Travelbook: ຮ່າໂນ້ຍ ແມ່ນໜຶ່ງໃນບັນດາຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້

07:09 | 18/04/2022

ຍສໝ - ເວັບໄຊທ່ອງທ່ຽວຂອງເຢຍລະມັນ Travelbook.de ຫາກໍ່ລົງພິມບົດຂຽນລາຍຊື່ 6 ສະຖານທີ່ທ່ອງທ່ຽວທີ່ດູດດື່ມເຊິ່ງເຮັດໃຫ້ນັກທ່ອງທ່ຽວຕ້ອງມາຄົ້ນຫານະຄອນຫຼວງຮ່າໂນ້ຍ - ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມທີ່ສຸດໃນອາຊີຕາເວັນອອກສຽງໃຕ້.

ຖໍ້າເຊີນດອງ ໄດ້ໂຄສະນາຢູ່ໃນຫນ້າຈໍຂອງ Google ຖໍ້າເຊີນດອງ ໄດ້ໂຄສະນາຢູ່ໃນຫນ້າຈໍຂອງ Google
ກຸ່ມບໍລິສັດ KT ຂອງ ສ.ເກົາຫຼີ ຜັນຂະຫຍາຍການບໍລິການດ້ານການແພດທາງໄກຢູ່ຫວຽດນາມ ກຸ່ມບໍລິສັດ KT ຂອງ ສ.ເກົາຫຼີ ຜັນຂະຫຍາຍການບໍລິການດ້ານການແພດທາງໄກຢູ່ຫວຽດນາມ
Travelbook: ຮ່າໂນ້ຍ ແມ່ນໜຶ່ງໃນບັນດາຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້
ພາບປະກອບ: TTXVN

Travelbook ​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ຕ້ອງ​ຍາດເວ​ລາ​ມາ​ຢ້ຽມ​ຢາມ​ຮ່າ​ໂນ້ຍ, ບໍ່​ພຽງ​ແຕ່​ຍ້ອນ​ສະ​ຖານ​ທີ່​ສວຍ​ງາມ​ຫຼາຍ​ແຫ່ງ​ເທົ່າ​ນັ້ນ, ຫາກ​ຍັງ​ມີບັນດາ​ຕະ​ຫລາດ​ທີ່​ເຕັມໄປດ້ວຍ​ສີ​ສັນ, ຟົດ​ຟື້ນ​ດ້ວຍ​ຊີ​ວິດ​ອັນ​ແທ້​ຈິງ.

ໃນ​ບັນດາ​ຂໍ້​ແນະນຳ 6 ຂໍ້​ທີ່ Travelbook ​ຍົກອອກ​ກ່ຽວ​ກັບບັນດາ​ສິ່ງ​ທີ່​ນັກ​ທ່ອງ​ທ່ຽວ​ສາມາດ​ມາ​ຢ້ຽມ​ຢາມ ​ແລະ ຄົ້ນຫາ​ຢູ່​ນະຄອນຫຼວງ​ຂອງ​ຫວຽດນາມ, ​ວັນມ໊ຽວ - ກວກຕື້ຢາມ ​ເປັນ​ອັນ​ດັບ​ໜຶ່ງ. ອີງຕາມບົດຄວາມ, ນັກທ່ອງທ່ຽວຊາວເອີຣົບຈໍານວນຫຼາຍ ໄດ້ພັນລະນາເຖິງຄວາມງາມຂອງອາຄານພັນປີເປັນ "ການຄົ້ນຫາທີ່ພິເສດ" ແທ້ໆທີ່ເຂົາເຈົ້າສາມາດຮູ້ສຶກໄດ້ເມື່ອໄປຢ້ຽມຢາມສະຖານທີ່ນີ້.

ສະຖານທີ່ຕໍ່ໄປແມ່ນສຸສານປະທານໂຮ່ຈີມິນ ແລະ ສະໜາມຫຼວງ ບາດິ່ງ, ແມ່ນໜຶ່ງໃນບັນດາສະຖານທີ່ສຳຄັນທີ່ສຸດຂອງຫວຽດນາມ. ສະ​ຖານ​ທີ່​​ທີ 3 ​ແມ່ນ​ວັດ​ ໂມດໂກດ (ວັດ ເສົາດຽວ) - ​ແມ່ນ​ໜຶ່ງ​ໃນ​ບັນດາ​ວັດ​ທີ່​ເກົ່າ​ແກ່​ກວ່າ​ໝູ່​ຢູ່​ຮ່າ​ໂນ້ຍ, ກໍ່​ແມ່ນ​ສັນຍາ​ລັກ​ຂອງ​ຮ່າ​ໂນ້ຍ. ຂໍ້ທີ 4 ຂອງ Travelbook ແມ່ນການທ່ອງທ່ຽວຮອບເມືອງເກົ່າໂດຍ ຊິກໂລ (ສາມລໍ້ຖີບ). ທີ 5 ເມື່ອ​ມາ​ຢ້ຽມ​ຢາມ ຮ່າ​ໂນ້ຍ ແມ່ນ​ໄປ​ໂຮງ​ລະຄອນ​ຕຸກກະຕາ​ນ້ຳ.

ເມື່ອ​ໄດ້​ໄປ​ຢ້ຽມ​ຢາມ​ 5 ສະ​ຖານ​ທີ່ຂ້າງ​ເທິງ​ນີ້, Travelbook ກໍ່ໄດ້ແນະນຳນັກ​ທ່ອງ​ທ່ຽວ​ຄວນ​ຊິມເຝີຮ່າ​ໂນ້ຍ​ຄັ້ງ​ໜຶ່ງ. ຕາມ​ບົດ​ຂຽນ​ແລ້ວ, ຖ້າ​ຫາກ​ນັກ​ທ່ອງ​ທ່ຽວຍັງ​ບໍ່​ເຄີຍ​ໄດ້​ຊີມ​ເຍື່ອງ​ອາ​ຫານ​ນີ້​ຢູ່​ແຫ່ງ​ອື່ນ​ຢູ່​ຫວຽດ​ນາມ​ມາ​ກ່ອນ, ກໍຄວນ​ໄດ້​ລອງ​ຢ່າງ​ໜ້ອຍ​ໜຶ່ງ​ຄັ້ງ​ຢູ່​ຮ່າ​ໂນ້ຍ.

ໄຊພອນ

ເຫດການ
302 Found

Found

The document has moved here.