ແຜ່ຂະຫຍາຍວັດທະນະທຳ ຫວຽດນາມ ແລະ ນ້ຳໃຈສາມັກຄີ, ການພັດທະນາ “ເພື່ອອາຊີຕາເວັນອອກສ່ຽງໃຕ້ທີ່ເຂັ້ມແຂງກວ່າ”

11:06 | 08/05/2022

ຍສໝ -ລາຍການສະແດງສິລະປະໃນພິທີໄຂຊີເກມ 31 ຈະແມ່ນເຫດການທີ່ນຳເອົາຮູບພາບທີ່ສວຍງາມທາງດ້ານວັດທະນະທຳ, ຮີດຄອງປະເພນີ, ຊາວ ຫວຽດນາມ ມາໃຫ້ເພື່ອນມິດທັງຢູ່ພາຍໃນປະເທດ ແລະ ສາກົນ...

ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ ເພີ່ມທະວີການຮ່ວມມືດ້ານການສຶກສາ ຫວຽດນາມ - ອາເມລິກາ
ນະຄອນໂຮ່ຈີມິນ ຊຸກຍູ້ການຮ່ວມມື ກັບຄູ່ຮ່ວມມືອິນເດຍ ໃນການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕົວເມືອງ ນະຄອນໂຮ່ຈີມິນ ຊຸກຍູ້ການຮ່ວມມື ກັບຄູ່ຮ່ວມມືອິນເດຍ ໃນການບຳບັດຂີ້ເຫຍື້ອ ແລະ ສິ່ງເສດເຫຼືອຕົວເມືອງ
undefined
ພາບປະກອບ: TTXVN

ພິທີໄຂງານມະຫາກຳກິລາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ຈະດຳເນີນໃນຕອນຄໍ່າວັນທີ 12 ພຶດສະພາ ຢູ່ຮ່າໂນ້ຍ. ລາຍການສະແດງສິລະປະໃນພິທີໄຂຊີເກມ 31 ຈະແມ່ນເຫດການທີ່ນຳເອົາຮູບພາບທີ່ສວຍງາມທາງດ້ານວັດທະນະທຳ, ຮີດຄອງປະເພນີ, ຊາວ ຫວຽດນາມ ມາໃຫ້ເພື່ອນມິດທັງຢູ່ພາຍໃນປະເທດ ແລະ ສາກົນ; ພ້ອມທັງສົ່ງສານຂອງ ຊີເກມ 31 ທີ່ວ່າ “ເພື່ອອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂງກວ່າ” ສູ່ຜູ້ຊົມຜູ້ເຊຍຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນ.

ລາຍການດັ່ງກ່າວລວມມີ 3 ພາກ: ພາກທີ I ແມ່ນ “ຫວຽດນາມ ທີ່ເປັນມິດ” ດ້ວຍການສະແດງສິລະປະທີ່ເຕັມໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງປະເທດ ຫວຽດນາມ ທີ່ຮັກແພງແຂກຄົນ, ເປັນມິດສະໜິດສະໜົມກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ; ພາກທີ II ມີຊື່ວ່າ “ອາຊີຕາເວັນອອກສ່ຽງໃຕ້ ທີ່ເຂັ້ມແຂງກວ່າ”, ໂດຍສະແດງໃຫ້ເຫັນກຳລັງແຮງຂອງປະຊາຄົມບັນດາປະເທດ ອາຊຽນ ໃນຂະນະທີ່ຮ່ວມສຳພັນນຳກັນຈະສ້າງເປັນທີ່ຕັ້ງໃນແຜນທີ່ໂລກ; ພາກທີ III ມີຫົວຂໍ້ “ອາຊີຕາເວັນອອກສ່ຽງໃຕ້ ສ່ອງແສງສະຫວ່າງ”, ໂດຍສະແດງໃຫ້ເຫັນກຳລັງແຮງແຫ່ງຄວາມສາມັກຄີ, ນ້ຳໃຈໄມຕີຈິດມິດຕະພາບຂອງ ຫວຽດນາມ ແລະ ບັນດາປະເທດໃນກຸ່ມ ອາຊຽນ ພ້ອມກັນສາມັກຄີສ້າງປະຊາຄົມ ອາຊຽນ ໃຫ້ໝັ້ນຄົງ, ເຂັ້ມແຂງ, ເສີມຂະຫຍາຍບົດບາດ ອາຊຽນ ໃນເວທີສາກົນ.

ໄຊພອນ

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ