Vietnam Expo 2022: ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ​ໃນ​ຍຸກ​ດີ​ຈີ​ຕອນ

07:19 | 16/04/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 13 ເມສາ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ເປັນ​ປະທານ ​ແລະ ສົມທົບ​ກັບ​ບັນດາ​ກະຊວງ, ຂະແໜງການ, ທ້ອງ​ຖິ່ນ, ອົງການ​ສົ່ງ​ເສີມ​ການ​ຄ້າ ​ແລະ ບໍລິສັດ Vinexad ​ເພື່່ອ​ຈັດ​ຕັ້ງ​ພິທີ​ເປີດ​ງານ​ຕະຫຼາດນັດ​ການ​ຄ້າ​ສາກົນ ຫວຽດນາມ ຄັ້ງ​ທີ 31 (Vietnam Expo 2022) ດ້ວຍ​ຫົວ​ຂໍ້​ວ່າ “ການ​ຮ່ວມ​​ເດີນ​ທາງກັບ​ວິ​ສາ​ຫະ​ກິດ​ໃນ​ຍຸກ​ດິ​ຈິ​ຕອນ” ​​ແບບທາງ​ໄກ​ສົມ​ທົບ ໂດຍ​ກົງ.

ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ ມະ​ຫາ​ວິ​ທະ​ຍາ​ໄລ​ ຫາຍ​ເຢືອງ ພົບ​ປະ​ສັງ​ສັນ, ມອບ​ຂອງ​ຂວັນ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ ລາວ
ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ
Vietnam Expo 2022: ຮ່ວມ​ເດີນ​ທາງ​ກັບ​ວິ​ສາ​ຫະກິດ​ໃນ​ຍຸກ​ດີ​ຈີ​ຕອນ
Vietnam Expo 2022 (ພາບ: vneconomy.vn)

ງານ​ວາງສະ​ແດງ​ຈະ​ດຳ​ເນີນໃນ​ລະ​ຫວ່າງ​ວັນ​ທີ 13 – 16 ​ເມສາ​ນີ້ ຢູ່​ສູນ​ວາງສະ​ແດງ​ສາກົນ​ຮ່າ​ໂນ້ຍ, ເຮືອນ​ເລກ​ທີ 91 ​ຖະ​ໜົນ ເຈີ່ນຮຶງ​ດ່າວ, ນະຄອນ ຮ່າ​ໂນ້ຍ. ງານວາງສະແດງສິນຄ້າອອນໄລນ໌ຈະຈັດຂຶ້ນເປັນເວລາ 1 ເດືອນແຕ່ວັນທີ 13 ເດືອນເມສາ ຫາວັນທີ 13 ພຶດສະພາ ບົນພື້ນຖານຂອງລະບົບນິເວດສົ່ງເສີມການຄ້າດິຈິຕອນ DECOBIZ.

ກ່າວ​ຄຳ​ເຫັນ​ໄຂ​ Vietnam Expo 2022, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫງວຽນ​ຮົ່ງ​ຢຽນ ​ໃຫ້​ຮູ້​ວ່າ ງານ​ວາງສະ​ແດງ​ສິນຄ້າ ຫວຽດນາມ ​ແມ່ນ​ງານ​ວາງສະ​ແດງ​ປະຈຳ​ປີ​ຢູ່​ຮ່າ​ໂນ້ຍ ນັບ​ແຕ່​ປີ 1991.

ພາຍຫຼັງ 30 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຮ່ວມເດີນ​ທາງກັບ​ວິ​ສາ​ຫະ​ກິດ ຫວຽດນາມ, ​ Vietnam Expo ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ງການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​​ສຳ​ຄັນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ຂອງ​ຂອງ​ຂະ​ແໜງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ, ນຳ​ມາເຊິ່ງ​​ມູນ​ຄ່າ​ດ້ານ​ເສດຖະກິດ​ຢ່າງ​ຫຼວງ​ຫຼາຍ, ກໍຄື​​ເປັນ​ກາລະ​ໂອກາດຢ່າງ​ແທດ​ຈິງ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ​ເພີ່ມ​ທະວີ​ການ​ສົ່ງ​ອອກ, ພັດທະນາ​ຕະຫຼາດພາຍ​ໃນ​ປະ​ເທດ, ຍົກ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເສດຖະກິດ.

ເຂົ້າ​ຮ່ວມ​ໃນ​ຕ່ອງ​ໂສ້​ມູນ​ຄ່າ​ທົ່ວ​ໂລກ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ໃນ​ການ​ເຊື່ອມ​ໂຍງ​ເສດຖະກິດ​ສາກົນ.

ນີ້​ແມ່ນ​ງານ​ວາງສະ​ແດງ​ຄັ້ງ​ທຳ​ອິດ​ເພື່ອ​ຕ້ອນຮັບ​ບັນດາ​ວິ​ສາ​ຫະກິດ​ທີ່​ເຂົ້າ​ຮ່ວມ ​ແລະ ແຂກ​ສາກົນ​ເຂົ້າ​ຮ່ວມ​ງານ​ຕະຫຼາດນັດ​ໂດຍ​ກົງ.

Vietnam Expo 2022, ມີການ​ເຂົ້າ​ຮ່ວມ​ຂອງ 410 ວິ​ສາ​ຫະກິດ ດ້ວຍ​ຂະ​ໜາດ 380 ຮ້ານ​ທີ່​ມາ​ຈາກ 15 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ ຈະ​ສຸມ​ໃສ່​ວາງສະ​ແດງ​ຢູ່ 4 ​ເຂດ​ວາງສະ​ແດງ​ທີ່​ພົ້ນ​ເດັ່ນ​ຄື: ​ເຄື່ອງໝາຍ​ການ​ຄ້າແຫ່ງ​ຊາດ​ ​ແລະ ສິນຄ້າ​ສົ່ງ​ອອກ; ເຄື່ອງຈັກ ແລະ ອຸປະກອນ - ອຸດສາຫະກໍາຫນູນຊ່ວຍ; ເຕັກໂນໂລຊີດິຈິຕອນ - ການ​ຄ້າ​ເອ​ເລັກ​ໂຕ​ນິກ; ອາ​ຫານ - ເຄື່ອງ​ດື່ມ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.