ລ້າງ​ເຊີນ ​ຜັນ​ຂະ​ຫຍາຍ​ພື້ນ​ຖານ​ດ່ານຊາຍ​ແດນ​ດີ​ຈີ​ຕອນ ​ນັບ​ແຕ່​ວັນ​ທີ 21 ກຸມ​ພາ

20:03 | 22/02/2022

ຍ​ສ​ໝ - ຕາມ​ແຈ້ງ​ການ​ສະ​ບັບເລກທີ 91 ຂອງ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ນັບ​ແຕ່​ວັນ​ທີ 21 ກຸມ​ພາ ລ້າງ​ເຊີນ​ ຈະ​ບໍ່​ຮັບ, ແກ້​ໄຂ​ສຳ​ລັບ​ວິ​ສາ​ຫະ​ກິ​ດ​ສົ່ງ​ອອກ​ທີ່​ບໍ່​ມີ​ການ​ແຈ້ງ​ການ​ທາງ​ອອນ​ລາຍ​ບົນ​ພື້ນ​ຖານ​ດ່ານຊາຍ​ແດນ​ດີ​ຈີ​ຕອນ...

ຮ່າ​ໂນ້ຍ​ຄາດ​ວ່າ​ຈະ​ເປີດ​ຖະ​ໜົນ​ຄົນເດີນ​ຢູ່​ໜອງ​ ເງືອມ ຄື​ນ ​ນັບ​ແຕ່​ເດືອນ​ມີ​ນາ ຮ່າ​ໂນ້ຍ​ຄາດ​ວ່າ​ຈະ​ເປີດ​ຖະ​ໜົນ​ຄົນເດີນ​ຢູ່​ໜອງ​ ເງືອມ ຄື​ນ ​ນັບ​ແຕ່​ເດືອນ​ມີ​ນາ
ສືບ​ຕໍ່​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບພິ​ເສດ​ຫວຽດ​ນາມ - ກູ​ບາ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບພິ​ເສດ​ຫວຽດ​ນາມ - ກູ​ບາ
ລ້າງ​ເຊີນ ​ຜັນ​ຂະ​ຫຍາຍ​ພື້ນ​ຖານ​ດ່ານຊາຍ​ແດນ​ດີ​ຈີ​ຕອນ ​ນັບ​ແຕ່​ວັນ​ທີ 21 ກຸມ​ພາ
ພາບ​ປະ​ກອບ: VGP

ຕາມ​ນັ້ນແລ້ວ, ນັ​ບ​ແຕ່​ວັນ​ທີ 21 ກຸມ​ພາ, ທຸກ​ອົງ​ການ, ຫົວ​ໜ່ວຍ, ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ, ສາ​ຂາ​ພາ​ສີ, ວິ​ສາ​ຫະ​ກິດ​ສົ່ງ​ອອກ​ນຳ​ເຂົ້າ, ວິ​ສາ​ຫະ​ກິດ​ສາງ ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ນຳ​ໃຊ້​ພື້ນ​ຖານ​ດ່ານ​ຊາຍ​ແດນ​ດີ​ຈີ​ຕອນ, ແຈ້ງ​ການ ແລະ ແກ້​ໄຂ​ຂໍ້​ມູນ​ທາງ​ອອນ​ລາຍ ເມື່ອ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ນຳ​ເຂົ້າ​ຜ່ານ​ດ່ານ​ຊາຍ​ແດນ​ສາ​ກົນ​ມິດ​ຕະ​ພາບ ແລະ ດ່ານ​ຊາຍ​ແດນ​ເຕິນ​ແທັງ (ລວມ​ມີ: ລົດ​ສິນ​ຄ້າທີ່​ໄດ້​ເຂົ້າໄປເດີ່ນ​ຈອດ​ລົດ​ຂອງ​ດ່ານ​ຊາຍ​ແດນ). ບັນ​ດາ​ຫົວ​ໜ່ວຍ, ອົງ​ການ, ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຢູ່​ດ່ານ​ຊາຍ​ແດນ​ຕ້ອງ​ປະ​ຕິ​ບັດ​ແຜນ​ການນີ້​ຢ່າງ​ເຂັ້ມ​ງວດ. ບັນ​ດາ​ອົງ​ການ, ຫົວ​ໜ່ວຍ, ກຳ​ລັງ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ເຄື່ອນ​ໄຫວ​ຢູ່​ເຂດນີ້ ຕ້ອງ​ມີ​ການ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ແກ້​ໄຂ​ບັນ​ດາ​ຂໍ້​ຕິດ​ຂັດ​​ທີ່​ເກີດ​ຂຶ້ນ​ໃໝ່​ຢ່າງ​ທັນ​ການ, ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ບົນ​ພື້ນ​ຖານ​ດ່ານ​ຊາຍ​ແດນ​ດີ​ຈີ​ຕອນ​ທີ່​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ທີ່​ສຸດ.

ຕາມ​ການ​ນຳ​ແຂວງ​ລ້າ​ງ​ເຊີນ​ແລ້ວ, ການ​ຜັນ​ຂະ​ຫຍາຍ​ພື້ນ​ຖານ​ດ່ານ​ຊາຍ​ແດນ​ດີ​ຈີ​ຕອນ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ເພື່​ອຫັນ​ການ​ປະ​ຕິ​ບັດ​ໂຄງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ດີ​ຈີ​ຕອນ​ໃນ​ບໍ​ລິ​ເວນ​ແຂວງ ຕາມ​ຂໍ້​ຕົກ​ລົງ​ເລກ​ທີ 749 ລົງ​ວັນ​ທີ 3 ມິ​ຖຸ​ນາ ປີ 2020 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ນຸ​ມັດ​ໂຄງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ຈົນ​ຮອດ​ປີ 2025, ກຳ​ນົດ​ທິດ​ຮອດ​ປີ 2030 ເປັນ​ລະ​ອຽດ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.