ທິດ​ທາງ​ໃໝ່​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຮ່າ​ໂນ້ຍ ແລະ ພະ​ນົມ​ເປັນ

08:27 | 29/04/2022

ຍ​ສ​ໝ - ເຈົ້າຄອງນະຄອນຫຼວງພະນົມເປັນ ທ່ານ Khuong Sreng ແລະ ເລຂາຄະນະພັກນະຄອນ ຮ່າໂນ້ຍ ທ່ານ ດິງ​ຕຽນ​ຢຸງ ເຫັນດີຈະຮ່ວມກັນຊອກຫາທິດທາງການຮ່ວມມືທີ່ແທດຈິງລະຫວ່າງ 2 ນະຄອນ, ຮັບປະກັນປະສິດທິຜົນໃນສະພາບປົກກະຕິໃໝ່.

ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ ມາ​ນະ​ພະ​ຍາ​ຍາມ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ລະ​ຫວ່າງ EU - ຫວຽດ​ນາມ ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື, ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ ເປີດ​ກາ​ລະ​ໂອ​ກາດຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື, ​ລົງ​ທຶນ ລະ​ຫວ່າງ ຫວຽດ​ນາມ - ກຳ​ປູ​ເຈຍ
ທິດ​ທາງ​ໃໝ່​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ຮ່າ​ໂນ້ຍ ແລະ ພະ​ນົມ​ເປັນ
ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ຮ່າ​ໂນ້ຍ ນຳ​ໜ້າ​ໂດຍ ​ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ດິງ​ຕຽນ​ຢຸງ ​ເຈລະຈາ​ກັບ​ເຈົ້າ​ຄອງ​ນະຄອນ​ຫຼວງ​ພະນົມ​ເປັນ ​ທ່ານ Khuong Sreng (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 27 ເມສາ, ຢູ່​ນະຄອນຫຼວງ​ພະນົມ​ເປັນ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ​ກຳປູ​ເຈຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ຮ່າ​ໂນ້ຍ ນຳ​ໜ້າ​ໂດຍ ​ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ດິງ​ຕຽນ​ຢຸງ ​ໄດ້​ມີ​ການ​ເຈລະຈາ​ກັບ​ເຈົ້າ​ຄອງ​ນະຄອນ​ຫຼວງ​ພະນົມ​ເປັນ ​ທ່ານ Khuong Sreng.

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ນະຄອນຫຼວງ​ພະນົມ​ເປັນ​ແລ້ວ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ກໍ່​ມີ ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ກຳປູ​ເຈຍ ຫງວຽນ​ຮຸຍ​ຕັງ.

ຕາງໜ້າ​ສະພານະຄອນຫຼວງ​ພະ​ນົມ​ເປັນ, ເຈົ້າ​ຄອງ​ນະຄອນ ທ່ານ Khuong Sreng ​ໄດ້​ໃຫ້ການຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ນະຄອນຫຼວງ​ຮ່າ​ໂນ້ຍ ຢ່າງສຸດໃຈ, ຢືນຢັນ​ວ່າ ນີ້​ແມ່ນ​ການ​ຢັ້ງຢືນ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ສອງ​ປະ​ເທດ, ໂດຍສະເພາະແມ່ນການຮ່ວມມືອັນຍາວນານລະຫວ່າງສອງນະຄອນຫຼວງ.

ໂດຍ​ແນະນຳ​ຫຍໍ້ກ່ຽວ​ກັບ​ການປ່ຽນແປງໃໝ່ຂອງເສດ​ຖະ​ກິດ-ສັງ​ຄົມ​ຂອງ​ພະ​ນົມ​ເປັນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທ່ານ​ເຈົ້າ​ຄອງ​ກຳ​ປູ​ເຈຍ​ເນັ້ນ​ໜັກ​ເຖິງ​ການ​ພັດ​ທະ​ນາ​ຢ່າງເຂັ້ມ​ແຂງ​ໃນ​ທຸກ​ດ້ານ​ຂອງ​ນະ​ຄອນ​ໃຫຍ່​ສຸດ​ຂອງ​ກຳ​ປູ​ເຈຍກ່ຽວກັບການເຕີບໂຕ GDP , ຂະ​ບວນ​ການ​ຫັນ​ເປັນ​ຕົວ​ເມືອງຢ່າງວ່ອງ​ໄວ ແລະ ຄວາມ​ຕ້ອງ​ການ​ຂອງ​ນະ​ຄອນກ່ຽວກັບການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ​ແລະ​ ການ​ຄົມມະນາຄົມຂົນ​ສົ່ງ​.

ການ​ຢ້ຽມຢາມ ກຳປູ​ເຈຍ ຂອງ​ທ່ານ​ເລຂາ​ຄະນະ​ພັກ ຮ່າ​ໂນ້ຍ ດິງ​ຕຽນ​ຢຸງ ​ໄດ້​ດຳ​ເນີນ​ໃນ​ໂອກາດ​ທີ່ 2 ປະ​ເທດ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (24 ມິຖຸນາ 1967-24 ມິຖຸນາ 2022). ການພົວພັນຖານ “ບ້ານໃກ້ເຮືອນຄຽງທີ່ດີ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ”.

ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ສາມັກຄີ, ມິດຕະພາບ, ທີ່​ການ​ພົບ​ປະ, ເຈົ້າ​ຄອງ​ນະຄອນ ​ທ່ານ Khuong Sreng ​ເນັ້ນ​ໜັກ​ວ່າ ປະຊາຊົນ ກຳປູ​ເຈຍ ບໍ່​ເຄີຍ​ລືມ​ຄຸນງາມຄວາມ​ດີ​ບັນດາ​ທະຫານ​ອາສາ​ສະໝັກ ຫວຽດນາມ ທີ່​ໄດ້​ຊ່ວຍ​ປະ​ເທດ​ຊາດ​ຫຼຸດ​ພົ້ນ​ອອກ​ຈາກ​ລະບອບດັບສູນເຊື້ອຊາດ Pol Pot, ພິ​ເສດ​ແມ່ນ​ປະຊາຊົນ​ນະຄອນຫຼວງພະນົມ​ເປັນ ໄດ້​ຮັບ​ການໜູນຊ່ວຍສະບຽງ​ອາຫານ​ຈາກ​ທະຫານ​ຫວຽດນາມ ​ເພື່ອ​ຊ່ວຍ​ຜ່ອນ​ຄາຍ​ຄວາມ​ອຶດຫິວ​ໃນ​ມື້​ທີ່ມີຄວາມຫຍຸ້ງຍາກ​ພາຍຫຼັງ​ປະ​ເທດຊາດ​ໄດ້​ຮັບ​ການ​ປົດ​ປ່ອຍ​ໃນ​ປີ 1979.

ໂດຍສະແດງຄວາມຊົມ​ເຊີຍ ກຳປູ​ເຈຍ ທີ່ບັນລຸ​ໄດ້​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ການພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຍົກສູງທີ່ຕັ້ງບົນເວທີ​ສາກົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ທ່ານ​ເລຂາທິການ​ໃຫຍ່ ດິງ​ຕຽນ​ຢຸງ ໄດ້ຕີ​ລາຄາ​ສູງ​ບັນດາ​ມາດ​ຕະການ​ຮັບ​ມື​ຂອງ​ກຳປູ​ເຈຍ ​ໃນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19, ການ​ຜັນຂະຫຍາຍການສັກວັກ​ແຊງ​ບັນລຸ​ໄດ້ອັດຕາ​ທີ່​ສູງ​ແຖວໜ້າ​ໃນ​ພາກ​ພື້ນ ​ແລະ ​ບັນດາ​ໝາກຜົນ​ທີ່ຕັ້ງໜ້າ​ພາຍຫຼັງ​ການ​ເປີດປະຕູ​ເສດຖະກິດ​ຄືນ​ໃໝ່ທັງໝົດ.

​ໂດຍ​ເຕື້ອງເຖິງ​ຄວາມ​ມານະ​ພະຍາຍາມ​ຟື້ນ​ຟູ​ເສດຖະກິດ​ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19, ທ່ານ​ເລຂາ​ຄະນະພັກ​ນະຄອນ ດິງ​ຕຽນ​ຢຸງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ເວົ້າລວມ ​ແລະ ຮ່າ​ໂນ້ຍ ​ເວົ້າ​ສະ​ເພາະ ໄດ້ ແລະ ພວມ​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ປັບປຸງ​ວິ​ສາ​ຫະກິດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຶງດູດແຫຼ່ງການລົງທຶນຈາກຕ່າງປະເທດ ແລະ ພາຍໃນ; ພ້ອມ​ກັນ​ນັ້ນ, ​ກໍໃຫ້​ບຸລິມະສິດ​ຈັດ​ສັນ​ງົບປະມານ​ຂອງ​ເມືອງ​ເພື່ອ​ລົງທຶນ​ເຂົ້າ​ໃນ​ບັນດາກິດຈະກຳ ​ແລະ ​ໂຄງການ​ທີ່​ສຳຄັນ ​ແລະ ລົງທຶນ​ໃຫ້​ຫລາຍ​ກວ່າ​ອີກ​ໃນ​ຂົງ​ເຂດ​ທີ່​ຮັບປະກັນ​ການ​ພັດທະນາ​ຂອງ​ນະຄອນຫຼວງ​ແບບ​ຍືນ​ຍົງ.

ຮ່າ​ໂນ້ຍ ມຸ່ງ​ໄປ​ເຖິງ​ການ​ກາຍ​ເປັນ​ນະຄອນ: ສີຂຽວ, ອະລະຍະທຳ, ສີວິໄລ, ທັນ​ສະ​ໄໝ, ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ພາກ​ພື້ນ ​ແລະ ສາກົນ, ​ເຊື່ອມ​ໂຍງ​ເຂົ້າ​ກັບທົ່ວ​ໂລກ, ຮັກສາ​ນາມະຍົດນະຄອນ​ເພື່ອ​ສັນຕິພາບ.

ທີ່​ການ​ພົບ​ປະ, ທ່ານ​ເຈົ້າ​ຄອງ​ນະຄອນ Khuong Sreng ​ແລະ ​ເລຂາ​ຄະນະ​ພັກ​ນະຄອນ ດິງ​ຕຽນ​ຢຸງ ​ໄດ້​ເຫັນ​ດີ​ເປັນ​ເອກະສັນຈະພ້ອມ​ກັນ​ຊອກ​ຮູ້​ທິດ​ທາງ​ການ​ຮ່ວມ​ມື​ລະຫວ່າງ 2 ນະຄອນ​ຢ່າງ​ແທດ​ຈິງ, ຮັບປະກັນ​ປະສິດທິ​ຜົນ​ໃນ​ສະພາບ​ປົກກະຕິ​ໃໝ່; ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ - ທ່ອງ​ທ່ຽວ​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ນະຄອນຫຼວງ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບໝູນ​ໃຊ້ຮ່າແຮງ​ບັນດາ​ເຂດ​ມໍລະດົກ​ວັດທະນະທຳ - ປະຫວັດສາດ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຂອງ​ແຕ່ລະ​ປະ​ເທດ​ມາ​ຢ້ຽມຢາມ.

ຮ່າ​ໂນ້ຍ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ຮັບ​ນັກ​ສຶກສາ ກຳປູ​ເຈຍ ​ໄປ​ຮ່ຳຮຽນ​ຢູ່​ບັນດາ​ມະຫາວິທະຍາ​ໄລ​ຢູ່​ຫວຽດນາມ​ຕື່ມ​ອີກ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ປະສົບ​ການ​ໃນ​ການ​ຄຸ້ມ​ຄອງ​ຕົວ​ເມືອງ, ການພົບປະມິດຕະພາບ​​ປະຊາຊົນ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ, ​ໄວ​ໜຸ່ມ​ລະຫວ່າງ​ສອງ​ນະຄອນຫຼວງ; ຍູ້ແຮງການໂຄສະນາ​ເຜີຍ​ແຜ່ ​ແລະ ສຶກສາໃຫ້​ລຸ້ນໜຸ່ມ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ...

ກ່ອນ​ໜ້າ​ນັ້ນ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ກຳປູ​ເຈຍ, ທ່ານ​ເລຂາ​ຄະນະ​​ພັກ​ນະຄອນ ດິງ​ຕຽນ​ຢຸງ ​ໄດ້​ເຂົ້າຢ້ຽມຂ່ຳນັບ​ທ່ານ​ປະທານພັກປະຊາຊົນ, ນາຍົກລັດຖະມົນຕີ ກຳປູ​ເຈຍ Samdech Techo Hun Sen; ທ່ານປະທານ​ກິດຕິມະສັກ ພັກປະຊາຊົນກຳ​ປູ​ເຈຍ, ປະທານ​ສະພາ​ແຫ່ງ​ຊາດ Samdech Heng Samrin; ທ່ານ​ຮອງ​ປະທານ​ພັກປະຊາຊົນກຳ​ປູ​ເຈຍ, ປະທານ​ສະພາ​ສູງ ​Samd Say Chhum./.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.