ໄຂກອງປະຊຸມອະນາຄົດ ອາຊີ

13:50 | 29/05/2022

ຍສໝ-ຕອນເຊົ້າວັນທີ 26 ພຶດສະພາ, ກອງປະຊຸມອະນາຄົດອາຊີ ຄັ້ງທີ 27 ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ). ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟ້າມບິງມິງ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ໄປເຂົ້າຮ່ວມກອງປະຊຸມແບບເຊິ່ງໜ້າ.

ບົດລາຍງານ MIWE 2021: ນັກທຸລະກິດຍິງ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ແລະ ຍືນຍົງ ບົດລາຍງານ MIWE 2021: ນັກທຸລະກິດຍິງ ອາຊີຕາເວັນອອກສ່ຽງໃຕ້ ເຂັ້ມແຂງ ແລະ ຍືນຍົງ
ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ແລະ ນ້ຳໃຈສາມັກຄີ, ການພັດທະນາ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ” ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ແລະ ນ້ຳໃຈສາມັກຄີ, ການພັດທະນາ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”
ໄຂກອງປະຊຸມອະນາຄົດ ອາຊີ

ທ່ານນາຍົກລັດຖະມົນຕີ ສິງກະໂປ ລິຫຽນລອງ ກ່າວຄຳປາໄສທີ່ກອງປະຊຸມ (ພາບ: VOV)

ກ່າວຄຳປາໄສທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ, ທ່ານນາຍົກລັດຖະມົນຕີ ສິງກະໂປ ລິຫຽນລອງ ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍລ້ວນແຕ່ມຸ່ງໄປເຖິງທິດນຳທີ່ວ່າ ເຮັດແນວໃດເພື່ອເສີມຂະຫຍາຍບົດບາດຂອງແຕ່ລະປະເທດ, ເພີ່ມທະວີການຮ່ວມມືເພື່ອແກ້ໄຂບັນດາສິ່ງທ້າທາຍໃນໄລຍະຈະມາເຖິງນີ້.

ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ “ກຳນົດບົດບາດຂອງອາຊີ ໃນໂລກທີ່ຖືກແບ່ງແຍກ”. ຄຽງຂ້າງກັບບັນດາບົດກ່າວຄຳປາໄສທາງໄກ ຂອງການນຳ, ການສົນທະນາຫຼາຍວາລະ ໃນເວລາ 2 ວັນ ດ້ວຍຫົວຂໍ້ຄື: ການປ່ຽນແປງໂລກຈາກອາຊີ - ອະນາຄົດໄດ້ສ້າງຂຶ້ນດ້ວຍບັນດາວິສາຫະກິດ; ການປະທະກັນລະຫວ່າງອາເມລິກາ - ຈີນ ແລະ ຜົນສະທ້ອນເຖິງຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ, ເສດຖະກິດຂອງອາຊີ; ພັດທະນາວິສາຫະກິດອາຊີ ໂດຍຜ່ານການພົບປະແລກປ່ຽນວັດທະນະທຳ…ຈະໄດ້ຈັດຂຶ້ນ. ຜ່ານນັ້ນ, ບັນດາປະເທດອາຊີຈະຮ່ວມມືກັນຢ່າງແໜ້ນແຟ້ນກ່ວາໃນການຮັບມືກັບສິ່ງທ້າທາຍໃໝ່ໃນພາກພື້ນ ແລະ ທົ່ວໂລກ, ກໍ່ສ້າງພາກພື້ນໃຫ້ພັດທະນາເພື່ອປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ຄວາມສະຖຽນລະພາບຂອງພາກພື້ນ.

ຫອມມາລາ

ເຫດການ
302 Found

Found

The document has moved here.