ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່

19:00 | 23/06/2022

ໃນທ້າຍອາທິດຜ່ານມາ, ແຂວງ ກ໋ວາງນິງຕ້ອນຮັບແຂກທ່ອງທ່ຽວປະມານ 160.000 ເທື່ອຄົນ ມາຢ້ຽມຊົມບັນດາທັດສະນີຍະພາບ, ເຂດປູສະນີຍະສະຖານ ໃນບໍລິເວນແຂວງ.

ຕື້ນ​ຕັນ​ໃຈ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ​ອັດ​ຖິ​ຢູ່​ແຂວງ Rattanakiri ກັບ​ເມືອ​ປະ​ເທດ ຕື້ນ​ຕັນ​ໃຈ​ພິ​ທີ​ຕ້ອນ​ຮັບ, ນຳ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 6 ​ອັດ​ຖິ​ຢູ່​ແຂວງ Rattanakiri ກັບ​ເມືອ​ປະ​ເທດ
ຄົ້ນ​ຄ້​ວາ​ການ​ກໍ່​ສ້າງ​ຕື່ມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ໝາກ​ພ້າວ ຄົ້ນ​ຄ້​ວາ​ການ​ກໍ່​ສ້າງ​ຕື່ມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ​ດິນ​ແດນ​ແຫ່ງ​ໝາກ​ພ້າວ
ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່
ບັນດາສະຖານທີ່ທ່ອງທ່ຽວຢູ່ ກ໋ວາງນິງ (ພາບ: VOV)

ໂດຍສະເພາະອ່າວຮະລອງໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກ່ວາ 53.000 ເທື່ອຄົນ, ເຊິ່ງແມ່ນຈຳນວນຫຼາຍທີ່ສຸດນັບແຕ່ເວລາເປີດປະຕູການທ່ອງທ່ຽວຄືນໃໝ່ (15 ມິນາ) ແລະ ເກືອບເທົ່າກັບລະດັບກ່ອນເກີດພະຍາດໂຄວິດ - 19. ບັນດາສະຖານທີ່ຄື: ຫໍພິພິທະພັນ, ເຂດປູສະນີຍະສະຖານ ອຽນຕື, ເຂດຫຼະລິ້ນບັນເທິງໃນບໍລິເວນລ້ວນແຕ່ມີແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຊື້ຂາຍ ເປັນຈຳນວນຫຼາຍ. ທ່ານ ຈິ້ງດັ່ງແທັງ, ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ກ໋ວາງນິງ ໃຫ້ຮູ້ວ່າ:

ຄວາມສາມາດບົ່ມຊ້ອນເພື່ອພັດທະນາບັນດາຜະລິດຕະພັນການທ່ອງທ່ຽວຢູ່ອ່າວຮະລອງຍັງມີຢູ່. ຍ້ອນວ່າ ປັດຈຸບັນແຂກທ່ອງທ່ຽວມາຢາມແຂວງກ໋ວາງນິງ ສ່ວນຫຼາຍໄປຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວ ແລະ ຖ້ຳ. ບັນດາຜະລິດຕະພັນທ່ອງທ່ຽວກ່ຽວກັບການອາບນ້ຳທະເລຍັງບໍ່ທັນໄດ້ເສີມຂະຫຍາຍ ແລະ ນັບທັງການທ່ອງທ່ຽວກິລາຜະຈົນໄພ ແລະ ວັດທະນະທຳປະຊາຄົມຍັງບໍ່ທັນໄດ້ເລີ່ມຕົ້ນຄືນໃໝ່. ໃນໄລຍະຈະມາເຖິງ, ພວກເຮົາພ້ອມກັບຄະນະຄຸ້ມຄອງອ່າວຮະລອງຈະຄົ້ນຄ້ວາ, ສ້າງບັນດາແຜນການເພື່ອຮັບປະກັນ ອ່າວຮະລອງພັດທະນາແບບຍືນຍົງ .

ໃນປີນີ້, ແຂວງກ໋ວາງນິງ ວາງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວຫຼາຍກ່ວາ 10 ລ້ານເທື່ອຄົນ. ໄລ່ຮອດຈຸດເວລານີ້, ແຂວງກ໋ວາງນິງໄດ້ຕ້ອນຮັບແຂກທ່ອງທ່ຽວຫຼາຍກ່ວາ 5 ລ້ານເທື່ອຄົນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.