ຮີດຄອງປະເພນີອັນເປັນເອກະລັກຂອງເຜົ່າໄຕຢູ່ແຂວງເງາະອ່ານ

10:35 | 13/03/2022

ຍ​ສ​ໝ - ພາຍຫຼັງ​ຈາກ​ສຽງ​ຟ້າ​ຮ້ອງ​ລັ່ນ​ໃນ​ຕົ້ນ​ປີ, ບັນ​ດາ​ໝໍ​ພອນ​ໃນ​ບາງ​ເມືອງ​ເຂດ​ພູ​ດອຍ​ຂອງ​ແຂວງ​ເງາະ​ອ່ານ ຈັດ​ບຸນ​ກິນ​ກຸດ​ເຫຼົ້າ​ໄຫ​ດອກ​ໄມ້ ແລະ ບຸນ​ກຸດ​ສັງ​ຂານ. ນັ້ນ​ກໍ​ເປັນ​ງານ​ບຸນ​ທຳ​ອິດ​ໃນ​ປີ​ໃໝ່​ຕາມ​ປະ​ເພ​ນີ​ຂອງ​ເຜົ່າ​ໄຕພື້ນ​ເມືອງ

ຕາຕະລາງວັນພັກປີໃໝ່ກຸດຫວຽດນາມ 2022 ຍາວ 9 ວັນ ຕາຕະລາງວັນພັກປີໃໝ່ກຸດຫວຽດນາມ 2022 ຍາວ 9 ວັນ
ແນະນຳຮີດຄອງປະເພນີບູຊາບັນພະບຸລຸດ ແລະ ບຸນປີໃໝ່ຂອງຊາວຫວຽດນາມ ຢູ່ ເວເນຊູເອລາ ແນະນຳຮີດຄອງປະເພນີບູຊາບັນພະບຸລຸດ ແລະ ບຸນປີໃໝ່ຂອງຊາວຫວຽດນາມ ຢູ່ ເວເນຊູເອລາ

ສຽງ​ຟ້າ​ຮ້ອງ​ລັ່ນປີ​ຂານ (ເສືອ) 2022 ນີ້ມາ​ຊ້າ​ຈົນ​ທ້າຍ​ເດືອນ​ຈຽງ​ຈຶ່ງ​ມີ​ສຽງ​ຟ້າ​ຮ້ອງ​ມາ ຊຶ່ງ​ຕາມ​ຄວາມ​ເຊື່ອ​ບູ​ຮານ​ຂອງຫຼາຍ​ຄົນ​ໃນ​ເຂດ​ພູ​ດອຍນັ້ນ ປີ​ໃໝ່​ຈະ​ມາ​ຮອດ​ເຖິງ​ແທ້​ກໍ​ຕໍ່​ເມື່ອ​ມີ​ສຽງ​ຟ້າງ​ຮ້ອງ​ລັ່ນ​ໃນ​ຕົ້ນ​ປີ. ນັ້ນ​ກໍ​ແມ່ນ​ເວ​ລາ​ທີ່​ພວກ​ເຂົາ​ເຈົ້າ​ເປີດ​ພິ​ທີ​ບຸນ​ຕ້ອນ​ຮັບ​ປີ​ໃໝ່.

ຮີດຄອງປະເພນີອັນເປັນເອກະລັກຂອງເຜົ່າໄຕຢູ່ແຂວງເງາະອ່ານ
ພາບ​ປະ​ກອບ: dantocmiennui.vn

ປັດ​ຈຸ​ບັນ, ຫຼາຍ​ໝູ່​ບ້ານ​ເຜົ່າ​ໄຕ​ຢູ່​ແຂວງ​ເງາະ​ອ່ານ ໃນ​ນັ້ນ ມີ​ໝູ່​ບ້ານ​ຮ​ວ່າ​ຕຽນ (ຕາ​ແສງ​ເຈົ່າ​ຕຽນ, ເມືອງ​ກຸຍ​ເຈົ່າ) ຍັງ​ຄົງ​ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ທີ່​ເອີ້ນ​ວ່າ​ດື່ມ​ເຫຼົ້າລະ​ດູ​ດອກ​ໄມ້​ບານ (ກິນ​ເຫຼົ້າ​ໄຫ​ດອກ​ໄມ້ - ພາ​ສາ​ໄຕ).

ທ່ານ​ນາງ Quang Thi Thay ໝໍ​ພອນ​ທ່ານ​ໜຶ່ງ​ຢູ່​ໝູ່​ບ້ານ​ຮ​ວ່າ​ຕຽນ​ຈັດ​ພິ​ທີ​ບຸນ​ນີ້​ເປັນ​ປະ​ຈຳ. ຕາມ​ການ​ອະ​ທິ​ບາຍ​ຂອງ​ທ່ານນັ້ນ ປະ​ເພ​ນີ​ການ​ດື່ມ​ກິນ​ເຫຼົ້າ​ລະ​ດູ​ດອກ​ໄມ້​ບານ​ຖືກ​ຈັດ​ຂຶ້ນ​ໃນ​ຄອບ​ຄົວ ຫຼື ຖື​ໄດ້​ວ່າ​ມີ​ພຽງ​ຜູ້​ທີ່​ເຄື່ອນ​ໄຫວ​ທາງ​ການ​ເປັນ​ໝໍ​ພອນ ຈຶ່ງ​ຈັດ​ພີ​ທີ​ງານ​ບຸນ​ນີ້. ເຄື່ອງ​ໄຫວ້​ມີ​ໄກ່ຖວາຍ​ພະ​ເຈົ້າ, ເຫຼົ້າ​ໄຫ, ພາຍຫຼັງ​ຈາກ​ພິ​ທີ​ໄຫວ້​ຖວາຍ​ໂດຍເຈົ້າ​ຖິ່ນ​ເຈົ້າ​ຖານ​ກໍ​ຄື​ໝໍ​ພອນ​ດຳ​ເນີນ​ການນັ້ນ​ແລ້ວ, ພວກເຂົາ​ເຈົ້າ​ຈະ​ເປີດ​ເຫຼົ້າ​ໄຫ​ດື່ມ​ເພື່ອ​ຮ່ວ​ມ່ວນ​ຊື່ນ​ປີ​ໃໝ່​ນຳ​ກັນ.

ພາຍຫຼັງ​ຈາກ​ສຽງ​ຟ້າ​ຮ້ອງ​ລັ່ນ​ຕົ້ນ​ປີ, ເຜົ່າ​ໄຕ​ຢູ່​ກຸຍ​ເຈົ່າ​ຍັງ​ຈັດ​ຕັ້ງ​ພິ​ທີ​ບຸນ​ກຸດ​ສັງ​ຂານ ຊຶ່ງ​ເປັນ​ບຸນ​ປະ​ເພ​ນີ​ຄວາມ​ເຊື່ອ​ຖື​ທີ່​ເປັນ​ເອ​ກະ​ລັກ​ຂອງ​ເຜົາ​ໄຕ​ຢູ່​ແຂວງ​ເງາະ​ອ່ານ. ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ບຸນ​ກຸດ​ສັງ​ຂານ, ທ່ານ Vi Ngoc Chan ເປັນ​ຜູ້​ໜຶ່ງທີ່​ຄົ້ນ​ຄວ້າ​ສຶກ​ສາ​ວັດ​ທະ​ນະ​ທຳ​ພື້ນ​ຖານ​ຢູ່​ເມືອງ​ກຸຍ​ເຈົ່າ ໃຫ້​ຊາບ​ວ່າ: “ບຸນ​ກຸດ​ສັງ​ຂານ​ແມ່ນ​ຈັດ​ໂດຍ​ໝໍ​ພອນ​ເພື່ອ​ຂໍ​ພອນ​ໃຫ້​ພວກ​ເຂົາ​ເຈົ້າ​ກໍ​ຄື​ຄອບ​ຄົວ ແລະ ໝູ່​ບ້ານ​ມີ​ຄວາມ​ສະຫງົບ​ສຸກ, ມີ​ສຸ​ຂະ​ພາບ​ແຂງ​ແຮງ. ອີກ​ຄວາມ​ໝາຍ​ທີ່​ສຳ​ຄັນ, ສັງ​ຂານ​ຖື​ວ່າ​ເປັນ​ພິ​ທີ​ການ​ຍົກ​ລະ​ດັບ​ຂັ້ນ​ຂອງ​ບັນ​ດາ​ໝໍ​ພອນ​ທັງຫຼາຍ…”

ຕົ້ນ​ດອກ​ໄມ້​ສັງ​ຂານ​ປະ​ກອບ​ມີ 9 ຊັ້ນ ແທນ​ໃຫ້​ເທບ​ທັງ 9 ຕາມ​ຄວາມ​ເຊື່ອ​ຖື​ຂອງ​ເຜົ່າ​ໄຕ ຖືກ​ກະ​ກຽມ​ໄວ້ ແລະ ນັ້ນ​ເປັນ​ສິ່ງ​ໃຈ​ກາງ​ຂອງ​ຂອງ​ພິ​ທີ. ຕົ້ນ​ສັງ​ຂານ​ຖືກ​ປະ​ດັບ​ປະ​ດາ​ຢ່າງ​ມີ​ສີ​ສັນ​ດ້ວຍດອກ​ໄມ້​, ກ້ານ​ໃບ, ນົກ​ປະ​ດິດ,… ນັ້ນ​ເປັນການ​ຈຳ​ລອງ​ໃຫ້​ແກ່​ສະ​ຫວັນ​ຊັ້ນ​ຟ້າ ແລະ ໂລ​ກາແດນດິນ ຕາມ​ຄວາມ​ເຊື່ອ​ຂອງ​ປວງ​ປະ​ຊາ. ເວ​ລາ​ດຳ​ເນີນ​ພິ​ທີນັ້ນ, ພວກ​ເຂົາ​ເຈົ້າ​ຈະ​ມີ​ການ​ມ່ວນ​ຊື່ນ​ເປັນ​ກຸ່ມ​ຟ້ອນ​ລຳ, ກິນ​ດື່ມ​ເຫຼົາ​ໄຫ​ອ້ອມ​ຕົ້ນ​ສັງ​ຂານ​ນີ້.​

ການ​ສະ​ແດງ​ແຕ່​ລະ​ລາຍ​ການ​ສະ​ແດງ​ຈຳ​ລອງ​ເຖິງ​ວົງ​ຈອນ​ຂອງ​ຊີ​ວິດ​ມະ​ນຸດ, ຈາກ​ຂຶ້ນ​ສວງ​ສະ​ຫວັນ​ຂໍ​ເທວະ​ດາ​ໄປ​ເກີດ​ໃໝ່ ໄປ​ຫາ​ຕອນ​ຢູ່​ໃນ​ທ້ອງຖື​ພາ​ເກີດ​ມາ​ເປັນ​ເດັກ​ອ່ອນ ຈົນ​ຮອດ​ສົ່ງ​ວິນ​ຍານ​ທີ່​ລ່ວງ​ລັບ​ໄປ​ຄືນ​ສູ່​ສວງ​ສະ​ຫວັນ. ໃນ​ນັ້ນມີ​ບັນ​ດາ​ພາບ​ການ​ເຄື່ອນ​ໄຫວ​ເຮັດ​ໄຮ່, ເຮັດ​ນາ, ອອກ​ແຮງ​ງານ​ເພີ່ມ​ພູນ​ຜະ​ລິດ​ຜົນ ແລະ ການ​ດຳ​ລົງ​ຊີ​ວິດ​ຂອງ​ຄອບ​ຄົວຜົວ​ເມັຍແນ​ໃສ່​ຮັກ​ສາສາຍ​ສຳ​ພັນ​ທີ່​ດີ​ງາມ. ລີ​ລາ​ຕ່າງໆ​ຂອງ​ການ​ຟ້ອນລຳ​ຄວບ​ຄູ່​ໄປ​ກັບ​ທຳ​ນອງ​ສຽງ​ເສບຄ້ອງ, ສຽງກອງ, ສຽງ​ໂຮ​ແຊວ​ມ່ວນ​ຊື່ນ​ທັງ​ຜູ້​ຟ້ອນ ແລະ ຜູ້​ຮ່ວມ​ຊົມ​ພິ​ທີ.

ປັດ​ຈຸ​ບັນ, ນອກ​ຈາກ​ເມືອງ​ກຸຍ​ເຈົ່າ​ແລ້ວ, ບັນ​ດາ​ເມືອງ​ເກວ້​ຟ່ອງ, ເຕືອງ​ເຢືອງ ຍັງ​ຄົງ​ຮັກ​ສາ​ພິ​ທີ​ບຸນ​ກຸດ​ສັງ​ຂານ​ໃນ​ຊຸມ​ຊົນ. ປີ 2017, ບຸນ​ກຸດ​ສັງ​ຂານ​ໄດ້​ຖືກ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຮັບ​ຮອງ​ໃຫ້​ນາມ​ເປັນ​ມໍ​ຣະ​ດົກ​ທາງວັດ​ທະ​ນະ​ທຳ​ທີ່​ເປັນ​ນາມ​ມະ​ທຳ​ແຫ່ງ​ຊາດ.

ທ່ານ Ho Manh Ha ຮອງ​ຫົວ​ໜ້າ​ຫ້ອງ​ການ​ຄຸ້ມ​ຄອງ​ມໍ​ຣະ​ດົກ, ພະ​ແນກວັດ​ທະ​ນະ​ທຳ ແລະ ກິ​ລາ ແຂວງ​ເງາະ​ອ່ານ ໃຫ້​ຊາບ​ວ່າ: “ໄລ​ຍະ​ເວ​ລາ​ອັນ​ໃກ້​ນີ້, ເຫັນ​ວ່າ​ບົດ​ບາດ​ຂອງ​ບຸນ​ກຸດ​ສັງ​ຂານ​ໃນ​ການ​ດຳ​ລົງ​ຊີ​ວິດ​ວັວດ​ທະ​ນະ​ທຳ​ຄວາມ​ເຊື່ອ​ຖື​ຂອງ​ປວງ​ຊົນ​ຊາວ​ເຜົ່າ​ໄຕ, ບາງ​ທ້ອງ​ຖິ່ນ​ມີຫຼາຍ​ມາດ​ຕະ​ການ​ໃນ​ການ​ອະ​ນຸ​ລັກ, ປົກ​ປັກ​ຮັກ​ສາ, ສົ່ງ​ເສີມຄຸນ​ຄ່າ​ຂອງ​ບຸນ​ກຸດ​ສັງ​ຂານ. ເປັນ​ຕົ້ນ​ແບບ​ຄື​ເມືອງ​ກີ່​ເສີນ​ ປັດ​ຈຸ​ບັນ​ກຳ​ລັງ​ສ້າງ​ໂຄງ​ການ: “ອະ​ນຸ​ລັກ ແລະ ພັດ​ທະ​ນາ​ຄຸນ​ຄ່າ​ທາງວັດ​ທະ​ນະ​ທຳ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ”. ບັນ​ດາ​ເມືອງ​ອື່ນໆ​ພວມ​ກຳ​ລັງ​ສຳຫຼວດ, ເກັບ​ໂຮມ, ຄົ້ນ​ຄວ້າ​ສຶກ​ສາ ເພື່ອ​ຮັກ​ສາ​ສືບ​ທອດ​ບຸນ​ກຸດ​ສັງ​ຂານ”.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.