ທ່ານເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າຫ້ອງ​ວ່າການ​ສະ​ພາແຫ່ງ​ຊາດຫວຽດ​ນາມ ທ່ານ​ບຸ່ຍ​ວັນ​ເກືອງ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫ່​ຍ​ສະ​ພາ​ແຫ່ງ​ຊາດ​ລາວ

21:00 | 17/05/2022

ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ໄດ້ແບ່ງປັນບົດຮຽນປະສົບການໃນການຈັດຕັ້ງກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ ແລະ ວຽກງານເສນາທິການ ແລະ ການຮັບໃຊ້ ຂອງຫ້ອງວ່າການສະພາແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງກອງປະຊຸມໃຫ້ສຳເລັດຜົນ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ
ສື່ມວນ​ຊົນ ລາວ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ແຫ່ງ ສ​ປ​ປ.ລາວ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສື່ມວນ​ຊົນ ລາວ ອອກ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ ແຫ່ງ ສ​ປ​ປ.ລາວ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ
ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື້ອງ ແລະ ທ່ານນາງເລຂາທິການໃຫຍ່ສະພາແຫ່ງຊາດລາວ ປິ່ງຄຳ ລາຊາສີມາ
ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື້ອງ ແລະ ທ່ານນາງເລຂາທິການໃຫຍ່ສະພາແຫ່ງຊາດລາວ ປິ່ງຄຳ ລາຊາສີມາ

ຕອນຍ່າຍ ວັນທີ 16 ພຶດສະພາ, ໃນຂອບເຂດການຢ້ຽມຢາມຢ່າງເປັນທາງການລາວ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ທີ່ຫໍສະພາແຫ່ງຊາດລາວ ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື້ອງ ໄດ້ມີການພົວປະເຈລະຈາກັບ ທ່ານນາງເລຂາທິການໃຫຍ່ສະພາແຫ່ງຊາດລາວ ປິ່ງຄຳ ລາຊາສີມາ. ໃນການພົບປະ, 2 ຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດຜັນຂະຫຍາຍບັນດາເນື້ອໃນຂອງສັນຍາຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ແລະ ສັນຍາຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດ ແລະ ຄະນະເລຂາທິການສະພາແຫ່ງຊາດ ລາວ ທີ່ໄດ້ລົງນາມ ເນື່ອງໃນໂອກາດການຢ້ຽມຢາມສະພາແຫ່ງຊາດລາວ ຢ່າງເປັນທາງການ ຂອງ ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ. ທ່ານເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ບຸ່ຍວັນເກື່ອງ ໄດ້ແບ່ງປັນບົດຮຽນປະສົບການໃນການຈັດຕັ້ງກອງປະຊຸມຂອງສະພາແຫ່ງຊາດຫວຽດນາມ ແລະ ວຽກງານເສນາທິການ ແລະ ການຮັບໃຊ້ ຂອງຫ້ອງວ່າການສະພາແຫ່ງຊາດ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງກອງປະຊຸມໃຫ້ສຳເລັດຜົນ; ນັບແຕ່ການກະກຽມທາງດ້ານເນື້ອໃນ, ຮ່າງໂຄງການດຳເນີນງານ, ບັນດາເງື່ອນໄຂເພື່ອຮັບປະກັນພື້ນຖານດ້ານວັດຖຸ, ສາຍສົ່ງອິນເຕີເນັດ, ວຽກງານປ້ອງກັນ, ຕ້ານໂລກລະບາດ Covid-19, ຂໍ້ມູນຂ່າວສານ. .. ກ່ອນ, ໃນ ແລະ ພາຍຫຼັງ ກອງປະຊຸມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.