Live Science: ອ່າວ​ຮະ​ລອງ​ແມ່ນ​ຫນຶ່ງ​ໃນ 10 ສະຖານທີ່​ມະ​ຫັດສະຈັນ​ທາງທໍາ​ມະ​ຊາດ​ທີ່​ຫນ້າ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ໂລກ

08:17 | 10/11/2022

ຍສໝ - ອ່າວ​ຮະ​ລອງ​ແມ່ນ​ຫນຶ່ງ​ໃນ 10 ສະຖານທີ່​ມະ​ຫັດສະຈັນ​ທາງທໍາ​ມະ​ຊາດ​ທີ່​ຫນ້າ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ໂລກ.

ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ ຂຸດ​ຄົ້ນ​ມໍລະດົກ​ອ່າວ​ຮ່າ​ລອງ ເໝາະ​ສົມ​ກັບ​ການ​ອະນຸລັກ​ມໍລະດົກ, ຕິດ​ພັນ​ກັບ​ການ​ພັດທະນາ​ການທ່ອງທ່ຽວ​ແບບ​ຍືນ​ຍົງ
ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ ຊຸກ​ຍູ້ ແລະ ປົ​ກ​ປ້ອງ​ສິດ​ທິ​ມະ​ນຸດ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ ​ສຸດ, ແມ່ນ​ເປົ້າ​ໝາ​ຍ​ສຸດ​ທ້າຍ​ ແລະ ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຂອງ ຫວຽດ​ນາມ

Live Science - ເວບຂ່າວວິທະຍາສາດທີ່ມີຊື່ສຽງ ໄດ້ເລືອກອ່າວ​ຮະ​ລອງຂອງຫວຽດນາມ ເຂົ້າໃນທອັບ 10 ສະຖານທີ່​ມະ​ຫັດສະຈັນທາງ​ທໍາ​ມະ​ຊາດ​ທີ່ເປັນເອກະລັກອັນດັບຕົ້ນໆຂອງໂລກ.

Live Science: ອ່າວ​ຮະ​ລອງ​ແມ່ນ​ຫນຶ່ງ​ໃນ 10 ສະຖານທີ່​ມະ​ຫັດສະຈັນ​ທາງທໍາ​ມະ​ຊາດ​ທີ່​ຫນ້າ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ໂລກ
ອ່າວ​ຮະ​ລອງ​ແມ່ນ​ຫນຶ່ງ​ໃນ 10 ສະຖານທີ່​ມະ​ຫັດສະຈັນ​ທາງທໍາ​ມະ​ຊາດ​ທີ່​ຫນ້າ​ປະ​ທັບ​ໃຈ​ທີ່​ສຸດ​ໃນ​ໂລກ.

ຕາມ Live Science ແລ້ວ, ອ່າວ ຮະ​ລອງ ແມ່ນ​ມໍ​ລະ​ດົກ​ໂລກ ແລະ ເປັນ​ຈຸດ​ໝາຍ​ປາຍ​ທາງ​ທີ່​ບໍ່​ຄວນ​ພາດ. ເນື່ອງຈາກວ່າມັນເປັນສະຖານທີ່ທີ່ສວຍງາມ. ອ່າວ ຮະລອງ ມີເກາະຫີນປູນຂະໜາດໃຫຍ່ ແລະ ນ້ອຍປະມານ 3.000 ເກາະ ດ້ວຍຮູບຊົງກະແຈກກະຈາຍ, ຜືນພຶກສາຂຽວສົດງົດງາມ ແລະ ນ້ຳທະເລທີ່ສະອາດ, ສະຫງົບນິ້ງ ໄດ້ສ້າງເປັນທິວທັດທີ່ໜ້າຕື່ນຕາຕື່ນໃຈ, ແຕກຕ່າງຈາກປະເທດອື່ນໆໃນໂລກ.

Live Science ໄດ້ຈັດອ່າວ ຮະ​ລອງ ເຂົ້າພ້ອມກັບບັນດາເຂດທັດສະນີຍະພາບທີ່ມີຊື່ສຽງຂອງໂລກ ເຊັ່ນ: ນ້ໍາຕົກຕາດ Victoria ໃນພາກໃຕ້ຂອງອາຟະຣິກາ, ຝັ່ງທະເລ Jurassic Coast ຂຶ້ນກັບລາຊະອານາຈັກອັງກິດ, ປະກາລັງ Great Barrier Reef ທີ່ອົດສະຕາລີ, ແມ່ນໍ້າ Perito Moreno Glacier ຂອງອາກຊັງຕີນ...

ອ່າວ ຮະລອງ ເຄີຍໄດ້ມີບັນດາ​ເວັບໄຊທີ່ມີອິດທິພົນຊື່ສຽງຂອງໂລກຈັດເຂົ້າທອັບສະຖານທີ່ມະ​ຫັດ​ສະ​ຈັນ​ທີ່​ໜ້າ​ປະ​ທັບ​ໃຈ ແລະ ງາມ​ທີ່​ສຸດ​ຂອງ​ໂລກ. ​ເດືອນ​ມີນາ​ປີ 2022, ວາລະສານ The Travel ​ໄດ້​ຄັດ​ເລືອກ 10 ສະຖານ​ທີ່​ໃນ​ອາຊີ​ທີ່​ຕ້ອງ​ໄດ້​ໄປ​ຢາມ​ເທື່ອ​ໜຶ່ງ​ໃນ​ຊີວິດ, ​ໃນ​ນັ້ນ​ອ່າວ​ຮະລອງ​ໄດ້​ຈັດ​ອັນ​ດັບ​ທີ 2 ພ້ອມ​ກັບທັດສະນີຍະພາບ ​ເຊັ່ນ: ພູ​ຟູ​ຈິ (ຍີ່ປຸ່ນ), ກຳ​ແພງ​ເມືອງ (ຈີນ), ວິຫານ Taj Mahal (ອິນເດຍ)…

ບູນມີ

ເຫດການ
302 Found

Found

The document has moved here.