ຮ່າ​ໂນ້ຍ ໄຂ​ປີ​ທ່ອງ​ທ່ຽວ ເຊີນ​ເຕີຍ - ເຂ​ດ ດ​ວ່າຍ ແລະ ຖະ​ໜົນ​ຍ່າງ ກຳ​ແພງ​ເກົ່າ ເຊີນ​ເຕີຍ

12:20 | 02/05/2022

ຕອນຄ່ຳວັນທີ 30 ເມສາ, ຮ່າໂນ້ຍ ໄດ້ຈັດພິທີໄຂປີທ່ອງທ່ຽວ ເຊີນເຕີຍ - ເຂດດວ່າຍ ດ້ວຍຫົວຂໍ້ “ເຊີຍເຕີຍ - ກັບມາເຂດດິນແດງແຫ່ງມໍລະດົກ” ແລະ ຈັດພືເປີດເຄື່ອນໄຫວຖະໜົນຍ່າງ ກຳແພງເກົ່າ ເຊີນເຕີຍ (ຮ່າໂນ້ຍ).

ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ສະ​ຫະ​ພັນ ລັດ​ເຊຍ ສະ​ເຫຼີມ​ສະຫຼອງວັນ​ປົດ​ປ່ອຍ​ພາກ​ໃຕ້ ແລະ ວັນ​ກຳ​ມະ​ກອນ​ສາ​ກົນ
ເຂ​ດ​ຊາຍ​ແດນ ກວ໋າງ​ນິງ ມີການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວທີ່​ຟົດ​ຟື້ນ​ຕ້ອນ​ຮັບ​ລະ​ດູ​ຮ້ອນ ເຂ​ດ​ຊາຍ​ແດນ ກວ໋າງ​ນິງ ມີການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວທີ່​ຟົດ​ຟື້ນ​ຕ້ອນ​ຮັບ​ລະ​ດູ​ຮ້ອນ
ພິທີໄຂປີທ່ອງທ່ຽວ ເຊີນເຕີຍ - ເຂດດວ່າຍ (ພາບ: VTV)
ພິທີໄຂປີທ່ອງທ່ຽວ ເຊີນເຕີຍ - ເຂດດວ່າຍ (ພາບ: VTV)

ທີ່ພິທີ, ທ່ານນາງຮອງເລຂາຄະນະພັກນະຄອນ ຮ່າໂນ້ຍ ຫງວຽນທິຕວຽນ ຢັ້ງຢືນວ່າ ຕາມການວາງແຜນຜັງພັດທະນາລວມກ່ຽວກັບການພັດທະນາຕົວເມືອງຮອດປີ 2030, ວິໄສທັດຮອດປີ 2050, ເທດສະບານເມືອງເຊີນເຕີຍ ຈະພັດທະນາຕາມທິດກາຍເປັນຕົວເມືອງອ້ອມຂ້າງຂອງ ຮ່າໂນ້ຍ ດ້ວຍໜ້າທີ່ເປັນຕົວເມືອງວັດທະນະທຳ, ປະຫວັດສາດ, ຊີວະພາບ, ທ່ອງທ່ຽວພັກຜ່ອນຢ່ອນອາລົມ. ລາຍການໄຂປີທ່ອງທ່ຽວເຊີນເຕີຍ - ເຂດດວ່າຍ ແລະ ເປີດນຳໃຊ້ຖະໜົນຍ່າງກຳແພງເກົ່າ ເຊີນເຕີຍ ແມ່ນປະຖົມປັດໄຈເພື່ອບຸກທະລຸ, ປຸກລຸກກຳລັງຄວາມສາມາດອັນໃຫຍ່ຫຼວງແກ່ການພັດທະນາຂອງເທດສະບານເມືອງ, ພິເສດແມ່ນພັດທະນາເສດຖະກິດທ່ອງທ່ຽວ, ຕິດພັນກັບການອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳທີ່ພົ້ນເດັ່ນ ພ້ອມທັງເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງເຂດທ່ອງທ່ຽວໃນທ້ອງຖິ່ນ.

ປີທ່ອງທ່ຽວ ເຊີນເຕີຍ - ເຂດດວ່າຍ ສຸມໃສ່ຂຸດຄົ້ນກຳລັງບົ່ມຊ້ອນປີທ່ອງທ່ຽວວັດທະນະທຳສົມທົບກັບສະຖານທີ່ທ່ອງທ່ຽວພັກຜ່ອນບຳລຸງສຸຂະພາບ, ທັດສະນະຕົວຈິງ, ການລະຫຼີ້ນບັນເທິງໃນບໍລິເວນ ແລະ ເຂດໃກ້ຄຽງ. ໝູ່ບ້ານວັດທະນະທຳທີ່ພົ້ນເດັ່ນ ຄືວັດວາອາຮາມ, ວິຫານ, ເຂດທ່ອງທ່ຽວດົ່ງໂມ ກັບ ເດີນຫຼີ້ນກັອບທີ່ບັນລຸມາດຕະຖານສາກົນ, ໝູ່ບ້ານວັດທະນະທຳທ່ອງທ່ຽວບັນດາເຜົ່າ ຫວຽດນາມ ແລະ ລະບົບສະຖານທີ່ທ່ອງທ່ຽວ, ພັກຜ່ອນບຳລຸງສຸຂະພາບໃນບໍລິເວນຈະແມ່ນສະຖານທີ່ຢ້ຽມຊົມ, ພັກຜ່ອນຂອງແຂກທ່ອງທ່ຽວຈຳນວນຫຼາຍ.

vovworld.vn

ເຫດການ
302 Found

Found

The document has moved here.