ປະກອບສ່ວນ​ນຳ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​​ນັບ​ມື້​ນັບ​ເລິກ​ເຊິ່ງກ້​ວາງ​ຂວາງ

10:24 | 03/03/2023

ຍ​ສ​ໝ - ກະຊວງ​ຕຳຫຼວດ ຫວຽດ​ນາມ ໄດ້​ດຳ​ເນີນ​ການ​ພົບ​ປະກັບ​ບັນ​ດາ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳຕ່າງ​ປະ​ເທດ ທີ່​ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງໃນ​ອາ​ຍຸ​ການ 2023 - 2026.

ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ມານະ​ພະຍາຍາມ​ ​ປະກອບສ່ວນ​ເພື່ອ​ສັນຕິພາບ ຢ່າງ​ມີ​ປະສິດທິ​ຜົນ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ມານະ​ພະຍາຍາມ​ ​ປະກອບສ່ວນ​ເພື່ອ​ສັນຕິພາບ ຢ່າງ​ມີ​ປະສິດທິ​ຜົນ
ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ຂອງ​ລາງວັນຖະແຫຼງຂ່າວອອກສູ່ຕ່າງປະເທດ ຄັ້ງທີ VIII

ທ່ານພົນໂທ ໂຕ​ເລິມ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ​ໄດ້ເປັນປະທານການ​ພົບ​ປະ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທັງ​ເຊີນ; ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ສະ​ຖານກົງສຸນໃຫຍ່, ຫົວໜ້າ​ຫ້ອງການ​ຜູ້ຕາງໜ້າ​ຫວຽດນາມ ປະ​ຈຳ​ຕ່າງປະ​ເທດ… ​ໄດ້​ເຂົ້າ​ຮ່ວມ.

ໂດຍຕາງໜ້າ​ໃຫ້ຄະນະພັກຕຳຫຼວດ​ສູນ​ກາງ​, ການ​ນຳ​ກະຊວງ​ຕຳຫຼວດ, ທ່ານ​ລັດຖະມົນຕີ ​ໂຕ​ເລິມ ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າອົງການຜູ້ຕາງໜ້າ​ຫວຽດນາມ ປະ​ຈຳ​ຕ່າງປະ​ເທດ ​ໂດຍ​ພັກ, ລັດ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ປະຊາຊົນ ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບໃຫ້​ເປັນ​ຕົວ​ແທນຂອງ​ຫວຽດ​ນາມ ປະ​ຈຳ​ຢູ່​ຕ່າງ​ປະ​ເທດ; ທ່ານ​ກໍ່​ອວຍ​ພອນ​ໃຫ້​ບັນ​ດາ​ສະ​ຫາຍ​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ໃນອາ​ຍຸ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ.

ປະກອບສ່ວນ​ນຳ​ຫວຽດນາມ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​​ນັບ​ມື້​ນັບ​ເລິກ​ເຊິ່ງກ້​ວາງ​ຂວາງ
ທ່ານ​ລັ​ດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫຼວດ ຫວຽດນາມ ໂຕ​ເລິມ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ ຫວຽດນາມ ບຸຍ​ແທັງ​ເຊີນ ພ້ອມ​ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳຕ່າງ​ປະ​ເທດ (ພາບ: TTXVN)

ທ່ານ​ລັດຖະມົນຕີ ໂຕ​ເລິມ ​ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ອົງການ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ຕ່າງປະ​ເທດ ຈະ​ເສີມ​ຂະຫຍາຍ​ບົດບາດໜ້າ​ທີ່​ຄວາມ​ຮັບຜິດຊອບ, ​ເປັນ​ຂົວ​ຕໍ່​ພັດທະນາ​ການ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ, ຍົກ​ສູງ​ຖາ​ນະ​ບົດ​ບາດ​ຂອງ ຫວຽດ​ນາມ ບົນ​ເວ​ທີ​ສາ​ກົນ ແລະ ແມ່ນ​ບ່ອນ​ອີງຢ່າງ​ໝັ້ນ​ແກ່ນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມພວມ​ອາ​ໄສ ຢູ່​ຕ່າງປະ​ເທດ ໄດ້ເປັນຢ່າງດີ.

ໂດຍອີງ​ຕາມ​ໝາກຜົນ​ແຫ່ງ​ການ​ພົວພັນ​ປະສານ​ງານ​ລະຫວ່າງ​ກະຊວງ​ຕຳຫຼວດ ​ແລະ ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ລັດຖະມົນຕີ ໂຕ​ເລິມ ໃຫ້​ຂໍ້​ສັງ​ເກດ​ວ່າ: ກຳ​ລັງ​ຕຳຫຼວດ​ປະຊາຊົນ​ໄດ້​ສົມທົບ​ກັບຂະ​ແໜງ​ການ​ຕ່າງ​ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ຜັນ​ຂະ​ຫຍາຍໜ້າ​ທີ່​ການ​ຕ່າງປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ສອງ​ກະຊວງ​ໄດ້​ສົມທົບ​ກັນເປັນ​ເສ​ນາ​ທິ​ກາ​ນໃຫ້​ແກ່​ພັກ ​ແລະ ລັດໃນຫຼາຍ​ນະ​ໂຍບາຍ ​ແລະ ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເໝາະ​ສົມ, ນຳ​ປະ​ເທດ​ຫວຽດນາມ ​ເຂົ້າ​ສູ່​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ, ພ້ອມ​ທັງ​ປະກອບສ່ວນ​ຮັກສາ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ການ​ພັດທະນາ. ປະເທດຊາດ.

ທ່ານ​ລັດຖະມົນຕີ ໂຕ​ເລິມ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນເຊິ່ງ​ກະຊວງ​ການ​ຕ່າງປະ​ເທດ​ໄດ້ສະ​ຫງວນ​ໃຫ້​ແກ່​ການ​ຮ່ວມ​ມື ​ແລະ ການ​ພົວພັນ​ສາກົນ​ຂອງ​ກະຊວງ​ຕຳຫຼວດ. ທ່ານຢືນຢັນ​ວ່າ​ ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ກຳລັງ​ຕຳຫຼວດ​ພວມ​ສືບ​ຕໍ່​ມີການ​ປ່ຽນ​ແປງ​ໃໝ່​, ບັນລຸ​ໄດ້​ໝາກຜົນ​ຫຼາຍ​ຢ່າງ, ທ່ານ​ລັດຖະມົນຕີ​ປາດ​ຖະໜາ​ວ່າ ​ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ລວມ, ບັນດາ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າອົງການຜູ້​ຕາງ​ໜ້າ​ຫວຽດນາມ ປະ​ຈຳ​ຕ່າງປະ​ເທດ ​ເວົ້າ​ສະ​ເພາະ ຈະສືບ​ຕໍ່​ເອົາ​ໃຈ​ໃສ່ ​ແລະ ຊ່ວຍ​​ກະຊວງຕຳຫຼວດ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ສາກົນ, ເພີ່ມ​ທະ​ວີ​ການ​ພົວພັນ​ກັບ​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ, ອົງການ​ປະຕິບັດ​ກົດໝາຍ​ຂອງ​ປະ​ເທດ​ຕ່າງໆ, ອົງການຈັດຕັ້ງ​ສາກົນ, ​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ, ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ, ປະຕິບັດ​ກົດໝາຍ...

ຕາງໜ້າ​ໃຫ້​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຫົວໜ້າອົງການຜູ້​ຕາງ​ໜ້າ​ຫວຽດນາມ ປະ​ຈຳ​ຕ່າງປະ​ເທດ, ທ່ານ​ລັດຖະມົນຕີ ບຸ​ຍ​ແທັງ​ເຊີນ ຂໍ​ຂອບ​ໃຈ​ບັນດາ​ການ​ນຳ​ກະຊວງ​ຕຳຫຼວດ ​ແລະ ບັນດາ​ກົມ​ກອງ​ຂອງ​ກະຊວງ​ຕຳຫຼວດ​ທີ່​ໄດ້ແບ່ງປັນນ້ຳ​ໃຈຄ​ວາມຮັກ​ແພງ ແລະ ​ຄວາມເອົາ​ໃຈ​ໃສ່, ຊ່ວຍ​ເຫຼືອກະ​ຊວງ​ການ​ຕ່າງ​ປະ​ເທດ​ໃນ​ການ​ປະ​ຕິ​ບັດສຳ​ເລັດ​ທຸກ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ. ທ່ານ​ລັດຖະມົນຕີ ບຸຍ​ແທັ​ງ​ເຊີນ ຢືນຢັນ​ວ່າ ວຽກງານ​ສົມທົບ ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ​ກະຊວງ​ຕຳຫຼວດ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ແມ່ນ​ທັນ​ການ ​ແລະ ມີ​ປະສິດທິ​ຜົນ​ສູງທີ່​ສຸດ.

ທ່ານລັດຖະມົນຕີການ​ຕ່າງ​ປະ​ເທດ ໄດ້ຮັບຮູ້ ແລະ ຕີລາຄາສູງບົດບາດຂອງກຳລັງຕຳຫຼວດປະຊາຊົນຕໍ່​ສັນ​ຕິ​ພາບ, ສະຖຽນລະພາບຂອງຊາດ ແລະ ການປະກອບສ່ວນເຂົ້າໃນການພັດທະນາການພົວພັນທາງການທູດຂອງປະເທດເຮົາໃນໄລຍະທີ່ຜ່ານມາ. ພ້ອມ​ກັນ​ນັ້ນ, ທ່ານ​ລັດຖະມົນຕີ ບຸ​ຍ​ແທັງ​ເຊີນ ​ກໍ່ເນັ້ນ​ໜັກ​ວ່າ: ບົດບາດ ​ແລະ ຄວາມໝາຍ​ຂອງ​ສາກົນ​ແມ່ນ​ສູງ​ທີ່​ສຸດ ​ເມື່ອ​ກຳ​ລັງ​ຕຳຫຼວດປະ​ຊາ​ຊົນ ໄດ້​ຈັດ​ສົ່ງ​ພະນັກງານ, ນັກຮົບ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ, ການຮ່ວມ​ມື​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ສາກົນ, ພິ​ເສດ​ແມ່ນ​ສົ່ງ​ເຈົ້າ​ໜ້າ​ທີ່​ເຂົ້າ​ຮ່ວມ​ການກູ້​ໄພ​ກູ້​ຊີບຢູ່​ຕວັກ​ກີ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.