Traverller ມີ​ຄວາມ​ປະ​ທົບ​ໃຈ​ຕໍ່​ທ​ິວ​ທັດ​ທຳ​ມະ​ຊາດ ແລະ ອາ​ຫານ​ຫວຽດ

15:21 | 02/02/2023

ຍ​ສ​ໝ - ຕາມ​ການ​ຕີ​ລາ​ຄາ​ຂອງ Traverller, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ແມ່ນ​ຈຸດ​ນັດ​ພົບ​ທີ່​ດີ​ໃນ​ປີ 2023. ອາ​ຫານ ​ເຝີ ແລະ ບັນ​ກວນ ຂອງຫວຽດ​ນາມ ກໍ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກວາ​ລະ​ສານ​ນີ້.

ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ ຫວຽດ​ນາມ ຍາດ​ໄດ້​ຄວາມ​ເຊື່ອ​ໝັ້ນ​ຂອງ​ສາ​ກົນ ຍ້ອນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ
ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ຫວຽດ​ນາມ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າຫຼາຍ​ຢ່າງ​ໃນ​ເປົ້າ​ໝາຍລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ
Traverller ມີ​ຄວາມ​ປະ​ທົບ​ໃຈ​ຕໍ່​ທ​ິວ​ທັດ​ທຳ​ມະ​ຊາດ ແລະ ອາ​ຫານ​ຫວຽດ
ພາບ​ປະ​ກອບ: dangcongsan.vn

Traverller ມີ​ຄວາມ​ປະ​ທົບ​ໃຈ​ຕໍ່​ທ​ິວ​ທັດ​ທຳ​ມະ​ຊາດ ແລະ ອາ​ຫານ​ຫວຽດ

ຕາມ​ການ​ຕີ​ລາ​ຄາ​ຂອງ Traverller, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ແມ່ນ​ຈຸດ​ນັດ​ພົບ​ທີ່​ດີ​ໃນ​ປີ 2023. ອາ​ຫານ ​ເຝີ ແລະ ບັ້ນ​ກວນ ຂອງຫວຽດ​ນາມ ກໍ່​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກວາ​ລະ​ສານ​ນີ້.

​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ - 1 ໃນ 25 ສະ​ຖານ​ທີ່​ນັດ​ພົບ​ທີ່​ດີ​ທີ່​ສຸດ​ໃນ​ປີ 2023

ຕາມ Traverllerແລ້ວ, ປີ 2023 ແມ່ນ​ລະ​ດູ​ເກັບ​ກ່ຽວ​ສຳ​ລັບ​ຂະ​ແໜງ​ທ່ອງ​ທ່ຽວ. ໃນ​ໂລກ​ມີ​ສະ​ຖານ​ທີ່​ນັດ​ພົ​ບ​ເພື່ອ​ຄົ້ນ​ຫາຫຼາຍ​ແຫ່ງ. ວາ​ລະ​ສານ​ນີ້​ກໍ່​ໄດ້​ຮັບ​ການ​ຄັດ​ເລືອກ​ແມ່ນ 25 ສະ​ຖານ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ທີ່ມັກໃນການຄົ້ນ​ຫາໃນ​ປີ 2023, ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ນອນ​ໃນ​ບັນ​ຊີ​ລາຍ​ຊື່​ນີ້.

Traverller ໃຫ້​ຮູ້​ວ່າ ແຂກ​ທ່ອງ​ທ່ຽວ​ຈະ​ມີຫຼາຍ​ວິ​ທີ​ການ​ທີ່​ແຕກ​ຕ່າງ​ກັນ​ເພື່ອ​ຄົ້ນ​ຫາ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ. ມາ​ເຂດ​ທົ່ງ​ພຽງ​ທີ່​ມັ່ງ​ຄັ່ງ​ຂອງ ຫວຽດ​ນາມ, ແຂ​ກ​ທ່ອ​ງ​ທ່ຽວສາມາດລ່ອງ​ເຮືອ​ຊົມ​ວິວ​ຕາມ​ແມ່​ນຳ ດ້ວຍ​ການ​ຄັດ​ເລືອກ​ທີ່​ເປັນຫຼາຍ​ຮູບ​ແບບ​ແຕ່​ຮູບ​ແບບເປັນ​ກັນ​ເອງຕະຫຼອດຮອດ​ລະ​ດັບ​ສູງ. ຈາກ​ນະ​ຄອນ​ໂຮ່​ຈີ​ມິນ ​ກໍ່​ມີ ຫຼາຍ Tour ທ່ອງ​ທ່ຽວໄປ​ມາ​ໃນ​ວັນ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວໄດ້​ເລືອກ​ຊົມໃຊ້.

ບໍ່​ວ່າ​ການ​ຄັດ​ເລືອກ​ຂອງ​ເພື່ອນ​ແມ່​ນຫຍັງ, ນີ້​ຈະ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຂດ​ທີ່​ດີ​ທີ່​ສຸດ​ໃນ​ໂລກ ເພື່ອ​ຄົ້ນ​ຫາ, ເຕັມ​ໄປ​ດ້ວຍ​ພື້ນ​ຖານ​ວັດ​ນະ​ທະ​ນຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ດ້ວຍ​ສະ​ຖານ​ທີ່​ແມ່​ນ້ຳ​ລຳ​ເຊ​ຄື: ເກິ່ນ​ເທີ, ວິງ​ລອງ, ກ໋າຍ​ແບ່ ແລະ ເບັ້​ນ​ແຈ, ມີ​ພື້ນ​ຖານ​ອາ​ຫານ​ການ​ກິນ​ທີ່​ດີເລີດ, ເຂດ​ຕະຫຼາດ​ທີ່​ອຸ​ດົມ​ສົມ​ບູນ, ພ້ອມ​ກັບ​ຄວາມ​ຮູ້​ສຶກ​ສະບາຍ, ອາດ​ຈະ​ແມ່ນ​ການ​ຄັດ​ເລືອກ​ທີ່​ດີ​ສຳ​ລັບ​ຜູ້​ນິ​ຍົມການ​ຜະ​ຈົນ​ໄພ" Traverller ໃຫ້​ຂໍ້​ສັງ​ເກດ.

ເຝີ ແລະ ບັນ​ກວນ - ເຍື່ອງ​ອາ​ຫານ​ທີ່​ແຊບ​ ແລະ ຕ້ອງໄດ້​ຊິມ

ເມື່ອຕີ​ລາ​ຄາ​ກ່ຽວ​ກັບ​​ເຝີ​ຂອງ ຫວຽດ​ນາມ, Traverller ເນັ້ນ​ໜັກ​ວ່າ “ເຝີ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ສຸດຍອດ​ທີ່​ສຸດ​ຂອງ ຫວຽດ​ນາມ ທີ່​ສະ​ຫງວນ​ໃຫ້​ແກ່​ໂລກ, ໃນບັນດາ​ຈຳ​ນວນ​ເຍື່ອງ​ອາ​ຫານ​ທີ່​ແຊບ​​ຢູ່ ຫວຽດ​ນາມ”.

Traverller ໃຫ້​ຂໍ້​ສັງ​ເກດ​ວ່າ ເມື່ອ​ເຕື້ອງ​ເຖິງເຍື່ອງ​ອາ​ຫານ​ປະເພດນ້ຳທີ່ແຊບ​ທີ່​ສຸດ​ໃນ​ໂລກ, ທຸກ​ຄົນ​ອາດ​ຈະ​ຄິດ​ເຖິງ ໝີ່ ຣາ​ແມນ, ເຂົ້າ​ປຸ້ນ laksa, ນ້ຳຊູບ​ອາ​ຫານ​ທະ​ເລ ແບບຝ​ລັ່ງ bouillabaisse. ແຕ່​ເຝີ - ​ເຍື່ອງ​ອາ​ຫານ​ທີ່​ມີ​ຊື່​ສຽງ​ທີ່​ສຸດ ຫວຽດ​ນາມ ຍາມ​ໃດ​ກໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່​ນີ້.

​ເຝີ​ແມ່ນ​ຂອງ​ຂວັນ​ດີ​ທີ່​ສຸດ​ເຊິ່ງ ຫວຽດ​ນາມ ສົ່ງ​ມາ​ໃຫ້​ທຸກ​ຄົນ​ໃນໂລກ ໃນ​​ຈຳ​ນວນ​ເຍື່ອງ​ອາ​ຫານ​ທີ່​ແຊບໆ​ຫຼາຍ​ເຍື່ອງ​ຂອງ​ຫວຽດ​ນາມ. ເຍື່ອງ​ອາ​ຫານ​ນີ້​ມີ​ກິ່ນ​ຫອມ​​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ພ້ອມ​ກັບ​ວິ​ທີ​ການ​ປຸງ​ແຕ່ງ​ທີ່​ລະ​ອຽດ​ລະ​ອໍ ແມ່ນ​ການປະສົມປະສານທີ່ດີ​ເລີດ​ຂອງວັດ​ຖຸ​ດິບ​ຊະ​ນິດຕ່າງໆ.

ກ່ອນ​ໜ້າ​ນັ້ນ, ​ Traverller ກໍ່​ໄດ້​ສະ​ເໜີ​ບັນ​ກວນ​ແມ່ນ 1 ໃນ 10 ເຍື່ອງ​ອາ​ຫານ​ທີ່​ມີ​ຄວາມ​ດຶງ​ດູດ​ໃຈ ເຊິ່ງ​ແຂກ​ທ່ອງ​ທ່ຽວ​ບໍ່​ອາດ​ຄອງຄອຍໄດ້​ຮັບ​ປະ​ທານ​ໃນ​ປີ 2023.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.