ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ

07:58 | 17/02/2022

ຍ​ສ​ໝ - ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ລາວ​ແລ້ວ, ຕອນເຊົ້າວັນທີ 15 ກຸມພາ, ກົງກັບວັນເພັງເດືອນ ຈຽງ ປີຂານ 2022, ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງພິທີ ສວດມົນ ພາວະນາຂໍໃຫ້ຊາວຫວຽດນາມ ທີ່ພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ລາວມີຄວາມຢູ່ເຢັນເປັນສຸກ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ ພາ​ວະ​ນາ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ວັດ ຈຸກ​ເລິມ​ທຽນ​ວ​ຽນ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຝ​ລັ່ງ ພາ​ວະ​ນາ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່​ຢູ່​ວັດ ຈຸກ​ເລິມ​ທຽນ​ວ​ຽນ
ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ ເຊື່ອມ​ຕໍ່​ນັກ​ທຸ​ລະ​ກິດຊາວ ຫວຽ​ດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຊຸກ​ຍູ້​ການ​ຄ້າ ແລະ ການລົງ​ທຶນໃນ​ຂົງ​ເຂດ​ກະ​ສິ​ກຳ
ວັດ​ເຟິດ​ຕິກ​ຢູ່ ລາວ ຈັດ​ຕັ້ງ​ພິ​ທີສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວມີຄວາມ​ຢູ່​ເຢັນ​ເປັນ​ສຸກ
ພໍ່​ແມ່​ປະ​ຊາ​ຊົນ, ສາ​ສະ​ນິກ​ກະ​ຊົນ​ພວມ​ພາ​ວະ​ນາ​ສວດ​ມົນ (ພາບ: TTXVN)

ແບ່ງ​ປັນ​ທີ່​ພິ​ທີ, ພະ​ອາ​ຈານ​ໃຫຍ່ ທິກ​ມິງກວາງ, ຫົວ​ໜ້າ​ຄະ​ນະ​ປະ​ສານ​ງານ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ປະ​ຈຳ​ລາວ ໄດ້​ເວົ້າ​ກ່ຽວ​ກັບ​ຄວາມ​ໝາຍ​ອັນ​ດີ​ງາມ​ຂອງວັນ​ເພັງ​ເດືອນ​ຈຽງ, ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ຫວຽດ​ນາມ.

ພາຍ​ໃຕ້​ການ​ແນະ​ນຳ​ຂອງ​ພະ​ອາ​ຈານ​ໃຫຍ່ ທິກ​ມິງກວາງ, ບັນ​ດາ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ໄດ້​ປະ​ຕິ​ບັດ​ພິ​ທີ​ສວດ​ມົນ​ພາ​ວະ​ນາ​ຂໍ​ໃຫ້​ປະ​ເທດ​ຊາດ​ມີ​ສັນ​ຕິ​ພາບ, ປະ​ຊາ​ຊົນ​ມີ​ຄວາມ​ຢູ່​ເຢັນ​ເປັນ​ສຸກ ດ້ວຍ​ຄວາມ​ຫວັງ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ທຸກ​ຄົນ​ໃນ​ທົ່ວ​ໂລກ ເວົ້າ​ລວມ ແລະ ຢູ່ ຫວຽດ​ນາມ ແລະ ລາວ​ເວົ້າ​ສະ​ເພາະ, ພົບແຕ່​ຄວາມໂຊກ​ດີ​ໃນ​ປີ 2022 ແລະ ໂລກ​ລະ​ບາດ​ຫາຍ​ໄປ.

ພະ​ອາ​ຈານ​ໃຫຍ່ ທິກ​ມິງກວາງຫວັງ​ວ່າ ພໍ່​ແມ່​ປະ​ຊາ​ຊົນ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຈະເສີມ​ຂະ​ຫຍາຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ, ຄວາມ​ສາ​ມັກ​ຄີ​ກ່​ວາ​ອີກ ແລະ ສືບ​ຕໍ່​ໜູນ​ຊ່ວຍ​ວຽກ​ງານ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ​ຂອງວັດ, ມຸ່ງ​ໄປ​ເຖິງ​ບ້ານ​ເກີດ​ເມືອງນອນ.

ເນື່ອງໃນເຫດການນີ້, ຜູ້ຕາງໜ້າວັດເຟິດຕິກ ຢູ່ລາວ ພ້ອມກັບຜູ້ໃຈບຸນໃຈກຸສົນ ໄດ້ມອບຂອງຂວັນ 150 ພູດລວມມູນຄ່າ 30 ລ້ານກບ ໃຫ້ແກ່ພໍ່ແມ່ປະຊາຊົນຫວຽດນາມ ທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນຫຼວງວຽງຈັນ ເພື່ອແບ່ງປັນ ແລະ ລະດົມກຳລັງໃຈພໍ່ແມ່ປະຊາຊົນໃນການດຳລົງຊີວິດຍາມຕົ້ນປີໃໝ່.

ປັດ​ຈຸ​ບັນ, ວັດ​ເຟິດ​ຕິກ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ດຳ​ລົງ​ຊີ​ວິດ​ດ້ານ​ຈິດ​ວິນ​ຍານ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມຢູ່​ປະ​ເທດ​ລາວ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ ທີ​່​ເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ພ້ອມ​ກັນ​ອ່າຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ​ທີ່​ຮັກ​ແພງ​.

ພ້ອມ​ກັນ​ນັ້ນ ວັດ​ເຟິດ​ຕິກ​ຍັງ​ແມ່ນ​ສະ​ຖານ​ທີ່​ຮັກ​ສາ, ອະ​ນຸ​ລັກ​ສີ​ສັນ ແລະ ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ຫວຽດ​ນາມ ໄປ​ຍັງ​ບັນ​ດາ​ປະ​ເທດ​ໃນ​ພ​າກ​ພື້ນ ກໍ່​ຄື​ໃນ​ທົ່ວ​ໂລກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.