ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້

12:13 | 03/05/2022

ຍ​ສ​ໝ - ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ໄດ້ຈັດພິທີສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2022).

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 47 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບຖືກຈັດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 47 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບຖືກຈັດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ
ສະຖານທູດ ຫວຽດນາມ ປະຈຳ ເວເນຊູເອລາ ສະເຫຼີມສະຫຼອງ 47 ປີແຫ່ງວັນປົດປ່ອຍພາກໃຕ້
ທ່ານ​ນາງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ຮ່າ​ທິ​ງາ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: TTXVN)

ສະຖານທູດ​ຫວຽດນາມ ປະຈຳ ເວ​ເນ​ຊູ​ເອລາ, ອົງການ​ທີ່ປຶກສາຝ່າຍປ້ອງ​ກັນ​ຊາດ ​ແລະ ປະຊາ​ຄົມ​ຊາວ ຫວຽດນາມ ປະຈຳ ເວເນຊູເອລາ, ຄະ​ນະ​ຜູ້​ແທນ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ໂດຍ​ສະ​ຫາຍ ຮ່າ​ທິ​ງ​າ (ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ, ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ) ໄດ້​ເຂົ້າ​ຮ່ວມ​ພິ​ທີ.

ທີ່​ພິ​ທີ, ທ່ານ​ນາງ​ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ຮ່າ​ທິ​ງາ ໄດ້​ສະ​ແດງ​ຄວາມ​ຕື້ນຕັນໃຈທີ່ໄດ້​​ໄປ​ວາງ​ພວງ​ມາ​ລາ​​ລະ​ນຶກ​ເຖິງ​ປະ​ທານ ໂຮ່​ຈີ​ມິນ ຢູ່ ເວ​ເນ​ຊູ​ເອ​ລາ; ຕີ​ລາຄາ​ສູງ​ບັນດາ​ການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ​ເວ​ເນ​ຊູ​ເອລາ. ທ່ານ​ນາງ ຮ່າ​ທິ​ງ​າ ​ເນັ້ນ​ໜັກ​ວ່າ ​ປະຊາຊົນ ​ແລະ ​ແມ່ຍິງ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ເວເນຊູເອລາ, ຍາມ​ໃດ​ກໍ່​ສະໜັບສະໜູນ ເວເນຊູເອລາ ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ພັດທະນາ​ປະ​ເທດ​ຊາດ ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ​ເວ​ເນ​ຊູ​ເອ​ລາ ນັບມື້ກໍນັບ​ພັດທະນາດີງາມກວ່າ.

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ທີ່ UNESCO ​ເຊີດຊູ​ປະທານ ​ໂຮ່ຈີ​ມິນ ​ເປັນ​ນັກ​ວັດທະນະທຳ​ດີ​ເດັ່ນ ​ແລະ ວິລະ​ຊົນ​ແຫ່ງ​ການ​ປົດ​ປ່ອຍ​ຊາດ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ເລ​ວຽດ​ຢ​ວຽນ ​ໄດ້​ຍົກ​ອອກ​ມະຕິ​ຂອງ UNESCO ​ໂດຍ​ຖື​ວ່າ: ປະທານ ​ໂຮ່ຈີ​ມິນ ​ແມ່ນ​ສັນຍາ​ລັກ​ອັນ​ດີ​ເລີດ​ຂອງ​ຈິດ​ໃຈ​ແຫ່ງ​ການ​ເປັນ​ເຈົ້າ​ຕົນ​ເອງ​ຂອງ​ຊາດ. ທ່ານ​ໄດ້​ອຸທິດ​ຕະຫຼອດ​ຊີວິດ​ເພື່ອ​ພາລະກິດ​ປົດ​ປ່ອຍ​ຊາດ​ຫວຽດນາມ, ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ຂອງ​ທົ່ວ​ປວງ​ຊົນ​ເພື່ອ​ສັນຕິພາບ, ເອກະລາດ​ແຫ່ງ​ຊາດ, ປະຊາທິປະ​ໄຕ ​ແລະ ຄວາມ​ກ້າວໜ້າ​ຂອງ​ສັງຄົມ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ​ໃນ​ນາມ​ລັດຖະບານ ເວເນຊູເອລາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ Capaya Rodriguez ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ​ເຄົາລົບ​ນັບຖື​ປະທານ ​ໂຮ່ຈີ​ມິນ; ລັດຖະບານ ​ແລະ ປະຊາຊົນ ເວ​ເນ​ຊູ​ເອລາ ຍາມ​ໃດ​ກໍ່​ຖື​ເພິ່ນເປັນ​ແບບຢ່າງ​ໃນ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ເອກະລາດ ​ແລະ ອະທິປະ​ໄຕ, ຮັກສາ​ສັນຕິພາບ ​ແລະ ພັດທະນາ​ປະ​ເທດຊາດ, ພ້ອມ​ທັງ​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ເວເນຊູເອລາ./.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.