ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ

15:08 | 06/06/2022

ຍ​ສ​ໝ - ພະ​ແນກ​ສາ​ທາ​ລະ​ນະ​ສຸກ ດ່າ​ນັ້ງ ໄດ້​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ລົງ​ທຶນ​ຂຸດ​ຄົ້ນ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ດ່າ​ນັ້ງ (AHT) ຈັດ​ຕັ້ງ​ການກວດ​ຫາ​ເຊື້ອ​ໂຄວິດ - 19 ແບບ​ໄວໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ​ ໃນ​ລະ​ຫວ່າງວັນ​ທີ 28 ພຶດ​ສະ​ພາ ຫາ​ວັນ​ທີ 30 ມິ​ຖຸ​ນາ 2022.

“ເຊື່ອມ​ຕໍ່​ອ້ອມ​ແຂນ” ອຸ​ປະ​ຖຳ​ໃຫ້​ແກ່​ດັກ​ນ້ອຍກຳ​ພ້າ 1.700 ຄົນ​ ຍ້ອນ​ໂຄວິດ - 19 “ເຊື່ອມ​ຕໍ່​ອ້ອມ​ແຂນ” ອຸ​ປະ​ຖຳ​ໃຫ້​ແກ່​ດັກ​ນ້ອຍກຳ​ພ້າ 1.700 ຄົນ​ ຍ້ອນ​ໂຄວິດ - 19
ຮ່າ​ໂນ້ຍ ແລະ ດ່າ​ນັ້ງ ໄດ້​ນອນ​ໃນ Top ທີ່ໄດ້​ຮັບຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຢູ່​ອາ​ຊີ 2022 ຮ່າ​ໂນ້ຍ ແລະ ດ່າ​ນັ້ງ ໄດ້​ນອນ​ໃນ Top ທີ່ໄດ້​ຮັບຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຢູ່​ອາ​ຊີ 2022
ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ

ແຂ​ກ​ທ່ອງ​ທ່ຽວ​ສ.ເກົາຫຼີ (ພາບ: giaoducthoidai.vn)

ຕາມ​ນັ້ນ​ແລ້ວ, ແຂກ​ທ່ອງ​ທ່ຽວ​ສາ​ກົນ​ອອກເມືອງ​ ຫວຽດ​ນາມ ຢູ່​ດ່າ​ນັ້ງ​ ທີ່​ທ່າ​ອາ​ກາດ​ສະ​ຍານສາ​ກົນ ດ່າ​ນັ້ງ ທີ່ມີ​ຄວາມ​ຕ້ອງ​ການ​ ຈະ​ໄດ້​ຮັບ​ການ​ໜູນ​ຊ່ວຍກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ. ກໍ​ລະ​ນີມ​ຜົນ​ກວດ​ເປັນ​ບ​ວກ​ກັບ​ໂຄວິດ - 19 ​ບັນ​ດາ​ອົງ​ການ​ສາ​ທາ​ລະ​ນະ​ສຸກ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ຈະ​ໄດ້ຕີ​ລາ​ຄາ​ເບື້ອງ​ຕົນ, ໂດຍສານ, ຕິດ​ຕາມ​ສຸ​ຂະ​ພາບ ແລະ ປິ່ນ​ປົວ​ຮັບ​ປະ​ກັນ​ບັນ​ດາ​ເງື່ອ​ນ​ໄຂ​ປອດ​ໄພ​ໃນ​ການ​ປ້ອງ​ກັນ​ຕ້ານ ໂຄວິດ - 19 ຕາມ​ຂໍ້​ກຳ​ນົດ.

ໄລ່​ຮອດ​ທ້າຍ​ເດືອ​ນ​ພຶດ​ສະ​ພາ ຈຳ​ນວນ​ຖ້ຽວ​ບິນ​ສາ​ກົນ​ມາ​ຍັງ​ດ່າ​ນັ້ງ ພາຍ​ຫຼັງ​ເປີດ​ປະ​ຕູ​ການ​ບິນ​ສາ​ກົນ ແມ່ນ 137 ຖ້ຽວ​ດ້ວຍ​ແຂກທ່ອງ​ທ່ຽວ 16.660 ຄົນ, ໃນ​ນັ້ນ​ມີ​ແຂກ​ທ່ອງ​ທ່ຽວ ​ສ.ເກົາຫຼີ 3.808 ຄົນ ອັນ​ໄດ້​ນຳ​ມາ​ເຊິ່ງ​ສັນ​ຍານ​ຟື້ນ​ຟູ, ການ​ເຕີບ​ໂຕ​ຂອງການ​ທ່ອງ​ທ່ຽວ​ດ່າ​ນັ້ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.