ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ​ຈຳ​ນວນແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ເມືອງ ຫວຽດ​ນາມ ​ຜ່ານທາງ​ການ​ບິນ ເພີ່ມ​ຂຶ້ນ 176%

08:17 | 29/03/2022

ພາຍຫຼັງເປີດປະຕູການທ່ອງທ່ຽວ ຄືນໃໝ່ໄລ່ສະເພາະແຕ່ວັນທີ 15 – 21 ມີນາ, ບັນດາບໍລິສັດການບິນຂອງ ສິງກະໂປ ບັນລຸສະຖິຕິໃຫຍ່ທີ່ສຸດ ດ້ວຍ 45 ຖ້ຽວ ໄປ - ກັບ ຕໍ່ອາທິດ. ໃນຂະນະນັ້ນ, ຈຳນວນຜູ້ໂດຍສານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນສູງສຸດດ້ວຍ 10.300 ເທື່ອຄົນ.

ຈຳ​ນວນແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ ຮ່າ​ໂນ້ຍ ເພີ່ມ​ຂຶ້ນ​ເກືອບ 50% ຈຳ​ນວນແຂກ​ທ່ອງ​ທ່ຽວ​ມາ​ທ່ຽວ​ ຮ່າ​ໂນ້ຍ ເພີ່ມ​ຂຶ້ນ​ເກືອບ 50%
ຕັ້ງ​ສິນ​ໃຈ​ຢ່າງ​ສູງເພື່ອຈະ​ເປີດ​ຕະຫຼາດ​ທ່ອງ​ທ່ຽວ​ສາ​ກົນ​ຄືນ​ໃໝ່ ຕັ້ງ​ສິນ​ໃຈ​ຢ່າງ​ສູງເພື່ອຈະ​ເປີດ​ຕະຫຼາດ​ທ່ອງ​ທ່ຽວ​ສາ​ກົນ​ຄືນ​ໃໝ່
ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ​ຈຳ​ນວນແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ເມືອງ ຫວຽດ​ນາມ ​ຜ່ານທາງ​ການ​ບິນ ເພີ່ມ​ຂຶ້ນ 176%
ພາບ​ປະ​ກອບ

ຕາມບົດລາຍງານຂອງກົມການບິນ ຫວຽດນາມ, ຈຳນວນແຂກທ່ອງທ່ຽວສາກົນເຂົ້າເມືອງ ຫວຽດນາມ ຜ່ານທາງການບິນໃນໄຕມາດທີ 1 ປີ 2022 ຄາດວ່າຈະເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕາມນັ້ນແລ້ວ, ຈຳນວນແຂກທ່ອງທ່ຽວສາກົນທີ່ເຂົ້າເມືອງ ຫວຽດນາມ ບັນລຸ 321.000 ເທື່ອຄົນ, ເພີ່ມຂຶ້ນ 176%; ສິນຄ້າສາກົນບັນລຸ 292.000 ໂຕນ, ເພີ່ມຂຶ້ນກວ່າ 21%.

ພາຍຫຼັງເປີດປະຕູການທ່ອງທ່ຽວ ຄືນໃໝ່ໄລ່ສະເພາະແຕ່ວັນທີ 15 – 21 ມີນາ, ບັນດາບໍລິສັດການບິນຂອງ ສິງກະໂປ ບັນລຸສະຖິຕິໃຫຍ່ທີ່ສຸດ ດ້ວຍ 45 ຖ້ຽວ ໄປ - ກັບ ຕໍ່ອາທິດ. ໃນຂະນະນັ້ນ, ຈຳນວນຜູ້ໂດຍສານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ແມ່ນສູງສຸດດ້ວຍ 10.300 ເທື່ອຄົນ.

ຄາດວ່າ ນັບແຕ່ເດືອນ ເມສາ 2022 ເປັນຕົ້ນໄປ ຈະມີຖ້ຽວບິນຈາກ ສິງກະໂປ, ໄຕ້ຫວັນ (ຈີນ) ແລະ ສ.ເກົາຫຼີ ມາ ດ່າໜັງ.

ກໍຕາມກົມການບິນ ຫວຽດນາມ ແລ້ວ, ນັບແຕ່ເດືອນ ມີນາ 2022 ຕະຫຼາດການບິນສາກົນ ມີ 23 ບໍລິສັດການບິນຕ່າງປະເທດ ແລະ ຫວຽດນາມ ຂຸດຄົ້ນສາຍການບິນ ລະຫວ່າງ 20 ປະເທດ ແລະ ເຂດແຄວ້ນ. ບັນດາບໍລິສັດການບິນນີ້ ຈະຈັດຖ້ຽວບິນໄປກັບ 67 ຖ້ຽວ ກັບ ຫວຽດນາມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.