ຄະນະຜູ້ແທນເຈົ້າແຂວງ ຈໍາປາສັກ - ສປປ ລາວ ຢ້ຽມຢາມ ແລະເຮັດວຽກຢູ່ ໂຮງໝໍສູນກາງ ເຫ້ວ

16:21 | 29/09/2024

ຍສໝ - ເຈົ້າ​ແຂວງ​ຈໍາປາ​ສັກ ພ້ອມ​ດ້ວຍ​ຄະນະ​ໄດ້​ລົງໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ໂຮງໝໍ​ສູນ​ກາງ​ ເຫ້ວ ທີ່ການຕ້ອນຮັບຄະນະຜູ້ແທນ ມີຄະນະອຳນວຍການ ແລະ ການນຳຂອງບັນດາພະແນກ, ພະແນກສະເພາະຂະແໜງ.

ຄະນະ​ຜູ້​ແທນທ້ອງ​ຖິ່ນ​ສາກົນ ​ 35 ຄະນະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ມິດຕະພາບ ​ນະຄອນ​ໂຮ່ຈິ​ມິນ 2024 ຄະນະ​ຜູ້​ແທນທ້ອງ​ຖິ່ນ​ສາກົນ ​ 35 ຄະນະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສົນທະນາ​ມິດຕະພາບ ​ນະຄອນ​ໂຮ່ຈິ​ມິນ 2024
ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ ເກີນເທີ ໄດ້​ຈັດ​ຕັ້ງ​ຄະນະ​ຜູ້​ແທນພົບປະ​ແລກປ່ຽນ​ມິດຕະພາບ​ຢູ່ ຝຣັ່ງ
ຄະນະຜູ້ແທນເຈົ້າແຂວງ ຈໍາປາສັກ - ສປປ ລາວ  ຢ້ຽມຢາມ ແລະເຮັດວຽກຢູ່ ໂຮງໝໍສູນກາງ ເຫ້ວ

ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຢາມ​ໂຮງໝໍ​ສູນ​ກາງ ​ເຫ້ວ. ພາບ: ຮ່ຽນ

ສຈ.ປອ. ທ່ານໝໍ ຟ້າມຍືຫຽບ , ຜູ້ອໍານວຍການໂຮງໝໍສູນກາງ ເຫ້ວ ໄດ້ລາຍງານກ່ຽວກັບຂອບຂະໜາດຕຽງນອນຂອງໂຮງໝໍ, ວິທີການປິ່ນປົວທີ່ທັນສະໄໝ ກໍ່ຄືການກຳນົດທິດພັດທະນາຂອງຫົວໜ່ວຍໃນໄລຍະຈະມາເຖິງ. ບັນດາ​ການ​ນຳພະແນກ ​ແລະ ສູນ​ຕ່າງໆ​ໄດ້​ສະ​ເໜີ​ສະພາບ​ການ​ເຄື່ອນ​ໄຫວ, ການຈັດ​ຕັ້ງ​ປະຕິບັດ​ເຕັກນິກ​ໃໝ່ ​ແລະ ບາງ​ຂົງ​ເຂດ​ທີ່​ພົ້ນ​ເດັ່ນ​ຂອງ​ຫົວໜ່ວຍ.

ທ່ານ ປອ.ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈໍາປາສັກ - ຫົວໜ້າຄະນະ ໄດ້ສະຫຼຸບສັງລວມສະພາບການເສດຖະກິດ-ສັງຄົມຈໍານວນໜຶ່ງ ແລະ ພ້ອມດຽວກັນນັ້ນ ກໍ່ໄດ້ກ່າວແຈ້ງສະພາບຕົວຈິງຂອງທ້ອງຖິ່ນ ໃນກການກວດປິ່ນປົວພະຍາດ ແລະ ເບິ່ງແຍງສຸຂະພາບປະຊາຊົນ. ຝ່າຍບັນດາສະມາຊິກຄະນະ​ຜູ້​ແທນ​ສະ​ແດງ​ຄວາມ​ຕ້ອງການ​ໃນການໜູນ​ຊ່ວຍ​ຂອງ​ໂຮງໝໍ​ສູນ​ກາງ​ເຫ້ວ ​ໃນ​ຂົງ​ເຂດ​ຜ່າ​ຕັດ​ປະສາດ​, ຜ່າ​ຕັດ​ປາກແຫວ່ງ HHE, ຜ່າຕັດຄໍ່​ຫົວເຂົ່າ, ​ເຄື່ອງ​ເອໂກ​ສາຍເລືອດ, ​ເຄື່ອງ​ເອໂກ​ຫົວໃຈ...

ຜ່ານ​ການ​ປຶກສາ​ ​ແລະ ​ແລກປ່ຽນ, ​ໂຮງໝໍ​ສູນ​ກາງ​ເຫ້ວ ຢືນຢັນ​ຄວາມ​ພ້ອມ​ໃນ​ການ​ໜູນ​ຊ່ວຍ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ​ໃຫ້​ພະນັກງານ​ແຂວງ​ຈຳປາ​ສັກ. ​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ແຂວງ​ຈໍາປາ​ສັກ ​ໄດ້​ໄປ​ຢ້ຽມຢາມ ​ແລະ ຊອກຮູ້ກ່ຽວກັບ​ສິ່ງ​ອຳນວຍ​ຄວາມ​ສະດວກ​ ຢູ່​ ໂຮງໝໍ​ສູນ​ກາງ ​ເຫ້ວ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.