ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ

06:30 | 09/06/2022

ຍ​ສ​ໝ - ເມື່ອ​ລະ​ດູ​ຮ້ອນ​ວຽນ​ມາ, ຕາມ​ກົກ (ນິງ​ບິ່ງ) ພັດ​ປົກ​ຄຸມ​ດ້ວຍ​ສີ​ເຫຼືອງ​ຂອງ​ເຂົ້າ​ສຸກ​ເຫຼືອງ, ອ້ອມຮອບ​ແມ່​ນ້ຳ ໂງ​ດົ່ງ ຢູ່​ທ່າມ​ກາງ​ພູ​ຫີນ ຂຽວ​ສົດ​ງົດ​ງາມ.

ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ
ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ ຈຸດ​ພິ​ກັດ​ແຫ່ງ​ຄວາມ​ສຸກ: Series ຟິ​ມ healing - ການ​ທ່ອງ​ທ່ຽວ ຫວຽດ​ນາມ ຄັ້ງ​ທຳ​ອິດ​ໄດ້​ຈຳ​ໜ່າຍ​ຢູ່​ສາ​ກົນ
ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT

ຕາມ​ກົກ ໝາຍ​ຄວາມວ່າ ​ຖ້ຳ 3 ແຫ່ງ, ລວມ​ມີ ຖ້ຳ​ກ໋າ, ຖ້ຳ​ຮາຍ ແລະ ຖ້ຳ ບາ. ທັງ​ສາມ​ຖ້ຳ​ລ້ວນ​ແຕ່​ໄດ້​ສ້າງ​​ຂຶ້ນ​ດ້ວຍ​ແມ່​ນ້ຳ​ໂງ​ດົ່ງ ທີ່​ທະ​ລຸ​ຜ່ານ​ພູ.

ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT

ບົນ​ແມ່​ນ້ຳ​ໄປ​ຍັງ​ຖ້ຳ​ກ໋າ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ຟັງ​ການ​ແນະ​ນຳ​ກ່ຽວ​ກັບ ເງີບ​ນົກ​ອິນ​ຊີ - ນັ້ນ​ແມ່ນ​ເງີ​ບ​ພູ​ທີ່​​ທຳ​ມະ​ຊາດ​ໄດ້ສ້າງ​​ເປັນ​ຮູບ​ນົກ​ອິນ​ຊີ.

ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT

ຖ້ຳ​ກາ ແມ່​ນ​ຖ້ຳ​ຍາວ​ທີ່​ສຸດຢູ່​ກາມ​ກົກ, ມີ​ລວງ​ຍາວ​ປະ​ມານ 127 ແມັດ, ປ​ະ​ຕູ​ຖ້ຳ​ກວ້າງ​ກ່​ວາ 20 ແມັດ. ​ພາຍໃນ​ຖ້ຳມີບັນ​ຍາ​ກາດ​​ປອດ​ໂປ່ງ​ເຢັນ​ສະ​ບາຍ ແລະ ມີ​ຫີນ​ຍ້ອຍຫຼາຍ​ອັນ​ທີ່​ມີ​ຮູບ​ຮ່າງທີ່​ແຕກ​ຕ່າງ​ກັນ.

ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT

ກ່ອນ​ທີ່​ຈ​ະ​ເຂົ້າ​ຖ້ຳ ຮາຍ ​ກໍ່​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ສວຍ​ງາມ. ເພື່ອ​ມາ​ຢ້ຽມ​ຊົມສະ​ຖານ​ທີ່​ແຫ່ງ​ນີ້​ແຂກ​ທ່ອງ​ທ່ຽວ​ຕ້ອງ​ຈ່າຍ​ເງິນ​ 20.000 ດົ່ງ/ເທື່ອ​ຄົນ.

ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT

ໃກ້​ຕາມ​ກົກ​ຍັງ​ມີ 2 ສະ​ຖານ​ທີ່​ທີ່​ມີ​ຊື່​ສຽງ ນັ້ນ​ແມ່ນ​ວັດ​ບິກ​ດົງ ແລະ ຖ້ຳ​ມົວ. ຖ້າ​ມີ​ເວ​ລາ, ແຂກ​ທ່ອງ​ທ່ຽວ​ກໍ່​ອາດ​ຈະ​ແວ່​ຍາມ​ເພື່ອ Check-in

ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT
ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT
ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT
ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT

ລາ​ຄາເຂົ້າ​ຢ້ຽມ​ຊົມ​ຕາມ​ກົກ

ຜູ້​ໃຫຍ່ - 120.000ດົ່ງ/ຄົນ/ຄັ້ງ

ເດັກ (ຕ່ຳ​ກວ່າ 1ແມັດ4) - 60.000ດົ່ງ/ຄົນ/ຄັ້ງ

ຄ່າ​​ເຮືອ - 150.000ດົ່ງ/ຄົນ/ຄັ້ງ (4 ຄົນ)

ຖະ​ໜົນ​ໄປ​ຍັງ​ຕາມ​ກົກ

ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: LIPIT

ຕາມ​ກົກ​ນອນ​ຢູ່​ຫ່າງ​ຈາ​ກ​ຖະ​ໜົນຫຼວງ ເລກ​ທີ 1 ເກືອບ 2 ກີ​ໂລ​ແມັດ, ຫ່າງ​ຈາກ​ນະ​ຄອນ ນິງ​ບິ່ງ 7 ກີ​ໂລ​ແມັດ, ເຂດ​ທົ່ງ​ນາ​ເຫຼືອງ​ຕາມ​ກົກ ເປັນ​ຕົ້ນ​ແມ່ນ​ພາກ​ເຂດ​ຢູ່​ບໍ​ລິ​ເວນ​ຕາ​ແສງ​ນິງ​ຫ໋າຍ, ເມືອງ​ຮ​ວາ​ລື.

ຖ້າ​ໄປ​ແຕ່​ຮ່າ​ໂນ້ຍ, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ເດີນ​ທາງ​ດ້ານ​ລົດ​ໂອ​ໂຕ​ຜ່ານ​ເສັ້ນ​ທາງ​ດ່ວນ ຮ່າ​ໂນ້ຍ - ນິງ​ບິ່ງ​ ເພື່ອ​ມາ​ຍັງ​ນະ​ຄອນ​ນິງ​ບິ່ງ, ຫຼັງ​ຈາກ​ນັ້ນ​ຈະ​ເດີນ​ທາງ​ໄປ​ຍັງ​ຕາມ​ກົກ. ​ເສຍ​ເວ​ລາທັງໝົດ​ປະ​ມານ 1 ໂມງ 30 ນາ​ທີ.

ລະດູຮ້ອນວຽນມາ, ມານິງບິງເພື່ອຢ້ຽມຊົມລະດູເຂົ້າສຸກເຫຼືອງຢູ່ຕາມກົກ
ພາບ: Google Maps

ບຸນ​ຄົງ

ເຫດການ
302 Found

Found

The document has moved here.