ສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ

14:40 | 12/05/2022

ຜູ້ແທນໄດ້ຮັບຟັງການແນະນຳຂໍ້ກຳນົດສາກົນກ່ຽວກັບການຄວບຄຸມດ້ານການຄ້າຍຸດທະສາດ ເຊິ່ງໄດ້ກຳນົດໃນມະຕິເລກທີ 1540 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການຕ້ານການແຜ່ຂະຫຍາຍອາວຸດລ້າງຜານ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງວໍ​ຊິ​ງ​ຕັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ ອາ​ຊຽນ - ອ​າ​ເມ​ລິ​ກາ
ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31 ມີນັກຂ່າວສາກົນປະມານ 500 ຄົນມາ ຫວຽດນາມ ໃຫ້ຂ່າວກ່ຽວກັບ SEA Games 31
ທີ່ກອງປະຊຸມສຳມະນາ (ພາບ: tuoitre.vn)
ທີ່ກອງປະຊຸມສຳມະນາ (ພາບ: tuoitre.vn)

ໃນລະຫວ່າງວັນທີ 10 – 12 ພຶດສະພາ, ອົງການປະຈຳການຂອງອົງການຈຸດສຸມແຫ່ງຊາດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ແລະ ໂຄງການຄວບຄຸມການສົ່ງອອກ ແລະ ຄວາມໝັ້ນຄົງຊາຍແດນຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ສົມທົບກັນຈັດກອງປະຊຸມສຳມະນາ “ວິວັດການສ້າງລະບົບກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ”. ກອງປະຊຸມສຳມະນາໄດ້ຈັດຂຶ້ນແບບເບິ່ງໜ້າສົມທົບກັບທາງໄກ.

ທີ່ກອງປະຊຸມສຳມະນາ, ຜູ້ແທນໄດ້ຮັບຟັງການແນະນຳຂໍ້ກຳນົດສາກົນກ່ຽວກັບການຄວບຄຸມດ້ານການຄ້າຍຸດທະສາດ ເຊິ່ງໄດ້ກຳນົດໃນມະຕິເລກທີ 1540 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບການຕ້ານການແຜ່ຂະຫຍາຍອາວຸດລ້າງຜານ. ບັນດາຜູ້ແທນໄດ້ປຶກສາຫາລື, ສະເໜີຂັ້ນຕອນການສ້າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບ. ຫວຽດນາມ ໄດ້ໃຫ້ສັດຕະຍາບັນສັນຍາສາກົນທີ່ກ່ຽວຂ້ອງເກືອບທັງໝົດ ແລະ ມີເອກະສານດ້ານກົດໝາຍກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານຢູ່ ຫວຽດນາມ ໃຫ້ສົມບູນແບບຢ່າງຄົບຖ້ວນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.