ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52

10:46 | 25/05/2022

ຍສໝ - ກ່ອນກອງປະຊຸມປະຈໍາປີເວທີປາໄວເສດຖະກິດໂລກ ຄັ້ງທີ 52 ຢູ່ Davos, ສະວິດ, ວັນທີ 22 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ ເລມິງຄ໊າຍ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Alok Sharma ລັດຖະມົນຕີ, ປະທານກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າ ຮ່ວມສົນທິສັນແມ່ຂອງສະຫະປະຊາຊາດ (ສປຊ) ກ່ຽວກັບການປ່ຽນຂອງດິນຟ້າ ອາກາດ (COP26), ທ່ານ Borge Brende ປະທານເວທີປາໄວ ເສດຖະກິດໂລກ.

The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022
ກອງປະຊຸມ AMM 52: ບັນດາລັດຖະມົນຕີຕ່າງປະເທດ ເປັນເອກະພາບນຳກັນການ ຮັກສາ ແລະ ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ ກອງປະຊຸມ AMM 52: ບັນດາລັດຖະມົນຕີຕ່າງປະເທດ ເປັນເອກະພາບນຳກັນການ ຮັກສາ ແລະ ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52. ພາບ: TTXVN

ທີ່​ການ​ພົບ​ປະ​ກັບ​​ທ່ານ Alok Sharma ລັດຖະມົນຕີ, ປະທານ COP26, ທ່ານ ເລມິງຄ໊າຍ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ປະຕິບັດ​ຫຼາຍ​ມາດ​ຕະການສັງລວມ, ​ຮອບດ້ານ​ໃນ​ຂົງ​ເຂດ​ຫັນປ່ຽນ​ພະລັງງານ ​ແລະ ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມທິດສີຂຽວ, ໝູນວຽນ ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ COP26. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ແບ່ງປັນເລື່ອງທັງ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ​ດ້ານ​ພະ​ລັງ​ງານເພື່ອຮັບໃຊ້ເປົ້າໝາຍ​ເຕີບ​ໂຕ ແລະ ​ທັງ​ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ແມ່ນ​ບັນ​ຫາ​ສັບ​ສົນ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ກ່ຽວ​ກັບ​ແຫຼ່ງ​ຊັບ​ພະ​ຍາ​ກອນ, ເຕັກ​ໂນ​ໂລ​ຢິ, ກໍາລັງຄວາມສາມາດໃນການຄຸ້ມຄອງ, ຍ້ອນເຫດນັ້ນ, ຫວຽດນາມ ປາດຖະໜາຢາກໃຫ້ ອັງກິດ, ອີຢູ ແລະ ບັນດາປິເທດ G7 ຕ່າງໆ ​ຈະ​ມີ​ຄຳ​ໝັ້ນ​ສັນຍາລະອຽດ​ໂດຍ​ໄວ ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້.

ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ WEF Borge Brende, ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ WEF ຈະສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ໃນ​ການ​ຜັນ​ຂະຫຍາຍ​ທ່າ​ອ່ຽງພັດທະນາ ​ແລະ ຊຸກຍູ້​ບັນດາກໍາລັງໜູນການ​ເຕີບ​ໂຕ​ໃໝ່.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Henrik Anderson ​ປະທານ​ທັງເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ Vestas Wind Systems ແລະ ທ່ານ Marcos Troyjo ປະທານ​ທະນາຄານ​ພັດທະນາ​ໃໝ່ (NDB).

ບູນມີ

ເຫດການ
302 Found

Found

The document has moved here.