖິງ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ຖືວ່າ ບັນດາໝາກຜົນກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດຍັງຈຳກັດຢູ່ເມື່ອທຽບໃສ່ການພົວພັນດ້ານການເມືອງອັນດີງາມ ແລະ ຄວາມສາມາດບົ່ມຊ້ອນການຮ່ວມມື. ສະມາຄົມມິດຕະພາບ ຮຸງກາຣີ - ຫວຽດນາມ ເສີມຂະຫຍາຍບົດບາດຕັ້ງໜ້າ, ດ້ວຍຫຼາຍຮູບຫຼາຍແບບທີ່ແທດຈິງອື່ນໆ ເພື່ອປະກອບສ່ວນຊຸກຍູ້ວິວັດທະນາການນັ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.