ແຂວງເທື່ອທຽນເຫວ້ ເພີ່ມທະວີການຮ່ວມມື ພັດທະນາ ການທ່ອງທ່ຽວ ກັບບັນດາແຂວງພາກເໜືອ

15:18 | 22/08/2018

ຍສໝ - ນີ້ແມ່ນບາດກ້າວທຳອິດ ຂອງບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ຂອງບັນດາທ້ອງຖິ່ນເວົ້າສະເພາະ ແລະ ພາກກາງ ເຂດຕາເວັນຕົກສ່ຽງເໜືອເວົ້າລວມ ສ້າງຕັ້ງການເຊື່ອມຕໍ່ສາຍທົວ ນຳນັກທ່ອງທ່ຽວເຂດພາກຕາເວັນຕົກສ່ຽງເໜືອ ມາທ່ຽວ ເຫວ້ ແລະ ປີ້ນກັນ.

ນັບແຕ່ວັນທີ 20 ຫາ 25 ສິງຫາ ພະແນກ ທ່ອງທ່ຽວ ແຂວງ ເທື່ອທຽນເຫວ້ ໄດ້ປະສານສົມທົບກັບ ພະແນກ ທ່ອງທ່ຽວ ແຂວງກວ້າງນິງ ແລະ ຫ້າຍຟ່ອງ ຈັດງານການແລກປ່ຽນ ແລະ ສະເໜີສະຖານທີ່ທ່ອງທ່ຽວ, ສ້າງສະພາບແວດລ້ອມໃຫ້ແກ່ການດຳເນີນທຸລະກິດຂອງບັນດາທ້ອງຖິ່ນ ຊອກຫາຄູ່ຮ່ວມມື, ເຊື່ອມຕໍ່ການຮ່ວມມືພັດທະນາການທ່ອງທ່ຽວ.

ຮູ້ວ່າ ໃນການເຮັດວຽກຮ່ວມກັນ ຂອງ ພະແນກທ່ອງທ່ຽວ ແລະ ສູນ ອະນຸລັກ ປູນີຍະສະຖານ ເມືອງເກົ່າ ເຫວ້ ໄດ້ນຳສະເໜີ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ຂອງແຂວງ ເທື່ອທຽນເຫວ້ ດ້ວຍຜລິດຕະພັນດ້ານການທ່ອງທ່ຽວໃໝ່ໆ.

ແຂວງເທື່ອທຽນເຫວ້ ເພີ່ມທະວີການຮ່ວມມື ພັດທະນາ ການທ່ອງທ່ຽວ ກັບບັນດາແຂວງພາກເໜືອ

ພະລາດສະວັງເກົ່າ ເຫວ້ ດຶງດູດນັກທ່ອງທ່ຽວພາຍໃນແລະ ຕ່າງປະເທດເຂົ້າຢ້ຽມຊົມ.

ໃນນັ້ນພິເສດແມ່ນມີຫຼາຍລາຍການທີ່ເຮັດໃຫ້ຜູ້ຄົນສົນໃຈເຊັ່ນ: ການສະແດງແສງສີ ກີ່ດ່າຍ ແລະ ການຍິງປືນຄົກ , ລາຍການສະແດງສິນລະປະຂັບລຳ ແບບພະລາດສະວັງ ແລະ ການທ່ຽວຊົມວັງຜ່ານເທັກໂນໂລເບິ່ງໜັງທີ່ທັນສະໄໝ...

ພ້ອມກັນນັ້ນ ບັນດາທ້ອງຖິ່ນ ຍັງຈັດການເຊື່ອມຕໍ່ການຮ່ວມມືລະຫວ່າງ ສະຫະພັນທ່ອງທ່ຽວ ເທື່ອທຽນເຫວ້ ກັບສະຫະພັນ ທ່ອງທ່ຽວ ນະຄອນ ຫ໋າຍຟ່ອງ ແລະ ກວ້າງນິງ ໃນການຊຸກຍູ້ ແລະ ພັດທະນາການທ່ອງທ່ຽວ.

ແຂວງເທື່ອທຽນເຫວ້ ເພີ່ມທະວີການຮ່ວມມື ພັດທະນາ ການທ່ອງທ່ຽວ ກັບບັນດາແຂວງພາກເໜືອ

ສະຖານທີ່ທ່ອງທ່ຽວຂອງເທື່ອທຽນເຫວ້ ການເປັນສະຖານທີ່-ທີ່ດຶງດູດນັກທ່ອງທ່ຽວ.

ແລະ ນີ້ກໍ່ແມ່ນບາດກ້າວທຳອິດ ເພື່ອເຮັດໃຫ້ບັນດາຫົວໜ່ວຍວິສາຫະກິດ ດຳເນີນທຸລະກິດດ້ານການບໍລິການ-ທ່ອງທ່ຽວ ຂອງທ້ອງຖິ່ນເວົ້າສະເພາະ ແລະ ພາກກາງ, ເຂດຕາເວັນຕົກສ່ຽງເໜືອເວົ້າລວມ ສ້າງຕັ້ງການເຊື່ອມຕໍ່ສາຍທົວ ນຳນັກທ່ອງທ່ຽວເຂດພາກຕາເວັນຕົກສ່ຽງເໜືອ ມາທ່ຽວ ເຫວ້ ແລະ ປີ້ນກັນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.