ຫວຽດ​ນາມ - ຈີ​ນ​ສົມ​ທົບ​ກັນາສ້າງ​ເຂດສີ​ຂຽວ​ຢູ່​ເຂດ​ຊາຍ​ແດນ

11:55 | 26/02/2022

ຍ​ສ​ໝ - ທີ່ກອງ​ປະ​ຊຸມ​ທ​າງ​ໄກທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 23 ກຸມ​ພາ ລະ​ຫວ່າງ ກະຊວງ​ອຸດສາຫະກຳ​ການ​ຄ້າ​ ຫວຽດ​ນາມ ແລະ ​ອຳ​ນາ​ການ​ປົ​ກ​ຄອງປະຊາຊົນ​ແຂວງ​ຢຸນນານ (ຈີນ), ສອງ​ຝ່າຍ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຈະ​ຮ່ວມ​ມື​ສ້າງ "​ເຂດ​ສີຂຽວ" ຢູ່​ດ່ານ​ຊາຍ​ແດນ ​ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເກັບ​ພາສີ​ສິນຄ້າ​ຂອງ​ສອງ​ປະ​ເທດ.

ລ້າງ​ເຊີນ ​ຜັນ​ຂະ​ຫຍາຍ​ພື້ນ​ຖານ​ດ່ານຊາຍ​ແດນ​ດີ​ຈີ​ຕອນ ​ນັບ​ແຕ່​ວັນ​ທີ 21 ກຸມ​ພາ ລ້າງ​ເຊີນ ​ຜັນ​ຂະ​ຫຍາຍ​ພື້ນ​ຖານ​ດ່ານຊາຍ​ແດນ​ດີ​ຈີ​ຕອນ ​ນັບ​ແຕ່​ວັນ​ທີ 21 ກຸມ​ພາ
ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ
ຫວຽດ​ນາມ - ຈີ​ນ​ສົມ​ທົບ​ກັນາສ້າງ​ເຂດສີ​ຂຽວ​ຢູ່​ເຂດ​ຊາຍ​ແດນ
ທ່າ​ນນາງ ເລ​ທິອ​ວາງ ຫົ​ວ​ໜ້າ​ກົມ​ການ​ຕະຫຼາດ​ອາ​ຊີ (ພາບ: congthuong.vn)

ກອງ​ປະຊຸມ​ໄດ້​ດຳ​ເນີນ​ໄປ​ພາຍຫຼັງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​ປະ​ຊຸມກຸ່ມ​ຄະນະ​ເຮັດ​ວຽກ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ​ຫວຽດນາມ - ຈີນ ສອງ​ຄັ້ງ​ ແລະ ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ກົນ​ໄກ​ຮ່ວມ​ມື​ແກ້​ໄຂ​ຄວາມ​ແອ​ອັດ​ຢູ່​ດ່ານ​ຊາຍ​ແດນ​ຫວຽດນາມ - ຈີນ ​ແລະ ຮ່ວມ​ມື​ປ້ອງ​ກັນ​ພະຍາດ​ລະບາດ​ໃນ​ເດືອນ​ມັງກອນ ​ປີ 2022 ຢ່າງມີປະສິດທິຜົນ.

ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ​ຄື: ການ​ຮ່ວມ​ມື​ປ້ອງ​ກັນ​ພະຍາດ​ລະບາດ​ຄື ການຄົ້ນຄວ້າ ​ແລະ ກໍ່ສ້າງ​ຂັ້ນ​ຕອນການ​ສົ່ງ​ອອກ​ທີ່​ປອດ​ໄພ, ສົມທົບ​ກັນ​ສ້າງ “​ເຂດສີ​ຂຽວ” ຢູ່​ດ່ານ​ຊາຍ​ແດນ, ຫັນ​ການ​ຜ່ານ​ດ່ານ​ເປັນ​ສະ​ດວກ​ຄື ເພີ່ມ​ທະວີ​ວຽກງານ​ຢູ່​ເຂດ​ດ່ານ​ຊາຍ​ແດນ, ​ເພີ່ມ​ທະວີ​ສະມັດຕະພາບ​ດ້ານ​ພື້ນຖານ​ໂຄງ​ລ່າງ​ເຂດ​ຊາຍ​ແດນ ​ແລະ ລົງທຶນ​ກໍ່ສ້າງ​ສະໜາມ​ກັກ​ກັນ ​ກວດກາ ເພື່ອເພີ່ມ​ຈຳນວນ​ດ່ານ​ຊາຍ​ແດນ​ທີ່​ໄດ້​ກຳນົດ​ການ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະ​ເສດ, ສ້າງ​ຊ່ອງ​ທາງສີ​ຂຽວ​ໃຫ້​ແກ່​ບັນດາ​ຜະລິດ​ຕະພັນ​ກະ​ເສດ, ປະຕິບັດ​​ການ​ຜ່ານ​ແດນ​ທີ່​ໄດ້​ນັດ​ກ່ອນ, ກົນ​ໄກ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ທ້ອງ​ຖິ່ນ​ຊາຍ​ແດນ​ຂອງ​ຫວຽດ​ນາມ ແລະ​ ແຂວງ​ຢຸນ​ນານ​ ຂອງ​ຈີນ.

ຜູ້ຕາງໜ້າ​ອົງການ​ປົກຄອງ​ແຂວງ​ຢຸນນານ ​ໄດ້​ເຫັນ​ດີເປັນເອກະພາບຈະ​ລາຍ​ງານ​ໃຫ້​ຂັ້ນ​ເທິງ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ກັບອຳ​ນາດ​ການ​ປົ​ກ​ຄອງ​ແຂວງ​ຢຸນນານ. ຝ່າຍ​ຢຸນນານ​ກໍ່​ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຕ້ອງ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບປະກັນ​ການ​ປ້ອງ​ກັນ​ພະຍາດ​ລະບາດ​ໃຫ້​ດີ​ເພື່ອ​ຄວາມ​ປອດ​ໄພ​ດ້ານ​ສຸຂະພາບ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ຝ່າຍ​ຢຸນນານ​ໄດ້​ແນະນຳ​ຫຼາຍ​ຂໍ້​ສະ​ເໜີແນະ​ລະ​ອຽດໃຫ້​ທ້ອງ​ຖິ່ນ​ຫວຽດນາມ ​ເຊັ່ນ ​ຮຽກຮ້ອງ​ໃຫ້​ວິ​ສາ​ຫະກິດ​ຜະລິດ​ ແລະ ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ​ສິນ​ໃນ​ນ້ຳ​ປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ເພື່ອ​ສະກັດ​ກັ້ນ​ໂລກ​ລະບາດ​ໂຄ​ວິດ-19 ​ໃນ​ການ​ປູກຝັງ, ຊື້​ເຄື່ອງ​ຫຸ້ມ​ຫໍ່, ປຸງ​ແຕ່ງ, ຂົນ​ສົ່ງ ​ແລະ ສົ່ງ​ອອກ. ​ໂດຍ​ນຳ​ໃຊ້​ຂະ​ບວນການ​ຄຸ້ມ​ຄອງ​ທີ່​ສະຫຼາດ, ​ໂດຍ​ອ້າງ​ເຖິງ​ແຜນການ "ຈັດ​ຕັ້ງ​ຄະນະ​ປະຕິບັດ​ງານ​ວິຊາ​ສະ​ເພາະ​ຢູ່​ແຕ່ລະ​ດ່ານ​ຊາຍ​ແດນ", ຮ່ວມ​ມື​ປ້ອງ​ກັນ ​ແລະ ​ຕ້ານ​ການ​ລັກລອບ​ຄ້າ​ມະນຸດ​ ແລະ​ອາດຊະຍາ​ກຳ​ຂ້າມ​ຊາຍ​ແດນ...

ດ້ວຍບ​ົດ​ບາດ​ເປັນ​ອົງ​ການ​ຕາງ​ໜ້າ​ຄະ​ນະ​ຊີ້​ນຳ​ແກ້​ໄຂ​ຖືກ​ອັ່ງອໍ​ຢູ່​ດ່ານ​ຊາຍ​ແດນ​ທາງ​ທິດ​ເໜືອ, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຈະ​ສືບ​ຕໍ່​ເຮັດ​ວຽກ​ຢ່າງ​ແໜ້ນ​ແຟ​້ນ ແລະ ຊຸກ​ຍູ້​ບັນ​ດາ​ກະ​ຊວງ, ຂະ​ແໜ​ງ​ການ ແລະ ທ້ອງ​ຖິ່ນ ສອງ​ປະ​ເທດ ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຜ່ານ​ແດນ, ຊ່ວຍ​ການ​ຄ້າສອງ​ປະ​ເທດ ສືບ​ຕໍ່​ຮັກ​ສາ ແລະ ພັດ​ທະ​ນາ​ນັບ​ມື້​ນັບ​ຍືນ​ຍົງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.