ສາວເຜົ່າໄຕ ກັບນາມມະຍົດ “ຜູ້ກຳກັບການສະແດງດີເດັ່ນ” ສາກົນ

10:15 | 17/03/2022

ຍສໝ - ​ໃນ​ງານ​ມະຫະກຳ​ຮູບ​ເງົາເອກະສານສາກົນ Amsterdam 2021, ສາວເຜົ່າ​ໄຕ ບັກ​ກ້ານ ຮ່າ​ເລ້ຢ໊ຽມ ດ້ວຍ​ຮູບ​ເງົາ​ເອກະສານ “ເດັກນ້ອຍ​ໃນ​ໝອກ” ​ໄດ້​ຮັບ​ລາງວັນ “ຜູ້ກຳກັບການສະແດງດີເດັ່ນ” ​ໃນ​ລາຍການ “ການ​ແຂ່ງຂັນ​ສາກົນ” ສຳລັບ​ຮູບ​ເງົາທີ່ສ້າງ​ທຳ​ອິດ.

ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ ທ່ານປະທານປະເທດ ຫງວຽນຊວັນຟຸກ ຖະຫວາຍດອກໄມ້ຢູ່ເຂດອະນຸສາວະລີປະທານ ໂຮ່ຈີມິນ, ພົບປະກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ສິງກະໂປ
ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19 ເອກອັກຄະລັດຖະທູດ ອິນໂດເນເຊຍ ເນັ້ນໜັກເຖິງບົດບາດຂອງຫວຽດນາມໃນການຮັກສາວິວັດການຮ່ວມມືຂອງອາຊຽນໃນສະພາບການໂລກລະບາດ Covid - 19

ປີ 2009, ​ເລ້ຢ໊ຽມ ໄດ້​ນຳ​ຄວາມ​ຝັນ​ຂອງ​ຕົນ​ທີ່​ເປັນ​ນັກ​ຂ່າວ​ມາ​ຮ່າ​ໂນ້ຍ ເພື່ອ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ວິ​ທະ​ຍາ​ສາດ​ສັງ​ຄົມ ແລະ ມະ​ນຸດສາດ.

ສາວເຜົ່າໄຕ ກັບນາມມະຍົດ “ຜູ້ກຳກັບການສະແດງດີເດັ່ນ” ສາກົນ
ຜູ້ກຳກັບການສະແດງ ຮ່າ​ເລ້ຢ໊ຽມ. ພາບ: baodantoc.vn

ໃນປີທີສອງ, ຫມູ່ເພື່ອນຂ້າພະເຈົ້າໄດ້ຊວນໄປສູນຫນູນຊ່ວຍ ແລະການພັດທະນາພອນສະຫວັນດ້ານຮູບເງົາ ເພື່ອຮຽນຟຣີ. ຫຼັງຈາກ 3 ຮອບຂອງການສອບເສັງ, ຂ້າພະເຈົ້າເສັງຜ່ານ, ແລະນັ້ນກໍ່ເປັນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ເບິ່ງຮູບເງົາ, ຮູບເງົາເອກະສານທີ່ມ່ວນ, ໃກ້ຊິດ, ບໍ່ຍາວ ແລະ ບໍ່ມີອາລົມຈິດຄືກັບຮູບເງົາເອກະສານ ຈໍານວນຫຼາຍທີ່ເຄີຍເຫັນອອກອາກາດທາງໂທລະພາບ. ຈາກ​ນັ້ນ​ມາ, ຈຸດປະສົງ​​ສ້າງ​ຮູບ​ເງົາ​ກໍ​ເລີ່ມ​ເກີດ​ຂຶ້ນ​ໃນ​ຕົວຂ້າພະເຈົ້າ.

ປີ 2013, ຢ້ຽມ ຮຽນ​ຈົບ​ ແລະ ເລືອກ​ທີ່​ຈະ​ຢູ່​ຮ່າ​ໂນ້ຍ. ໃນ​ຕອນ​ຕົ້ນ, ຢ້ຽມ ຍັງ​ເຮັດ​ວຽກ​ຢູ່​ໃນ​ສໍານັກງານ​ຫນັງ​ສື​ພິມ​ຖືກກັບວິຊາການ​ສື່​ມວນຊົນ. ແຕ່ຮອດປີ 2015, ສາວຍິງໄດ້ຕັດສິນໃຈຫັນທິດທາງ ແລະ ປະຕິບັດຕາມຄວາມມັກທີ່ແທ້ຈິງ ຂອງຕົນ.

ບູນມີ

ເຫດການ
302 Found

Found

The document has moved here.