ຫວຽດນາມ - ໂອມານ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ

20:00 | 12/06/2022

ຍສໝ - ບົນ​ພື້ນຖານ​ນັ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ ໂອ​ມານ ​ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຫວັງ​ວ່າ ສອງປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.

ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້
ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ  ຄົບຮອບ 30 ປີ ຊຸກຍູ້ຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ມຸ່ງໄປເຖິງການສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອູຣູກວາຍ ຄົບຮອບ 30 ປີ

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ລາຊະ​ອານາຈັກ​ໂອ​ມານ ປະຈຳ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງໂອມານ - ຫວຽດນາມ.

ຫວຽດນາມ - ໂອມານ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ
ຫວຽດນາມ - ໂອມານ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການ ພົວພັນທາງການທູດ. ພາບ: congly.vn

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດລາຊະ​ອານາຈັກໂອມານ Saleh Mohamed Ahmed Al Saqri ​ໄດ້​ຕີ​ລາຄາ​ບັນດາ​ບາດກ້າວສຳຄັນ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ໂອມານ ທີ່​ບັນລຸ​ໄດ້. ການ​ພົວພັນ​ທາງ​ການ​ທູດ ​ແລະ ການ​ເມືອງ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ​ໂດຍ​ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຢ່າງ​ເປັນ​ທາງ​ການ. ສອງປະ​ເທດ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມະການປະສົມ​ຮ່ວມ​ມື​ເສດຖະກິດ​ຫວຽດນາມ - ​ໂອ​ມານ, ​ໄດ້​ລົງ​ນາມ​ໃນສັນຍາ 10 ສະບັບ ​ແລະ ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫຼາຍ​ຂົງ​ເຂດ 3 ສະບັບ...

​ໃນ 2 ປີຜ່ານມາ, ​ໂດຍບໍ່ຫົວຊາຕໍ່​ຄວາມ​ຫຍຸ້ງຍາກ​ຍ້ອນ​ໂລກ​ລະບາດ​ໂຄ​ວິດ-19, 2 ປະ​ເທດຍັງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ ​ແລະ ຮັດ​ແໜ້ນ​ການ​ຮ່ວມ​ມື...

ທ່ານ​ນາງ ຫງວຽນ​ມີງຮັ່ງ, ຜູ້ຊ່ວຍວຽກລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ແບ່ງປັນ​ວ່າ: “ພວກ​ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່​ມີຄວາມເຄົາລົບຕໍ່ຮູ້ສຶກອັນ​ດີງາມ ​ແລະ ການສະໜັບສະໜູນ​ອັນ​ລ້ຳ​ຄ່າ​ທີ່​ລັດຖະບານ ​ແລະ ປະຊາຊົນ ໂອມານ ​ໄດ້​ສະຫງວນ​ໃຫ້​ປະຊາຊົນ ຫວຽດນາມ ​ໃນ​ໄລຍະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ເພື່ອ​ຜ່ານ​ຜ່າ​ຜົນ​ຮ້າຍຢ້ອນຫຼັງ​ຈາກ​ໄພ​ທຳ​ມະ​ຊາດ. ການ​ພົວ​ພັນ​ທີ່​ສະ​ໜິດ​ຕິດພັນ, “ຮ່ວມທຸກຮ່ວມສຸກ” ແມ່ນ​ພື້ນ​ຖານ​ອັນໝັ້ນແກ່ນ​ໃຫ້​ແກ່​ການ​ຮ່ວມ​ມື​ອັນ​ຍາວ​ນານ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ ແລະ ໂອ​ມານ.

ບົນ​ພື້ນຖານ​ນັ້ນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ທ່ານ​ເອກ​ອັກຄະ​ລັດຖະທູດ ໂອ​ມານ ​ແລະ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຫວັງ​ວ່າ ສອງປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.

ບູນມີ

302 Found

Found

The document has moved here.