ນັກ​ສຶກ​ສາ​ລາວ ຢູ່ ວິງ​ຝຸກ ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ 2022

16:27 | 16/04/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 13 ເມ​ສາ ຢູ່​ນະ​ຄອນ ວິງ​ອຽນ, ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ ແຂວງ ວິງ​ຝຸກ ໄດ້​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ກັບ​ນັກ​ສຶກ​ສາ​ລາວ ໃນ​ໂອ​ກາດ​ບຸນ​ປີ​ໃໝ່ 2022

Vietnam Expo 2022: ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ​ໃນ​ຍຸກ​ດີ​ຈີ​ຕອນ Vietnam Expo 2022: ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ​ໃນ​ຍຸກ​ດີ​ຈີ​ຕອນ
ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ ປະ​ທານ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ລາວ ແລະ ກຳ​ປູ​ເຈຍ
ນັກ​ສຶກ​ສາ​ລາວ ຢູ່ ວິງ​ຝຸກ ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ 2022
ພິ​ທີ​ມັດ​ແຂນ (ພາບ: vinhphuc.gov.vn)

ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ດ່າວດັ້ງ​​ຮວ່າ ຮອງ​ຫົວ​ໜ້າ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ແຂວງ ວິງ​ຟຸກ ໄດ້​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່​ໄປ​ຍັງ​ສະ​ຖານ​ທູດ ລາວ ປະ​ຈຳ ຫວຽດ​ນາມ, ພ້ອມ​ກັບ​ບັນ​ດາ​ນັກ​ສຶກ​ສາ​ລາວ. ທ່ານ ຮວ່າ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍຄວາມ​ມາ​ນະ​ພະ​ຍາ​ຍາມ, ຈິດ​ໃຈ​ບືນ​ຕົວ​ຂຶ້ນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຂອງ ນັກ​ສຶກ​ສາ​ລາວ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ບັນ​ດາ​ຮາກ​ຖານ​ການ​ສຶກ​ສາ - ບຳ​ລຸງ​ສ້າງ​ໃນ​ບໍ​ລິ​ເວນ​ແຂວງ ວິງ​ຟຸກ.

ທ່​ານ​ເນັ້ນ​ໜັກ​ວ່າ ປີ 2022 ແມ່ນ “ປີ​ສາ​ມັກ​ຄີ, ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2022” ໂດຍ​ສອ​ງ​ພັກ ແລະ ສອງ​ລັດ ຫວຽດ​ນາມ - ລາວ​ ປຸກ​ລະ​ດົມ​ໃນ​ໂອ​ກາດ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່​ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ລາວ (5 ກັນຍາ 1962 – 5 ກັນຍາ 2022) ແລະ 45 ປີ​ແຫ່ງວັນ​ເຊັ່ນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2022).

ພ້ອມ​ກັບ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ, ປະ​ຊາ​ຊົນ​ແຂ​ວງວິງ​ຟຸກ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ທີ່ໄດ້ ແລະ ພວມ​ປະ​ກອບ​ສ່ວນຫຼາຍ​ພໍ​ສົມ​ຄວນ​ຕໍ່​ການ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ, ນ້ຳ​ໃຈ​ສາ​ມັກ​ຄີ​ຕໍ່​ສູ້ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ.

ໃນ​ຊຸມ​ປີ​ຜ່ານ​ມາ, ໂດຍ​ປະ​ຕິ​ບັດ​ຕາມ​ແຜນ​ນະ​ໂຍ​ບາຍ​ແນວ​ທາງ​ຂອງ​ພັກ, ແຂວງວິງ​ຟຸກ ໄດ້​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ມິດ​ຕະ​ພາບ​ອັນ​ດີ​ງາມ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ຢ່າງ​ບໍ່​ຢຸດ​ຢັ້ງ, ພິ​ເສດ​ແມ່ນ​ບັນ​ດາ​ແຂວງ​ທາງ​ໃຕ້​ລາວ. ມາ​ຮອດ​ປັດ​ຈຸ​ບັນ, ແຂວງວິງ​ຟຸກ ໄດ້​ມີ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ກັບ 10 ທ້ອງ​ຖິ່ນ​ຂອງ​ລາວ, ໃນ​ນັ້ນ​ມີ​ແຂວງ​ຮັກ​ສ່ຽວ ຫຼວງ​ນ້ຳ​ທາ.

ໃນ​ໂອ​ກາດ​ນີ້, ບັນ​ດາ​ຜູ້​ແທນ ແລະ ນັກ​ສຶກ​ສາ​ລາວ ໄດ້​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ກຳ​ປະ​ເພ​ນີ ຂອງ​ບຸນ​ປີ​ໃໝ່​ຄື​: ບາ​ສີ​ສູ່​ຂວັນ, ຫົດ​ນ້ຳ ອວຍ​ພອນ​ປີ​ໃໝ່​ ແລະ ເຂົ້າ​ຮ່ວມ​ການ​ຟ້ອນ​ລຳ​ວົງ​.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.