ຈັດປີທ່ອງທ່ຽວແຫ່ງຊາດ - ກວ້າງນາມ 2022

15:54 | 14/02/2022

ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຫາກໍ່ອະນຸມັດຜ່ານແຜນຮ່າງຈັດປີທ່ອງທ່ຽວແຫ່ງຊາດ - ກວ້າງນາມ 2022 ດ້ວຍຫົວຂໍ້ “ກວ້າງນາມ - ສະຖານທີທ່ອງທ່ຽວ ສີຂຽວ”.

ຕະຫຼາດຫວຽດນາມ ນໍາມາກາລະໂອກາດເຕີບໂຕທີ່ມີຄວາມສາມາດ ບົ່ມຊ້ອນໃຫ້ບັນດານັກລົງທຶນ ຕະຫຼາດຫວຽດນາມ ນໍາມາກາລະໂອກາດເຕີບໂຕທີ່ມີຄວາມສາມາດ ບົ່ມຊ້ອນໃຫ້ບັນດານັກລົງທຶນ
ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ
ພາບປະກອບ
ພາບປະກອບ

“ປີທ່ອງທ່ຽວແຫ່ງຊາດ - ກວ້າງນາມ 2022” ພາສາອັງກິດເອີ້ນວ່າ “Visit Viet Nam Year - Quang Nam 2022” ດ້ວຍຫົວຂໍ້ “ກວ້າງນາມ - ສະຖານທີທ່ອງທ່ຽວ ສີຂຽວ”.

ພິທີໄຂ ຄາດວ່າຈະຈັດຕັ້ງໃນວັນທີ 25 ມີນາ 2022 ຢູ່ທີ່ເກາະ ກີ໊ອຶກ, ນະຄອນໂຮ້ຍອານ. ພິທີອັດຈະດໍາເນີນໃນທ້າຍເດືອນທັນວາ ປີ 2022 ຢູ່ Vinpearl ນາມໂຮ້ຍອານ ເນື່ອງໃນໂອກາດສະຫຼຸບປີ 2022 ແລະຕ້ອນຮັບປີໃໝ່ 2023.

ບັນດາກິດຈະກໍາຕອບສະໜອງເຫດການນີ້ຈະໄດ້ຜັນຂະຫຍາຍຕາມ 6 ຫົວຂໍ້ ລວມມີ: ລາຍການທ່ອງທ່ຽວກວ້າງນາມ ຍາມລະດູບານໃໝ່ ແຕ່ເດືອນ 1 ເຖິງເດືອນ 3-2022; ລາຍການທ່ອງທ່ຽວແມ່ນໍ້າ, ກະສິກໍາ ແລະຜະລິດຕະພັນ OCOP ແຕ່ເດືອນ 4 ເຖິງເດືອນ 6-2022; ລາຍການທ່ອງທ່ຽວ ຈູລາຍ ແຕ່ເດືອນ 4 ເຖິງເດືອນ 9-2022; ລາຍການທ່ອງທ່ຽວວັດທະນະທໍາບັນດາເຜົ່າ ແລະເສັ້ນທາງໂຮ່ຈີມິນ ມະຫັດສະຈັນ ແຕ່ເດືອນ 5 ເຖິງເດືອນ 8-2022...

ນອກຈາກນີ້, ຄະນະກໍາມະການປະຊາຊົນແຂວງກວ້າງນາມ, ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງກວ້າງນາມ ແລະບັນດາພະແນກການທີ່ກ່ຽວຂ້ອງ ຈະສົມທົບກັນຢ່າງແໜ້ນແຟ້ນກັບກົມໃຫຍ່ທ່ອງທ່ຽວ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ແລະບັນດາແຂວງໃນທົ່ວປະເທດ ຈັດຕັ້ງບັນດາກິດຈະກໍາຂໍ່ານັບຮັບຕ້ອນປີທ່ອງທ່ຽວແຫ່ງຊາດ 2022 ຢູ່ກວ້າງນາມ ຫຼື ບັນດາແຂວງ, ນະຄອນໃນທົ່ວປະເທດ ເພື່ອແນໃສ່ສ້າງຂີດໝາຍໃນການຟື້ນຟູ ແລະເຕີບໂຕຄືນໃໝ່ຂອງຂະແໜງການທ່ອງທ່ຽວໃນສະພາບການໃໝ່.

la.qdnd.vn

ເຫດການ
302 Found

Found

The document has moved here.