ປາຫູໝາດ ສົ່ງອອກໄປຍັງອາເມລິກາ ໄດ້ຮັບຂ່າວດີ

15:15 | 28/03/2022

ຍສໝ - ຕາມ​ການ​ປະກາດ​ຂອງ​ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ມີ​ວິ​ສາ​ຫະກິດ​ປາຫູໝາດ ​ຂອງ​ຫວຽດນາມ ​​ທີ່ໄດ້ນຳໃຊ້ລະດັບພາສີ 0% ​ເຂົ້າ​ຕະຫຼາດ​ອາ​ເມ​ລິ​ກາ ຕື່ມອີກ.

ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ
ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021

ວັນ​ທີ 23 ມີນາ​, ສະມາຄົມ​ປຸງແຕ່ງ ແລະ​ສົ່ງ​ອອກສິນໃນນໍ້າ​ຫວຽດນາມ (VASEP) ​ໃຫ້​ຮູ້​ວ່າ: ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຫາ​ກໍ່​ປະກາດ​ໝາກຜົນ​ສຸດ​ທ້າຍ​ຂອງ​ການພິຈາລະນາ​ການ​ບໍລິຫານ​ພາສີ​ຕ້ານ​ການຂາຍບຸບລາຄາ​ຄັ້ງ​ທີ 17 (POR17) ຕໍ່ປາຫູໝາດນໍາເຂົ້າຈາກຫວຽດນາມ ໄລຍະແຕ່ວັນທີ 1 ສິງຫາ 2019 ຫາ ວັນທີ 31 ກໍລະກົດ 2020.

ປາຫູໝາດ ສົ່ງອອກໄປຍັງອາເມລິກາ ໄດ້ຮັບຂ່າວດີ
ປາຫູໝາດ ສົ່ງອອກໄປຍັງອາເມລິກາ ໄດ້ຮັບຂ່າວດີ. ພາບ: VASEP

ໃນ​ບັ້ນກວດກາ​ຄືນຄັ້ງ​ນີ້, ບໍ​ລິ​ສັດ​ຫຸ້ນ​ສ່ວນສິນໃນນໍ້າ NTSF (NTSF SEAFOODS) ໄດ້​ຮັບ​ການນຳໃຊ້ລະດັບອັດ​ຕາ​ພາ​ສີ 0% ເມື່ອ​ສົ່ງ​ອອກ​ປາຫູໝາດ ​ phile ໄປຍັງອາ​ເມລິ​ກາ.

ນີ້​ແມ່ນ​ກຳ​ລັງໜູນເພື່ອຕໍ່ກໍາລັງແຮງໃຫ້ NTSF SEAFOODS ເວົ້າ​ສະ​ເພາະ ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ປາຫູໝາດ ຂອງ​ຫວຽດ​ນາມ ເວົ້າ​ລວມ ​ໄປຍັງຕະ​ຫລາດ ອາ​ເມ​ລິ​ກາ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.