ເຫງະອານຈັດຕັ້ງການໂຄສະນາກ່ຽວກັບປີມິດຕະພາບຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.

13:08 | 17/06/2022

ຍສໝ-ຫວ່າງແລ້ວນີ້​, ຄະນະ​ໂຄສະນາ​ສຶກສາ ຄະນະພັກ​ແຂວງ ​ເຫງະອານ ​ໄດ້ປະກາດໃຊ້ຄໍາແນະນໍາ ​ເລກທີ 42-HD/BTGTU ກ່ຽວ​ກັບ​ການ​ໂຄສະນາ “ປີ​ມິດຕະພາບ​ຫວຽດນາມ - ລາວ 2022” ​ແລະ “ປີ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ 2022”.

ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່ ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່
ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ
ເຫງະອານຈັດຕັ້ງການໂຄສະນາກ່ຽວກັບປີມິດຕະພາບຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.
ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການພົບປະເຈລະຈາທາງໄກ ກັບທ່ານ ນາຍົກລັດຖະມົນຕີ ລາວ ແລະ ທ່ານ ນາຍົກລັດຖະມົນຕີ ກໍາປູເຈຍ ໃນເດືອນ 3 ປີ 2021 (ພາບ: baoquocte.vn)

ຄະນະ​ໂຄສະນາ​ສຶກສາ ຄະນະພັກ​ແຂວງ ສະເໜີໃຫ້​ບັນດາ​ທ້ອງ​ຖິ່ນ, ຫົວໜ່ວຍ​ຈັດ​ຕັ້ງ​ການ​ໂຄສະນາ​ກ່ຽວ​ກັບ​ປະຫວັດສາດ​ການ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ ​ແລະ ບັນດາຜົນງານການ​ຮ່ວມ​ມື​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນໃນ​ໄລຍະ​ແຕ່​ປີ 1962 ຮອດ​ປະຈຸ​ບັນ, ​ໃນ​ນັ້ນ ສຸມໃສ່​ເນັ້ນ​ໜັກ​: ຢັ້ງຢືນການພົວພັນລະຫວ່າງ ຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນແບບຢ່າງໜຶ່ງ, ຕົວແບບໜຶ່ງທີ່ຫາຍາກກ່ຽວກັບຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ, ສັດຊື່ບໍລິສຸດ, ໂປ່ງໃສ ແລະ ເຕັມໄປດ້ວຍປະສິດທິຜົນລະຫວ່າງປະຊາຊົນສອງປະເທດທີ່ຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ຄວາມກ້າວໜ້າຂອງສັງຄົມ; ເຮັດໃຫ້ປະຊາຊົນ​ທຸກ​ຊັ້ນ​ຄົນໄດ້ເຂົ້າໃຈເລິກເຊິ່ງກ່ຽວກັບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງ​ຊາດ ຫວຽດນາມ - ລາວ ທີ່ປະທານ ໂຮ່ຈິມິນ ແລະ ປະທານສຸພານຸວົງ, ປະທານໄກສອນ ພົມວິຫານໄດ້ສ້າງສັນ; ສືບຕໍ່ປົກປັກຮັກສາ, ພັດທະນາ ແລະ ຍົກ​ສູງ​ການ​ພົວພັນ​​ພິ​ເສດ​ຫວຽດນາມ - ລາວ ບົນ​ຈິດ​ໃຈ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເຈດຈໍານົງກຸ້ມຕົນເອງ, ເພິ່ງຕົນເອງ, ​ເສີມ​ຂະຫຍາຍ​ທ່າແຮງ ​ແລະ ຄວາມ​ສາມາດ​ຂອງ​ແຕ່ລະ​ຝ່າຍ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ປະກອບສ່ວນເຂົ້າໃນການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື​ ແລະ​ ​ພັດ​ທະ​ນາ​ໃນ​ພາກ​ພື້ນ ​ແລະ​ ທົ່ວໂລກ​.

​ໂຄສະນາ​ບັນດາ​ໂຄງການ​ພົ້ນເດັ່ນ​ໂດຍ​ມີ​ການ​ສົມທົບ​ລະຫວ່າງ​ສອງ​ປະ​ເທດ; ບັນດາ​ຮູບແບບ​ທີ່​ດີ, ວິທີ​ການທີ່ມີປະສິດທິຜົນໃນ​ພັດທະນາ​ເສດຖະກິດ - ສັງຄົມ​ຢູ່​ເຂດ​ຊາຍ​ແດນ, ໝາກຜົນ​ຂອງ​ການ​ຮ່ວມ​ມື​ພັດທະນາ​ເສດຖະກິດ, ວັດທະນະທຳ - ສັງຄົມ​ລະຫວ່າງ​ແຂວງ ​ເຫງະອານ ກັບ​ແຂວງ​ຊຽງ​ຂວາງ, ບໍລິ​ຄຳ​ໄຊ, ຫົວພັນ ​ແລະ ​ບັນດາເມືອງ​ເຂດຊາຍ​ແດນ​ແຂວງ ​ເຫງະອານ ກັບ​ບັນດາ​ເມືອງເຂດ​ຊາຍ​ແດນ​ຂອງປະເທດເພື່ອນມິດ​ລາວ; ບັນດາ​ບຸກຄົນ​ທີ່ພົ້ນເດັ່ນເຊິ່ງມີປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຫວຽດນາມ - ລາວ.

ໂຄສະນາ​ກ່ຽວ​ກັບ​ເນື້ອ​ໃນ ​ແລະ ຄວາມ​ໝາຍ​ຂອງ​ສອງ​ເຫດການ​ສຳຄັນ​ຄື: ວັນ​ສ້າງຕັ້ງການພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ (5 ກັນຍາ 1962) ​ແລະ ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ (18 ກໍລະກົດ 1977); ຢືນ​ຢັນ​ສອງ​ເຫດ​ການ​ປະ​ຫວັດ​ສາດ​ທີ່​ຍິ່ງ​ໃຫຍ່, ເປັນ​ຂີດ​ໝາຍ​ບາດ​ລ້ຽວ, ເປັນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ລະ​ຫວ່າງ​ສອງ​ປະ​ເທດ. ໂຄສະນາ ແລະ ຕອບ​ສະ​ໜອງ​ການ​ປະ​ກວດ “​ຊອກຮູ້​ປະ​ຫວັດ​ສາດ​ການ​ພົວ​ພັນ​​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ, ລາວ - ຫວຽດນາມ”.

ໂຄສະນາກ່ຽວກັບປະຫວັດສາດການພົວພັນ ຫວຽດນາມ - ກຳປູເຈຍ ແລະ ບັນດາຜົນງານການຮ່ວມມືລະຫວ່າງສອງປະເທດໃນໄລຍະປະຈຸບັນ: ຂໍ້ມູນກ່ຽວກັບປະຫວັດສາດການພົວພັນລະຫວ່າງສອງປະເທດ, ບັນດາຂີດໝາຍປະຫວັດສາດທີ່ສຳຄັນ, ບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ໃນ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ກຳປູເຈຍ (24 ມິຖຸນາ 1967 - 24 ມິຖຸນາ 2022); ຄວາມ​ຜູກ​ພັນ​ຂອງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ບັນດາໄລຍະ​ປະຫວັດສາດ; ການ​ປະກອບສ່ວນ ​ແລະ ການ​ເສຍສະຫຼະ​ຂອງ​ກອງທັບ ​ແລະ ປະຊາຊົນ ຫວຽດນາມ ​ໃນ​ໄລຍະ​ທີ່​​ຮ່ວມກັບປະຊາຊົນ ກຳປູ​ເຈຍ ​ເພື່ອ​ໂຄ່ນ​ລົ້ມ​ລະບອບ​ດັບສູນເຊື້ອຊາດ ຂະແມແດງ.

ໂຄສະນາກ່ຽວກັບໝາກຜົນ, ຜົນງານໃນການຮ່ວມມືທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ, ຄວາມໝັ້ນຄົງ, ການປ້ອງກັນຊາດ...ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ ​ການ​ພົວພັນ​ດ້ານ​ການ​ເມືອງ​ສືບ​ຕໍ່​ມີ​ບົດບາດ​ຫຼັກແຫຼ່ງ, ​ກໍານົດທິດ​​ໃນ​ການ​ພົວພັນ​ຂອງສອງປະ​ເທດ.

ຄະນະ​ໂຄສະນາ​ສຶກສາ ຄະນະພັກ​ແຂວງ ສະເໜີບັນດາທ້ອງຖິ່ນ, ຫົວໜ່ວຍຈັດຕັ້ງການເຄື່ອນໄຫວປຸກລະດົມໃຫ້ມີຄວາມອຸດົມສົມບູນ, ຫຼາຍຮູບຫຼາບແບບ, ​ຈັດຂຶ້ນໃນຕະຫຼອດປີ 2022, ໃນນັ້ນສຸມໃສ່ຈຸດເວລາ: ສຳລັບ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022””, ແຕ່ເດືອນ ມິຖຸນາ ຫາ ເດືອນ ສິງຫາ 2022. ສຳລັບ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022” ແຕ່ ເດືອນ ກໍລະກົດ ຫາ ເດືອນ ກັນຍາ 2022.

ຫອມມາລາ

ເຫດການ
302 Found

Found

The document has moved here.