ກຸ່ມບໍລິສັດ KT ຂອງ ສ.ເກົາຫຼີ ຜັນຂະຫຍາຍການບໍລິການດ້ານການແພດທາງໄກຢູ່ຫວຽດນາມ

08:07 | 18/04/2022

ຍສໝ - ວັນທີ 13 ເມສາ, ກຸ່ມບໍລິສັດ KT - ບໍລິສັດໂທລະຄົມມະນາຄົມໃຫຍ່ທີ່ສຸດຂອງ ສ.ເກົາຫຼີ ໄດ້ປະກາດແຜນການຜັນຂະຫຍາຍການບໍລິການດ້ານການແພດ ທາງໄກຢູ່ຫວຽດນາມ ໂດຍສົມທົບກັບມະຫາວິທະຍາໄລການແພດຮ່າໂນ້ຍ.

AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ AVCK ແລະ KVFFA ຮ່ວມມືສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສ.ເກົາຫຼີ ແລະ ຫວຽດນາມ
ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​ການ​​ນຳສາຍ​ພ​ົວ​ພັນ​ຂຶ້​ນ​​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ ແລະ ສ.ເກົາຫຼີ ມຸ່ງ​ໄປ​ເຖິງ​ການ​​ນຳສາຍ​ພ​ົວ​ພັນ​ຂຶ້​ນ​​ສູ່ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ
ກຸ່ມບໍລິສັດ KT ຂອງ ສ.ເກົາຫຼີ ຜັນຂະຫຍາຍການບໍລິການດ້ານການແພດທາງໄກຢູ່ຫວຽດນາມ
ກຸ່ມບໍລິສັດ KT ຂອງ ສ.ເກົາຫຼີ ຜັນຂະຫຍາຍການບໍລິການດ້ານການແພດທາງໄກຢູ່ຫວຽດນາມ. ພາບ: Industry Global News24

ຕາມ​ນັ້ນ​ແລ້ວ, ກຸ່ມບໍລິສັດ KT ​ແລະ ມະຫາວິທະຍາ​ໄລ​ການ​ແພດ​ຮ່າ​ໂນ້ຍ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມືພ້ອມກັນ​ພັດທະນາການ​ບໍລິການການ​ແພດທາງໄກ ​ເພື່ອ​ບົ່ງມະຕິ​ພະຍາດ ​ແລະ ຕິດຕາມຄົນເຈັບທີ່ຕິດ​ພະຍາດ​ຊໍ້າເຮື້ອ ​ຄື​ພະຍາດ​ເບົາຫວານ ​ແລະ ຄວາມ​ດັນ​ເລືອດ​ສູງ​ໃນ​ປະຈຸ​ບັນ. ການບໍລິການ ກວດພະຍາດ ທາງໄກອະນຸຍາດໃຫ້ທ່ານຫມໍຕິດຕາມ, ອັບເດດອາການສຸຂະພາບຂອງຄົນເຈັບ ແລະ ໃຫ້ຄໍາແນະນໍາກ່ຽວກັບວິທີອອກກໍາລັງກາຍ ແລະ ຢາປິ່ນປົວ.

ເພື່ອຜັນຂະຫຍາຍໂຄງການຮ່ວມມື, KT ຈະສ້າງຕັ້ງບໍລິສັດລູກພາຍໃນ ປະເທດເພື່ອດໍາເນີນການບໍລິການໃຫມ່ ໃນປີນີ້. ບໍລິສັດລູກ​ຈະ​ຈ້າງ ​ແລະ ບໍາລຸງສ້າງ​ທ່ານ​ໝໍ ສ.​ເກົາຫຼີ ​ເພື່ອ​ດຳ​ເນີນ​ການ​ໃຫ້​ຄຳ​ປຶກສາ​ດ້ານ​ການ​ແພດແບບ​ທາງ​ໄກໃຫ້​ແກ່​ຄົນ​ເຈັບ​ຢູ່ ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.