ຮ່າ​ໂນ້ຍ - ວຽງ​ຈັນ ເປີດກວ້າງ​​ຂົງ​ເຂດການ​ຮ່ວມ​ມື

15:23 | 19/05/2022

ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31 ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31
ຮ່າ​ໂນ້ຍ ໄຂ​ປີ​ທ່ອງ​ທ່ຽວ ເຊີນ​ເຕີຍ - ເຂ​ດ ດ​ວ່າຍ ແລະ ຖະ​ໜົນ​ຍ່າງ ກຳ​ແພງ​ເກົ່າ ເຊີນ​ເຕີຍ ຮ່າ​ໂນ້ຍ ໄຂ​ປີ​ທ່ອງ​ທ່ຽວ ເຊີນ​ເຕີຍ - ເຂ​ດ ດ​ວ່າຍ ແລະ ຖະ​ໜົນ​ຍ່າງ ກຳ​ແພງ​ເກົ່າ ເຊີນ​ເຕີຍ
ຮ່າ​ໂນ້ຍ - ວຽງ​ຈັນ ເປີດກວ້າງ​​ຂົງ​ເຂດການ​ຮ່ວມ​ມື

ທ່ານ ຫງວຽນງອກຕວັນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ແລະ ທ່ານ ອະນຸພາບ ຕຸລາລົມ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ

(ພາບ: VOV5)

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຳນັກງານອຳນາດການປົກຄອງ ນະຄອນຫຼວງ ວຽງຈັນ (ລາວ), ທ່ານ ຫງວຽນງອກຕວັນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ, ໄດ້ນຳໜ້າຄະນະຜູ້ແທນສະພາປະຊາຊົນນະຄອນ ຮ່າໂນ້ຍ, ໄປຢ້ຽມຢາມ ແລະ ເຮັດວຽກກັບທ່ານ ອະນຸພາບ ຕຸລາລົມ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ. ທີ່ການຕ້ອນຮັບ, ທ່ານ ຫງວຽນງອກຕວັນ ໄດ້ເນັ້ນໜັກວ່າ: ນະຄອນ ຮ່າໂນ້ຍ ຊົມເຊີຍຕໍ່ເລື່ອງສະພາປະຊາຊົນສອງນະຄອນ ສືບຕໍ່ຄົ້ນຄ້ວາ, ສະເໜີການຜັນຂະຫຍາຍບັນດາຮູບແບບແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການໃນການປະຕິບັດງານໃນທຸກດ້ານ: ສ້າງເອກະສານນຳຕິກຳ, ວຽກງານຕິດຕາມກວດກາ ແລະ ຂໍ້ຕົກລົງກ່ຽວກັບບັນດາບັນຫາສຳຄັນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.