ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ແບນ​ຊິກ​ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ, ອ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

07:49 | 23/02/2022

ຍ​ສ​ໝ - ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ແບນ​ຊິກ (SIVIBI) ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຜູ້​ແທນ​ຄັ້ງ​ທີ V ດ້ວຍ​ເນື້ອ​ໃນ​ຈຸດ​ສຸມ​ແມ່ນ​ຊຸກ​ຍູ້ວຽກ​ງານ​ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ​ຂອງ ສະ​ມາ​ຄົມ ແລະ ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນປະ​ເທດ​ຊາດ​ກ່​ວາ​ອີກ.

ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ຢູ່​ໂຮນ​ລັງ​ ​ພົບ​ປະ​ສັງສັນໃນ​ລະດູ​ບານໃໝ່ປີຂານ 2022 ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ​ຢູ່​ໂຮນ​ລັງ​ ​ພົບ​ປະ​ສັງສັນໃນ​ລະດູ​ບານໃໝ່ປີຂານ 2022
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ແບນ​ຊິກ​ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ, ອ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ແບນ​ຊິກ ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ແບນ​ຊິກ ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ (ພາບ: TTXVN)

ຕ​າມ​ນັກ​ຂ່າວ​ຂອງ​ສຳ​ນັກ​ຂ່າວ​ສານ​ຫວ​ຽດ​ນາມ ປະ​ຈຳ Brussels ແລ້ວ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ມີ​ບັນ​ດາ​ຜູ້​ແທນ​ໃຫ້​ແກ່​ນັກ​ສຶກ​ສາ 200 ຄົນ ທີ່​ພວມ​ຮ່ຳ​ຮຽນ​ຢູ່ຫຼາຍ​ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ແບນ​ຊິກ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ແບນ​ຊິກ, ທັງຮັບຜິດຊອບ Luxembourg ແລະ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສະ​ຫະ​ພາບ​ເອີ​ລົບ (EU) ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ແບນ​ຊິກ ແລະ ທ່ານ​ປະ​ທານ​ສະ​ມາ​ຄົມ​ໃຫຍ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແບນ​ຊິກ ຮ​ວ່ຽນ​ກົງ​ມີ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ນັກ​ສຶກ​ສາ​ໄດ້​ແລກ​ປ່ຽນ​ບັນ​ດາ​ບົດ​ຮຽນ, ປະ​ສົບ​ການ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ດຳ​ລົງ​ຊີ​ວິດ, ຊອກ​ຫາ​ມາດ​ຕະ​ການ​ແທດ​ຈິງ​ເພື່ອ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ, ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ຂອງ​ການ​ເຄື່ອນ​ໄຫວ​ສະ​ມາ​ຄົມ, ສະ​ໜິດ​ຕິດ​ພັນ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ແບນ​ຊິກ ແລະ ພ້ອມ​ກັນ​ມຸ່ງ​ໄປ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ວັນ​ຖາວ ເນ​ັ້ນ​ໜັກ​ວ່າ ການ​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ຮ່ຳ​ຮຽນ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ແຖວ​ໜ້າ​ຂອງ​ແຕ່​ລະ​ຄົນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ລະ​ດົມ​ກຳ​ລັງ​ໃຈ ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​, ຄວາມ​ຫວັງ​ຕໍ່​ນັກ​ສຶກ​ສາ​ລຸ້ນ​ໃໝ່, ບັນ​ດາ​ຜູ້​ຄົນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສາ​ມາດບ​ົ່ມ​ຊ້ອນ ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ​ພັດ​ທະ​ນາ​ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ​ຢູ່​ແບນ​ຊິກ ​ຢ່າງ​ແໜ້ນ​ແກ່ນ ແລະ ສ້າງ​ບັນ​ດາ​ຄຸນ​ຄ່າ​ທີ່​ຕັ້ງ​ໜ້າ​ໃຫ້​ແກ່​ປະ​ຊາ​ຄົມ.

ປັດ​ຈຸ​ບັນ​ມີ​ນັກ​ສຶກ​ສາ​ຫວຽດ​ນາມ ປະ​ມ​ານ​ກ່​ວາ 200 ຄົນ​ພວມ​ຮ່ຳ​ຮຽນ​ຢູ່​ແບນ​ຊິກ, ສ່​ວນຫຼາຍ​ຢູ່ 7 ນະ​ຄອນ​ໃຫຍ່ນ​ັ້ນ​ແມ່ນ: Brussels, Ghent, Leuven, Liège, Antwerp, Hasselt ແລະ Mons./.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.