Ici Vietnam Festival ຈຸດ​ນັດ​ພົບ ຂອງ ບັນ​ດາຜູ້ກຳກັບ ຮູບ​ເງົາ​ເຊື້ອ​ຊາດ ຫວຽດ​ນາມ ຢູ່ ປາ​ຣີ

06:30 | 27/10/2021

ຍ​ສ​ໝ - ໃນ​ເດືອນ​ຕຸ​ລາ​ຂອງ​ທຸ​ກໆ​ປີ ບັນ​ດາ​​ຜູ້ກຳ​ກັບໜຸ່ມ ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ຕ່າງ​ປະ​ເທດ ພັດ​ພ​ົບ​ປະ​ກັນ​ຢູ່ ງານ​ມະ​ໂຫລານ​​ຮູບ​ເງົາ “Ici Vietnam Festival” ເພື່ອ​ແບ່ງ​ປັນ ແລະ ນຳສະເໜີ​ບັນ​ດາ​ຜົນ​ງານ ເຊິ່ງ​ເຂົາ​ເຈົ້າ​ປະ​ຕິ​ບັດ​ໄດ້ ໃນ​ໄລ​ຍະ​ຜ່ານ​ມາໄປ​ຍັງ​ສື່ມວນ​ຊົນ.

ໄຂ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ວິ​ທະ​ຍາ​ສາດຄັ້ງ​ທີ 11 ຢູ່ຫວຽດ​ນາມ ໄຂ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ວິ​ທະ​ຍາ​ສາດຄັ້ງ​ທີ 11 ຢູ່ຫວຽດ​ນາມ
ກ​ຣົວ​ຊີ ແລະ ຮຸງ​ກາ​ຣີ ໜູນ​ຊ່ວຍ​ວັກ​ຊິນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້ ຫວຽດ​ນາມ ກ​ຣົວ​ຊີ ແລະ ຮຸງ​ກາ​ຣີ ໜູນ​ຊ່ວຍ​ວັກ​ຊິນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້ ຫວຽດ​ນາມ
Ici Vietnam Festival ຈຸດ​ນັດ​ພົບ ຂອງ ບັນ​ດາຜູ້ກຳກັບ ຮູບ​ເງົາ​ເຊື້ອ​ຊາດ ຫວຽດ​ນາມ ຢູ່ ປາ​ຣີ
ການ​ແລກ​ປ່ຽນ​ບ​ລະ​ຫວ່າງ​ບັນ​ດາ​ຜູ້​ກັບ​ກຳ​ໜຸ່ມ (ພາບ:baotintuc.vn)

ປີນີ້ ງານ​ມະ​ໂຫ​ລານ​ຮູບ​ເງົາ “Ici Vietnam Festival 2021 - Special Cinema” ໄດ້​ດຳ​ເນີນ​ນັບ​ແຕ່​ວັ​ນ​ທີ 22 – 24 ຕຸ​ລາ ຢູ່​ປາ​ຣີ. ນີ້​ແມ່ນ​ຄັ້ງ​ທີ 4 ທີ່ເຫດ​ການ​ພົບ​ປະ​ປະ​ຈຳ​ປີດັ່ງກ່າວ ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ ເພື່ອ​ແນ​ໃສ່​​ນຳສະເໜີ​ບັນ​ດາ​ຮູບ​ເງ​ົ​າຂອງ​ຜູ້​ກັບ​ກຳ​ເຊື້ອ​ຊາດ​ຫວຽດ​ນາມ ທີ່​ເປັນ​ມື​ອາ​ຊີບ ແລະ ບໍ່​ເປັນ​ມື​ອາ​ຊີບ.

ໃນໄລ​ຍະ​ເວ​ລາ 3 ວັນ ໄດ້​ສາຍຮູບ​ເງົາ​ສັ້ນ 15 ເລື່ອງ, ຊ່ວຍ​ຜູ້​ຊົມ​ໄດ້​ຄົ້ນ​ຫາຫຼາຍ​ແງ່​ມູນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງການ​ສົມ​ທົບ​ກັນ ລະ​ຫວ່ງພື້ນ​ຖານ​ວັດ​ທະ​ນະ​ທຳ ຫວຽດ ແລະ ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳຕ່າງໆ​ໃນ​ໂລກ, ຜ່ານ​ສາຍ​ຕາ​ຂອງ ບັນ​ດາ​ຜູ້​ກັບ​ກຳ​ໜຸ່ມ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ບັນ​ດາ​ຜົນ​ງານ ມີ​ເນື້ອ​ໃນ ແລະ ວິ​ທີ​ການ​ສະ​ແດງ​ທີ່​ເປັນຫຼາຍ​ຮູບ​ແບບ, ດ້ວຍ​ບັນ​ດາ​ເລື່ອງ​ລາວ​ໃນ​ຊີ​ວິດ​ປະ​ຈຳວັນ ຫຼື ສ່ອງ​ແສງບັນ​ດາ​ຕົວ​ລະ​ຄອນ, ເຫດ​ການ, ການ​ຜັນ​ແປ​ຂອງແນວ​ຄິດ​ຈິດ​ໃຈທີ່​ອຸ​ດົມ​ສົມ​ບູນຂອງຊາວ​ຫວຽດ​ນາມ ຢູ່ຫຼາຍ​ແຖບ​ຖິ່ນ​ໃນ​ທົ່ວ​ໂລກ.

ບັນ​ດາ​ຜົນງານ​ທີ່​ໄດ້​ສາຍ​ຢູ່ ໂຮ​ງ​ສາຍ​ຮູບ​ເງົາ Le Grand Action, ເມືອງ 5 ປາ​ຣີ ໄດ້ດຶງ​ດູດ​​ຄວາມ​ສົນ​ໃຈ​ຂອງຜູ້​ຊົມ​​ຢູ່​ນະ​ຄອນເປັນ​ຈຳ​ນວນຫຼາຍຫຼາຍ. ພາຍຫຼັງ ບັນ​ດາ​ການ​ສາຍ​ຮູບ​ເງົ​າ, ສື່ມວນ​ຊົນ​ມີ​ໂອ​ກາດ​ໄດ້​ພົບ​ປະ​ກັບ​ຜູ້​ກັບ​ກຳ ແລະ ກຸ່ມ​ສ້າງຮູບ​ເງົາ, ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື ແລະ ແລກ​ປ່ຽນ​ກ່ຽວ​ກັບ​ເນື້ອ​ໃນ, ຄວາມ​ໝາຍ, ພ້ອມ​ທັງ​ແບ່ງ​ປັນ​ບັນ​ດາ​ການ​ຄົ້ນ​ຫາ​ຈາກຜົນ​ງານ. ພິ​ເສດ, ຕອນ​ບ່​າຍ​ວັນ​ທີ 24 ຕຸ​ລາ, ຢູ່​ການ​ພົບ​ປະ​ແລກ​ປ່ຽນ, café-cinr ແລະ videolab ຢູ່​ສຳນັກ​ງານ​ໃຫຍ່ Foyer Vietnam, ບັນ​ດາ​ຜູ້​ຊົມ​ອາດ​ຈະ​ເຂົ້າ​ຊົມ​ບາງ​ຜົນ​ງານໂດຍ​ບໍ່​ເສຍ​ຄ່າ, ໄດ້​ພົບ​ປະ​ກັບ​ຄະ​ນະ​ຈັດ​ຕັ້ງ ແລະ ຜູ້​ກັບ​ກຳ​ໜຸ່ມ​ບາງ​ຄົນທີ່​ເຂົ້າ​ຮ່ວມ​ງານ​ມະ​ໂຫລານ​ຮູບ​ເງົາ​ປີນີ້.

ຕາມ​ທ່ານນາງ Sylvie Gadmer, ສະ​ມາ​ຊິກ​ຄະ​ນະ​ຈັດ​ຕັ້ງແລ້ວ, ເປົ້າ​ໝາຍ​ຂ​ອງ Ici Vietnam Festival ແມ່ນ​ການ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ດ້ານ​ວັດ​ທະ​ນະ​ທຳ, ບັນ​ດາ​ຜູ້​ຂຽນ ແລະ ນັກ​ສິ​ລະ​ປິນ​ເຊື້ອ​ຊາດ ຫວຽດ, ດັ່ງ​ນັ້ນ ບັນ​ດາ​ເນື້ອ​ໃນ​ຂອງ​ເຫດ​ການ​ແມ່ນຫຼາຍ​ຮູບ​ຫຼາ​ຍ​ແບ​ບ​ທີ່​ສຸດ ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ຄວາມ​ປະ​ດິດ​ຄິດ​ສ້າງຂອງລຸ້ນ​ໜຸ່ມ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດຢ່າງ​ສຸດ​ຂີດໃນທຸກຂົງ​ເຂດ​ ນັບ​ແຕ່ດຳ​ລົງ​ຊີ​ວິດ, ອາ​ຫານ​ການ​ກິນ, ຕ​ະຫຼອດ​ຮອດຮູບ​ເງົາ ແລະ ສິ​ລ​ະ​ປະ​ປັດ​ຈຸ​ບັນ. ທ່ານນາງ Sylvie Gadmer ແບ່ງ​ປັນ​ວ່າ: “ໄປ​ຄຽງ​ຄູ່​ກັບ​ງານ​ມະ​ໂຫລານ​ຮູບ​ເງົາ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ປະ​ຈຳ​ປີ ແລະ ປີນີ້ ແມ່ນ​ປີ​ທີ 4, ພວກ​ຂ້າ​ພະ​ເຈົ້າ​ຍັງຈັດ​ຕັ້ງບັນ​ດາ​ເຫດ​ການ​ຕ່າງໆ ເພື່ອ​ແນ​ໃສ່​ແບ່ງ​ປັນຄຸນ​ຄ່າປະ​ສົມປະສານລະ​ຫວ່າງ ວັດ​ທະ​ນະ​ທຳ ຫວຽດ​ນາມ, ແງ່​ມູມ ຫວຽດ​ນາມ ກັບ​ບັນ​ດາ​ພື້ນ​ຖານ​ວັດ​ທະ​ນະ​ທຳ ແລະ ບັນ​ດາ​ແງ່​ມູນ​ຕ່າງໆ​ໃນ​ໂລກຫຼາຍ​ທີ່​ສຸດ​ໃຫ້​ແກ່​ມະ​ຫາ​ຊົນ.

ພວກ​ຂ້າ​ພະ​ເຈົ້າ​ຍັງ​ປາດ​ຖະ​ໜາ​ວ່າ ນອກ​ຈາກ​ມະ​ຫາ​ຊົນ ແມ່ນຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດແລ້ວ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ຢາກ​ນຳ​ສະເໜີບັນ​ດາ​ຜົນ​ງານ​ຂອງ ພວກ​ຂ້າ​ພະ​ເຈົ້າຕໍ່ໄປ​ຍັງ​ມະ​ຫາ​ຊົນ​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​ຂ່ຳ​ນັບ​ຮັບ​ຕ້ອນ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ພາຍ​ໃນ​ປະ​ເທດ ແລະ ປະ​ເທດ​ຕ່າງໆ. ດ້ວຍ​ຈິດ​ໃຈ​ນີ້, ພວກ​ຂ້າ​ພະ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຮັບ​ບັນ​ດາ​ຜົນ​ງານ​ຂອງ​ນັກ​ສິ​ລະ​ປະ​ເຊື້ອ​ຊາດ ຫວຽດ​ນາມ ປະ​ຈຳ​ຝ​ລັ່ງ ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ບັນ​ດາ​ຜົນ​ງານ​ຂອງບັນ​ດາ​ຜູ້​ຂຽນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ, ອັງ​ກິດ, ເຢຍ​ລະ​ມັນ… ແລະ ຫວຽດ​ນາມ ອີກ​ດ້ວຍ”.

ທ່ານ Jerome Tham, ສະ​ມາ​ຊິກ​ຄະ​ນະ​ຈັດ​ຕັ້ງ ກໍ່​ໃຫ້​ຮູ້​ຕື່ມ​ອີກວ່າ: ນອກ​ຈາກ​ງານ​ມະ​ໂຫລານ​ຮູບ​ເງົາ ທີ່​ໄດ້​ດຳ​ເນີນ​ໃນ​ເດືອນ​ຕຸ​ລາ​ຂອງ​ທຸກ​ປີ, ບັນ​ດາ​ເຫດ​ການ​ຕ່າງໆ​ໃນ​ຂອບ​ເຂດ Ici Vietnam Festival ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ມີ​ໄຫວ​ພິບ ແລະ ເປັນຫຼາ​ຍ​ຮູບ​ແບບ​ທີ່​ສຸດ, ຢູ່ຫຼາຍ​ສະ​ຖານ​ທີ່ ແລະ ໃນຫຼາຍ​ຈຸດ​ເວ​ລາ​ທີ່​ແຕກ​ຕ່າງ​ກັນ” ເດືອນ​ມິ​ຖຸ​ນາ ​ທີ່​ຜ່ານ​ມາ, ງານ​ມະ​ໂຫລານ​ອາ​ຫານ​ການ​ກິນ ຫວຽດ​ນາມ ກໍ່ໄດ້​ຈັ​ດຕັ້ງ​ຢ່າງ​ສຳ​ເລັດ​ຜົນ​ຢູ່ ປາ​ຣີ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.