ດາໜັງກຽມພ້ອມທີ່ຈະຈັດຕັ້ງເວທີປາໄສພັດທະນາສາຍການບິນ ອາຊີ ປີ 2022

06:30 | 06/06/2022

ຍສມ-ໄດ້ມີຜູ້ແທນສາກົນ ກ່ວາ 500 ທ່ານ, ໃນນັ້ນມີຜູ້ແທນຂອງ 110 ບໍລິສັດການບິນ ໄດ້ຈົດທະບຽນເຂົ້າຮ່ວມເວທີປາໄສພັດທະນາສາຍການບິນອາຊີ 2022 ໂດຍນະຄອນດາໜັງເປັນເຈົ້າພາບຈັດຕັ້ງ.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022 ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ III ຈະຈັດຂຶ້ນ ໃນເດືອນ ກັນຍາ ປີ 2022
ດາໜັງກຽມພ້ອມທີ່ຈະຈັດຕັ້ງເວທີປາໄສພັດທະນາສາຍການບິນ ອາຊີ ປີ 2022

ເວ​ທີ​ປາ​ໄສ​ພັດ​ທະ​ນາ​ສາຍ​ການ​ບິນ ອາ​ຊີ ປີ 2022 ໄດ້ຈັດຂື້ນໃນວັນທີ 4-8 ມິຖຸນາ (ພາບ: dangcongsan.vn)

ດາໜັງໄດ້ກະກຽມວັດຖຸອຸປະກອນ, ບັນດາຜະລິດຕະພັນທ່ອງທ່ຽວຢ່າງຄົບຖ້ວນ ກໍຄືວຽກງານຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ ເພື່ອຈັດຕັ້ງເຫດການນີ້ຢ່າງສໍາເລັດຜົນ.

ພະແນກການທ່ອງທ່ຽວນະຄອນໄດ້ກະກຽມຄຼິບວີດີໂອແນະນຳສະຖານທີ່ທ່ອງທ່ຽວດາໜັງ, ຜະລິດຕະພັນທີ່ເອກະລັກສະເພາະ ເພື່ອເປັນຂອງຕ້ອນທີ່ລະນຶກໃຫ້ແກ່ແຂກຖືກເຊີນ, ຈັດຕັ້ງລາຍການເດີນຂະບວນເຮືອດອກໄມ້ບົນແມ່ນ້ຳຮ່ານ, ຄັດເລືອກ ແລະ ຝຶກອົບຮົມຜູ້ອາສາສະໝັກ ເພື່ອຮັບໃຊ້ເວທີປາໄສ…

ໃນໂອກາດນີ້, ພະແນກການທ່ອງທ່ຽວໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາ, ພະແນກອຸດສາຫະກຳ ແລະ ການຄ້າ ຈັດຕັ້ງການວາງສະແດງພາບຖ່າຍດາໜັງ, ວາງສະແດງຜະລິດຕະພັນ OCOP ແລະ ຜັນຂະຫຍາຍສະຖານທີ່ສະແດງດົນຕີຕາມທ້ອງຖະໜົນໃນຕະຫຼອດໄລຍະດຳເນີນເຫດການ.

ຫອມມາລາ

ເຫດການ
302 Found

Found

The document has moved here.