ນັກສຶກສາຫວຽດນາມ - ລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈີມິນ ພົບປະແລກປ່ຽນວັດທະນະທຳ ແລະຕ້ອນຮັບບຸນປີໃໝ່

08:56 | 19/04/2022

ຫວ່າງແລ້ວນີ້, ບຸນປີໃໝ່ປະຈໍາຊາດ ແລະການພົບປະແລກປ່ຽນວັດທະນະທໍາ ຫວຽດນາມ - ລາວ - ກຳປູເຈຍ ປີ 2020 ໄດ້ດຳເນີນໄປໃນບັນຍາກາດຟົດຟື້ນມ່ວນຊື່ນ.

“ສັບ​ປະ​ດາ​ວັດ​ທະ​ນະ​ທຳ 6 ແຂວງ ພາ​ກ​ເໜືອ ຫວຽດ​ນາມ ແລະ ຮ່າ​ໂນ້ຍ” ປີ 2022 “ສັບ​ປະ​ດາ​ວັດ​ທະ​ນະ​ທຳ 6 ແຂວງ ພາ​ກ​ເໜືອ ຫວຽດ​ນາມ ແລະ ຮ່າ​ໂນ້ຍ” ປີ 2022
ໂຄສະນາພາບພົດ, ປະເທດຊາດ, ຊາວ ຫວຽດນາມ ກັບນັກທ່ອງທ່ຽວສາກົນ ໂຄສະນາພາບພົດ, ປະເທດຊາດ, ຊາວ ຫວຽດນາມ ກັບນັກທ່ອງທ່ຽວສາກົນ
undefined
ລາຍການສະແດງສິລະປະພິເສດ. ພາບ: ຄະນະຈັດຕັ້ງ

ນີ້ແມ່ນການເຄື່ອນໄຫວໂດຍມະຫາວິທະຍາໄລເສດຖະກິດ-ກົດໝາຍ, ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ຈັດຕັ້ງ ເພື່ອສະເຫຼີມສະຫຼອງບຸນປີໃໝ່ (ລາວ) ແລະບຸນປີໃໝ່ Chol Chnam Thmay (ກຳປູເຈຍ).

ງານບຸນຍັງແນໃສ່ສ້າງສະພາບແວດລ້ອມແຫ່ງການຝຶກຝົນຫຼໍ່ຫຼອມທັກສະເຊື່ອມຕົວ ແລະ ກາລະໂອກາດໃຫ້ນັກສຶກສາລາວ - ກຳປູເຈຍ ຕ້ອນຮັບບຸນປີໃໝ່ປະຈໍາຊາດຢູ່ ຫວຽດນາມ, ພ້ອມທັງພົບປະແລກປ່ຽນ ແລະຊອກຮູ້ກ່ຽວກັບວັດທະນະທຳ 3 ປະເທດ ຫວຽດນາມ - ລາວ, ກຳປູເຈຍ, ນອກຈາກນັ້ນ ຍັງນຳຮູບພາບປະເທດຊາດ ແລະຊາວຫວຽດນາມ ເຖິງນັກສຶກສາ ປະເທດເພື່ອນອີກດ້ວຍ.

ລາຍການໄດ້ດຶງດູດການເຂົ້າຮ່ວມຂອງໄວໜຸ່ມແມ່ນນັກສຶກສາ ຫວຽດນາມ, ລາວ, ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລ ແລະສະຖາບັນໃນນະຄອນ ໂຮ່ຈີມິນ ເປັນຈໍານວນຫຼວງຫຼາຍ.

ໃນຂອບເຂດບຸນປີໃໝ່ ແລະ ບຸນປີໃໝ່ Chol Chnam Thmay ແລະ ການພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ລາວ - ກຳປູເຈຍ, ໄວໜຸ່ມຂອງ 3 ປະເທດໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວ ຄື: ການແຂ່ງຂັນ “ສັ່ນກະດິງຄໍາຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທຳອິນດູຈີນ”; ການແຂ່ງຂັນອອກແບບ ແລະເດີນແບບຊຸດອາພອນພື້ນເມືອງຫວຽດນາມ - ລາວ - ກຳປູເຈຍ: “ສີສັນອິນດູຈີນ”.

ພິເສດ, ໄວໜຸ່ມ 3 ປະເທດຍັງໄດ້ເຂົ້າຮ່ວມລາຍການວັດທະນະທຳທີ່ເປັນມູນເຊື້ອຂອງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ ຄື: ດົນຕີພື້ນເມືອງຫວຽດນາມ - ລາວ - ກຳປູເຈຍ; ຮ້ານວາງສະແດງ, ເຂດວັດທະນະທຳພື້ນເມືອງຫວຽດນາມ - ລາວ - ກຳປູເຈຍ, ວາດພາບບັນດາຄຸ້ມຖະໜົນຫວຽດນາມ, ລາວ ແລະ ກຳປູເຈຍ...

ຄຽງຂ້າງນັ້ນ, ນັກສຶກສາໄດ້ດຳເນີນພິທີບາສີສູ່ຂວັນ, ສົ່ງຄໍາອວຍພອນອັນດີງາມ; ຮັບປະທານອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ...

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.