ບຸນ​ເຕັດ​ໃຫ້​ແກ່​ກຳ​ມະ​ກອນ, ຊາວ​ຜູ້​ອອກແຮງ​ງານ​ທຸກ​ຍາກ, ເດັກ​ນ້ອຍຢູ່​ເຂດ​ຊາຍ​ແດນ

11:45 | 10/01/2020

ຍສໝ - ເມື່ອບໍ່ດົນມານີ້, ຢູ່ແຂວງກຽນຢາງ, ສະຫະພັນແຮງງານ ເມືອງ ຟູ໊ກ໊ວກ ໄດ້ຈັດຕັ້ງ “ບຸນເຕັດແຫ່ງການເຕົ້າໂຮມ” ຮັບຕ້ອນລະດູບານໃໝ່ປີຊວດ 2020 ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ເມືອງເກາະດັ່ງກ່າວ.

ບຸນ​ເຕັດ​ໃຫ້​ແກ່​ກຳ​ມະ​ກອນ, ຊາວ​ຜູ້​ອອກແຮງ​ງານ​ທຸກ​ຍາກ, ເດັກ​ນ້ອຍຢູ່​ເຂດ​ຊາຍ​ແດນ

ບຸນ​ເຕັດ​ໃຫ້​ແກ່​ກຳ​ມະ​ກອນ, ຊາວ​ຜູ້​ອອກແຮງ​ງານ​ທຸກ​ຍາກ, ເດັກ​ນ້ອຍຢູ່​ເຂດ​ຊາຍ​ແດນ.(ພາບ:vietnamplus.vn)

ລາຍການ “ບຸນເຕັດແຫ່ງການເຕົ້າໂຮມ” ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ເບິ່ງແຍງດູແລ ຂອງອົງການຈັດຕັ້ງກຳມະບານທີ່ມີຕໍ່ກຳມະກອນ, ຊາວຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງໃນໂອກາດບຸນເຕັດວຽນມາເພື່ອໃຫ້ ກຳມະກອນ, ຊາວຜູ້ອອກແຮງງານ ແຕ່ລະຄົນລ້ວນແຕ່ໄດ້ຕ້ອນຮັບມີບຸນເຕັດທີ່ອົບອຸ່ນ, ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມຜາສຸກ.

ວັນທີ 8 ມັງກອນ, ສະມາຄົມນັກຂ່າວ ຫວຽດນາມ ໄດ້ສົມທົບກັບວິທະຍຸກະຈາຍສຽງ ຫວຽດນາມ ຈັດຕັ້ງລາຍການ “ນຳເອົາລະດູບານໃໝ່ມາໃຫ້ນ້ອງ” ຄັ້ງທີ 3, ຢູ່ ຮ່າໂນ້ຍ, ດ້ວຍຫົວຂໍ້ວ່າ “ລະດູບານໃໝ່ຢູ່ເຂດຊາຍແດນ - ຕໍ່ກໍາລັງແຮງຊ່ວຍເຫຼືອພວກນ້ອງໄປໂຮງຮຽນ”. ລາຍການແມ່ນເປັນການແບ່ງປັນ, ຕໍ່ກໍາລັງແຮງຊ່ວຍເຫຼືອພວກນ້ອງໆນັກຮຽນຢູ່ເມືອງຊາຍແດນຂອງບັນດາແຂວງທາງພາກກາງຄື ແທັງຮ໊ວາ, ເງະອານ, ຮ່າຕິງ ແລະ ອື່ນໆ ໄດ້ໄປໂຮງຮຽນ.

ກໍ່ໃນວັນດຽວກັນ, ສະພາປົກປ້ອງ - ກອງທຶນປົກປ້ອງ ເດັກນ້ອຍແຂວງບິ່ງເຢືອງໄດ້ຈັດຕັ້ງລາຍການ “ລະດູບານໃໝ່ກັບ ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ” ຄັ້ງທີ XIII ປີ 2020 ຢູ່ແຂວງບິ່ງເຢືອງ ສສ ຫວຽດນາມ. ໃນໂອກາດນີ້, ບັນດາຜູ້ໃຈບຸນ, ໃຈກຸສົນ, ວິສາຫະກິດ ຢູ່ ແຂວງບິ່ງເຢືອງໄດ້ມອບເງິນ 6,7 ຕື້ດົ່ງໃຫ້ແກ່ກອງທຶນປົກປ້ອງ ເດັກນ້ອຍ ແຂວງບິ່ງເຢືອງ ເພື່ອແນໃສ່ປະກອບສ່ວນຊ່ວຍເຫຼືອເດັກນ້ອຍດ້ອຍໂອກາດ ໄດ້ຕ້ອນຮັບບຸນເຕັດ ແລະ ມີເງື່ອນໄຂຮ່ຳຮຽນທີ່ດີກ່ວາອີກໃນໄລຍະຈະມາເຖິງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.