ພະນັກງານຕ້ອນຮັບຂອງໂຮງແຮມໄດ້ເຮັດວຽກເສີມເປັນຜູ້ຂົນສົ່ງເຄື່ອງ ຍັງເຂົ້າຮ່ວມການກູ້ຊີບຟຣີ

21:53 | 26/03/2022

ຍສໝ - ພາຍຫຼັງເວລາເຮັດວຽກເປັນພະນັກງານຕ້ອນຮັບຢູ່ໂຮງແຮມ, ອ້າຍ ເຈີນດຶກເອີນ ໄດ້ຍາດເວລາໄປເຮັດວຽກເປັນພະນັກງານຂົນສົ່ງເຄື່ອງ ເພື່ອຫາລາຍຮັບເພີ່ມ ແລະ ໃຊ້ເວລາທິດລະ 3 ມື້ ເພື່ອເຂົ້າຮ່ວມທີມກູ້ຊີບຟຣີ.

ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງ IPU-144 ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງ IPU-144
ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເຮັດວຽກກັບຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບດ້ານນະໂຍບາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ເຮັດວຽກກັບຮອງເລຂາທິການໃຫຍ່ ສປຊ ຮັບຜິດຊອບດ້ານນະໂຍບາຍ

ອີງຕາມຂໍ້ມູນຈາກກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ), ມາຮອດທ້າຍໄຕມາດ 3, ທົ່ວປະເທດມີ 28.2 ລ້ານຄົນ ອາຍຸ 15 ປີຂຶ້ນໄປ ຖືກຮັບຜົນກະທົບທາງລົບຕໍ່ວຽກເຮັດງານທຳ. ນັບແຕ່ຕົ້ນປີ 2021, ໂຄວິດ-19 ສົ່ງຜົນກະທົບທາງລົບຕໍ່ແຮງງານນັບເປັນສິບລ້ານຄົນ. ໃນໄຕມາດ 3, ມີແຮງງານຖືກຮັບຜົນກະທົບຫຼາຍທີ່ສຸດ, ມີແຮງງານ 4,7 ລ້ານຄົນສູນເສຍວຽກເຮັດງານທຳ, ແຮງງານ 14,7 ລ້ານຄົນພັກວຽກຊົ່ວຄາວ ຫຼື ຢຸດທຳການຜະລິດ ແລະ ເຮັດທຸລະກິດ; ແຮງງານຫຼາຍກວ່າ 10 ລ້ານຄົນຫຼຸດຊົ່ວໂມງເຮັດວຽກ ແລະ ຢຸດເຮັດວຽກຊົ່ວຄາວ.

undefined
ອ້າຍ ເຈີນດຶກເອີນ

ອັດຕາການວ່າງວຽກ, ການຢຸດເຊົາວຽກຊົ່ວຄາວເພີ່ມຂຶ້ນຫຼາຍ ຈຶ່ງເຮັດໃຫ້ປະຊາຊົນຈຳນວນຫຼາຍຄົນຕ້ອງອອກຈາກເມືອງ ເພື່ອກັບຄືນບ້ານເກີດເມືອງນອນ, ມີບາງຄົນໄດ້ປ່ຽນມາເຮັດວຽກອື່ນຊົ່ວຄາວເພື່ອຫາລ້ຽງຊີບ. ເລື່ອງລຸ່ມນີ້ຂອງອ້າຍ ເຈີນດຶກເອີນ (ເກີດປີ 1987) ຢູ່ຮ່າໂນ້ຍ ກໍແມ່ນໜຶ່ງໃນບັນດາຜູ້ທີ່ຖືກຮັບຜົນກະທົບທາງລົບຈາກໂລກລະບາດໂຄວິດ-19. ອ້າຍເອີນ ໃຫ້ຮູ້ວ່າ ພາຍຫຼັງຮຽນຈົບສາຍທ່ອງທ່ຽວ, ເພິ່ນໄດ້ເຮັດວຽກເປັນພະນັກງານຕ້ອນຮັບຢູ່ໂຮງແຮມແຫ່ງໜຶ່ງ ຢູ່ເມືອງຮ່ວານກ້ຽມ (ຮ່າໂນ້ຍ).

ວຽກງານກໍາລັງດຳເນີນໄປໄດ້ດີ ແຕ່ຕົ້ນປີ 2020 ພະຍາດໂຄວິດ-19 ລະບາດ, ຂະແໜງການທ່ອງທ່ຽວ “ຢຸດສະຫງັກ” ເຊິ່ງເປັນເລື່ອງທີ່ເພິ່ນບໍ່ເຄີຍຄິດມາກ່ອນ, ໂຮງແຮມທີ່ເພິ່ນກໍາລັງເຮັດວຽກກໍຕົກຢູ່ໃນສະພາບຫຍຸ້ງຍາກ, ສະພາບການດັ່ງກ່າວເຮັດໃຫ້ເພິ່ນຈຳຕ້ອງໂຈະວຽກງານທີ່ຕົນເອງຕິດພັນນັບແຕ່ຕອນຮຽນຈົບ.

ປ່ຽນມາເປັນພະນັກງານຂົນສົ່ງເຄື່ອງ ແຕ່ 1 ປີກວ່າຜ່ານມາ, ບໍ່ວ່າແດດອອກ ຫຼື ຝົນຕົກ, ຕອນທ່ຽງ ຫຼື ກາງຄືນ, ຢູ່ໄກ ຫຼື ຢູ່ໃກ້ ອ້າຍເອີນ ກໍຮັບສົ່ງເຄື່ອງດ້ວຍຄວາມເຕັມໃຈ ເພື່ອເບິ່ງແຍງຊີວິດຂອງຄອບຄົວ. ອ້າຍເອີນ ໃຫ້ຮູ້ວ່າ “ຕົນເອງເປັນເສົາຄໍ້າຂອງຄອບຄົວ, ເບື້ອງຫລັງຍັງມີເມຍ ແລະ ລູກນ້ອຍ 2 ຄົນ, ສະນັ້ນ ບໍ່ວ່າຈະຫຍຸ້ງຍາກຫຼາຍປານໃດ ກໍຕ້ອງພະຍາຍາມ, ປະຈຸບັນທົ່ວສັງຄົມກໍລ້ວນແຕ່ມີຄວາມຫຍຸ້ງຍາກຄືກັນ ບໍ່ແມ່ນແຕ່ຕົນເອງຄົນດຽວເທົ່ານັ້ນ. ໃນຊ່ວງເວລານີ້ມີວຽກເຮັດງານທໍາກໍຖືວ່າໂຊກດີແລ້ວ".

undefined
ອ້າຍເອີນໃຫ້ຮູ້ວ່າ ມື້ໜຶ່ງ ການເຮັດວຽກຂອງຕົນບາງທີແມ່ນຍາວຫຼາຍ, ເລີ່ມແຕ່ຕອນເຊົ້າຈົນຮອດເດິກ, ສະນັ້ນ ເພິ່ນຕ້ອງມີພະລັງງານ ແລະ ມີສະຕິຢູ່ສະເໝີ ເພື່ອຈະເຮັດວຽກໃຫ້ສຳເລັດດີ.

ເພິ່ນຄິດຢູ່ສະເໝີວ່າເຮັດວຽກຫຍັງກໍດີ ທະແນມວ່ານໍາເອົາຄຸນຄ່າມາສູ່ສັງຄົມ ແລະ ບໍ່ຮູ້ສຶກອາຍຕໍ່ມະໂນທໍາ. ບໍ່ວ່າຝົນຕົກ ຫຼື ແດດອອກ, ມີຫຼາຍມື້ທີ່ເພິ່ນຕ້ອງໄປສົ່ງເຄື່ອງບໍ່ຢຸດບໍ່ເຊົາເພື່ອທັນສົ່ງເຄື່ອງໃຫ້ລູກຄ້າ. ອ້າຍເອີນ ໃຫ້ຮູ້ "ແຕ່ລະມື້, ຂ້ອຍໄປສົ່ງຫຼາຍກວ່າ 10 ອໍເດີໃຫ້ລູກຄ້າ, ໃນນັ້ນ ອໍເດີໃກ້ທີ່ສຸດແມ່ນ 2-3 ກິໂລແມັດ, ສ່ວນອໍເດີໄກທີ່ສຸດແມ່ນເກືອບ 10 ກິໂລແມັດ, ວຽກງານແກ່ຍາວຈົນຮອດ 11 ໂມງຄໍ່າ".

ແວ່ຈອດລົດໄວ້ຢູ່ແຄມທາງ ແລ້ວກໍດື່ມນໍ້າຊູກໍາລັງເພື່ອໃຫ້ມີກໍາລັງ ແລະ ຊ່ວຍໃຫ້ຈິດແຈ່ມຕາໃສທັນທີ ຈາກນັ້ນເພິ່ນໄດ້ເອົາໂທລະສັບໂທໄປຫາລູກຄ້າ, ໃນຂະນະທີ່ລໍຖ້າລູກຄ້າມາຮັບເຄື່ອງ, ເພິ່ນກໍໄດ້ສືບຕໍ່ຮັບໄປສົ່ງອໍຕໍ່ໄປ. ວຽກງານນີ້ໄດ້ດໍາເນີນໄປຈາກມື້ນີ້ຜ່ານມື້ໜ້າ.

ຍ້ອນຈາກການເຮັດວຽກເປັນຜູ້ຂົນສົ່ງເຄື່ອງ ເພິ່ນຈຶ່ງຮູ້ຈັກທີມກູ້ຊີບ FAS Angel ແລະ ບໍ່ລັງເລໃຈສະໝັກເຂົ້າຮ່ວມ ແລະ ກາຍເປັນຫນຶ່ງໃນບັນດາສະມາຊິກຮຸ່ນທໍາອິດຂອງທີມ. ນີ້ແມ່ນທີມກູ້ຊີບຟຣີ ເພື່ອຊ່ວຍເຫຼືອຜູ້ປະສົບອຸບັດຕິເຫດຢູ່ຖະໜົນຫົນທາງນະຄອນຫຼວງຮ່າໂນ້ຍ. ເພິ່ນໃຫ້ຮູ້ວ່າ "ຂ້າພະເຈົ້າເຮັດວຽກນີ້ພຽງແຕ່ເກີດຈາກຄວາມຄິດທີ່ຢາກທໍາຄວາມດີ ເພື່ອຊ່ວຍເຫຼືອຜູ້ທີ່ປະສົບອຸບັດຕິເຫດຢູ່ຕາມທ້ອງຖະຫນົນ".

undefined
ຍ້ອນຈາກການເຮັດວຽກເປັນຜູ້ຂົນສົ່ງເຄື່ອງ ເພິ່ນຈຶ່ງຮູ້ຈັກທີມກູ້ຊີບ FAS Angel ແລະ ບໍ່ລັງເລໃຈສະໝັກເຂົ້າຮ່ວມ ແລະ ກາຍເປັນຫນຶ່ງໃນບັນດາສະມາຊິກຮຸ່ນທໍາອິດຂອງທີມ.

ໃນຈຳນວນຫຼາຍຮ້ອຍຄົນທີ່ໄດ້ຮັບການຊ່ວຍເຫຼືອ, ແຕ່ລະກໍລະນີກໍໄດ້ນຳມາເຊິ່ງຄວາມປະທັບໃຈທີ່ແຕກຕ່າງກັນ, ແຕ່ໃນນັ້ນກໍລະນີທີ່ອ້າຍເອີນບໍ່ອາດຈະລືມໄດ້ຄື ໃນຕອນເລີ່ມດຳເນີນການເຄືື່ອນໄຫວຂອງທີມ, ທັນທີທັນໃດໄດ້ພົບກັບອຸບັດຕິເຫດຮ້າຍແຮງ: “ຂ້າພະເຈົ້າຍັງຈື່ຢູ່ວ່າ ເວລາປະມານ 8 ໂມງຄໍ່າ, ພໍໄປສົ່ງເຄື່ອງ ຈຶ່ງເຫັນກຸ່ມຄົນໜຶ່ງຢືນຢູ່ແຄມທາງ, ຂັບລົດໄປໃກ້ໆແລ້ວກໍເຫັນຜູ້ໜຶ່ງຖືກອຸບັດຕິເຫດລົດຈັກ, ຂ້າພະເຈົ້າຈຶ່ງເອົາອຸປະກອນການແພດຕ່າງໆທີ່ມີພ້ອມຢູ່ໃນຖົງ ອອກມາປະຖົມພະຍາບານ, ພັນບາດແຜໃຫ້ຜູ້ຖືກອຸບັດຕິເຫດໃນຂະນະທີ່ລໍຖ້າລົດສຸກເສີນມາຮອດ. ຖ້າໃນເວລານັ້ນບໍ່ມີການປະຖົມພະຍາບານ ແລະ ພັນບາດແຜ, ຜູ້ຖືກອຸບັດຕິເຫດຈະມີຄວາມສ່ຽງຕໍ່ຊີວິດ ເພາະເສຍເລືອດຫຼາຍ".

ໃນບັນດາກໍລະນີເກີດອຸບັດເຫດ, ຫຼາຍຄົນຢືນຢູ່ອ້ອມຂ້າງນີ້ກໍລ້ວນມີຄວາມຢ້ານທີ່ຈະຕ້ອງໄດ້ຮັບຜິດຊອບ, ບາງທີຊ່ວຍເຫຼືອແຕ່ຖືກພີ່ນ້ອງຂອງຜູ້ທີ່ຖືກອຸບັດຕິເຫດທໍາຮ້າຍເພາະຄວາມໃຈຮ້ອນ, ສ່ວນສໍາລັບອ້າຍເອີນ ການຊ່ວຍຄົນແມ່ນສຳຄັນທີ່ສຸດ, “ມາຮອດປະຈຸບັນນີ້, ເມື່ອສະມາຊິກຂອງພວກຂ້າພະເຈົ້າມີເຄື່ອງແບບ, ມີອຸປະກອນປະຖົມພະຍາບານ, ສາມາດຊ່ວຍເຫຼືອຜູ້ປະສົບໄພ, ຮັກສາໄວ້ສະຖານທີ່ເກີດເຫດ ແລະ ແຍກຊ່ອງທາງເພື່ອຫຼີກເວັ້ນຈາກການລົດຕິດ ຈາກນັ້ນບໍ່ຕ້ອງເປັນຫ່ວງກັບສິ່ງທີ່ຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ເຮົາ".

ອ້າຍເອີນໃຫ້ຮູ້ວ່າ ມື້ໜຶ່ງ ການເຮັດວຽກຂອງຕົນບາງທີແມ່ນຍາວຫຼາຍ, ເລີ່ມແຕ່ຕອນເຊົ້າຈົນຮອດເດິກ, ສະນັ້ນ ເພິ່ນຕ້ອງມີພະລັງງານ ແລະ ມີສະຕິຢູ່ສະເໝີ ເພື່ອຈະເຮັດວຽກໃຫ້ສຳເລັດດີ. ດ້ວຍເຫດນີ້ ອ້າຍເອີນຈິ່ງຖືຕຸກນໍ້າດື່ມເພີ່ມພະລັງ Number 1 ຢູ່ສະເໝີ, ເຄື່ອງດື່ມມີຄວາມຈຳເປັນທີ່ຊ່ວຍໃຫ້ເພິ່ນເພີ່ມກໍາລັງແຮງ, ເພີ່ມຈິດແຈ່ມຕາໃສ ແລະ ເປັນວິທີກັນບໍ່ໃຫ້ນອນທີ່ມີປະສິດທິຜົນທີ່ສຸດ ເພື່ອປະຕິບັດສຳເລັດວຽກງານ ແລະ ຊ່ວຍເຫຼືອຊຸມຊົນ.

undefined
ອ້າຍເອີນ ຖືຕຸກນໍ້າດື່ມເພີ່ມພະລັງ Number 1 ຢູ່ສະເໝີ, ເຄື່ອງດື່ມມີຄວາມຈຳເປັນທີ່ຊ່ວຍໃຫ້ເພິ່ນເພີ່ມກໍາລັງແຮງ, ເພີ່ມຈິດແຈ່ມຕາໃສ ແລະ ເປັນວິທີກັນບໍ່ໃຫ້ນອນທີ່ມີປະສິດທິຜົນທີ່ສຸດ ເພື່ອປະຕິບັດສຳເລັດວຽກງານ ແລະ ຊ່ວຍເຫຼືອຊຸມຊົນ.

ນັບແຕ່ຕົ້ນເດືອນທັນວາ ປີ 2021, ໂຮງແຮມໃນຖະໜົນເກົ່າຮ່າໂນ້ຍ ເຊິ່ງເປັນບ່ອນເຮັດວຽກຂອງອ້າຍເອີນພວມຄ່ອຍໆເປີດຄືນໃໝ່, ອ້າຍເອີນກໍໄດ້ເລີ່ມກັບຄືນມາວຽກງານທີ່ລຶ້ງເຄີຍ. ເລີ່ມເຮັດວຽກແຕ່ 7:30 ໂມງເຊົ້າ ຫາ 5:30 ໂມງແລງ ທີ່ໂຮງແຮມ. ຍ້ອນວ່າປະຈຸບັນຊີວິດກໍຍັງມີຄວາມຫຍຸ້ງຍາກຫຼາຍ, ພາຍຫຼັງເວລາເຮັດວຽກຢູ່ພຸ້້້້້້້້ນ ອ້າຍເອີນຍັງໄດ້ສືບຕໍ່ການເຮັດວຽກເສີມເປັນຜູ້ຂົນສົ່ງເຄື່ອງຈົນຮອດເວລາປະມານ 11 ໂມງຄໍ່າ.

ອ້າຍເອີນກໍຍັງໄດ້ເຂົ້າຮ່ວມກິດຈະກໍາຂອງທີມກູ້ຊີບເປັນປະຈຳຄືເກົ່າທິດລະ 3 ມື້, ເພິ່ນຮູ້ສຶກດີໃຈທີ່ໄດ້ປະກອບສ່ວນເຂົ້າໃນການຊ່ວຍເຫຼືອຊຸມຊົນ, ຍິ່ງໄປກວ່ານັ້ນ ເມຍ ແລະ ລູກຢູ່ບ້ານ ກໍຍັງສະໜັບສະໜູນເພິ່ນດ້ວຍຄວາມສຸດໃຈເພື່ອໃຫ້ເພິ່ນເຮັດວຽກໄດ້ສຳເລັດດີ.

ໃນຕອນກາງຄືນຢູ່ຮ່າໂນ້ຍ ເມື່ອອາກາດສີໜາວໆ, ອຸນຫະພູມຢູ່ນອກກໍຕ່ຳລົງໃນຕອນກາງຄືນ, ແຕ່ຜູ້ທີ່ເຮັດວຽກຊ່ວຍເຫຼືອໃຫ້ຜູ້ທີ່ປະສົບໄພຄືອ້າຍເອີນຍັງສືບຕໍ່ວຽກງານຂອງຕົນຕາມປົກກະຕິ, ເພາະເຂົາເຈົ້າຮູ້ວ່າຍັງມີຫຼາຍຄົນຍັງພວມຕ້ອງການຄວາມຊ່ວຍເຫຼືອ.

ໄຊພອນ

ເຫດການ
302 Found

Found

The document has moved here.