ຫວຽດນາມ - ຮຸງກາຣີ ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດ

16:30 | 29/06/2022

ຕອນເຊົ້າວັນທີ 27 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ, ທີ່ສໍານັກງານກະຊວງປ້ອງກັນປະເທດ ຮຸງກາຣີ, ທ່ານພົນໂທ ເລຮຸຍວິ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Gaspar Maroth, ຮອງລັດຖະມົນຕີຮັບຜິດຊອບນະໂຍບາຍ ແລະພັດທະນາປ້ອງກັນຊາດຮຸງກາຣີ.

ຫວຽດນາມ ແລະ ຮຸງກາຣີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ ຫວຽດນາມ ແລະ ຮຸງກາຣີ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ
ທ່ານປະທານສະແຫ່ງຊາດ ຫວຽດນາມ ເລີ່ມໄປຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ ທ່ານປະທານສະແຫ່ງຊາດ ຫວຽດນາມ ເລີ່ມໄປຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ
ທ່ານພົນໂທ ເລຮຸຍວິ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Gaspar Maroth. ພາບ:  ຮວ່າງຫວຽດ
ທ່ານພົນໂທ ເລຮຸຍວິ້ງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Gaspar Maroth. ພາບ: ຮວ່າງຫວຽດ

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາວ່າ ໝາກຜົນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະຮຸງກາຣີ ທີ່ໄດ້ຜັນຂະຫຍາຍໃນໄລຍະຜ່ານມາບົນພື້ນຖານບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມໃນປີ 2018 ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ, ຕອບສະໜອງຄວາມຕ້ອງການ ແລະຜົນປະໂຫຍດຂອງແຕ່ລະຝ່າຍ. ສອງຝ່າຍປາດຖະໜາວ່າ ໃນໄລຍະຈະມາເຖິງສືບຕໍ່ຊຸກຍູ້ບັນດາເນື້ອໃນຮ່ວມມືທີ່ມີຢູ່ແລ້ວ, ໃນນັ້ນສຸມໃສ່ແລກປ່ຽນຄະນະຜູ້ແທນ, ບຳລຸງສ້າງ, ຮັກສາສັນຕິພາບສະຫະປະຊາຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຮ່ວມມືໃນການເຂົ້າຮ່ວມບັນດາການເຄື່ອນໄຫວຄຸ້ມຄອງວິກິດການລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະສະຫະພາບເອີຣົບ (FPA)...

ທ່ານພົນໂທ ເລຮຸຍວິ້ງ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງເປັນຄັ້ງທຳອິດທີ່ກະຊວງປ້ອງກັນປະເທດຫວຽດນາມ ຈະຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນໃນເດືອນ ທັນວາ 2022; ພ້ອມກັນນັ້ນກໍ່ໄດ້ເຊື້ອເຊີນການນຳກະຊວງປ້ອງກັນປະເທດ ແລະວິສາຫະກິດປ້ອງກັນຊາດຮຸງກາຣີ ມາຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມງານວາງສະແດງດັ່ງກ່າວ ເພື່ອເປີດກາລະໂອກາດຊຸກຍູ້ການຮ່ວມມືໃຫ້ດີກວ່າເກົ່າ.

la.qdnd.vn

ເຫດການ
302 Found

Found

The document has moved here.