ມອບທຶນການສຶກສາໃຫ້ນັກຮຽນໂຮງຮຽນສອງພາສາ ຫງວຽນຢູ ຢູ່ ລາວ ມາຮຽນຢູ່ ຫວຽດນາມ

09:10 | 14/02/2022

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈໍາ ສປປ ລາວ ແລະສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບຮັບທຶນການສຶກສາຂອງມະຫາວິທະຍາໄລ ໂຕນດຶກຖັ໊ງ, ນະຄອນໂຮ່ຈີມິນ ໃຫ້ແກ່ນັກຮຽນ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈໍານວນ 10 ຄົນ.

ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໜູນຊ່ວຍໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໜູນຊ່ວຍໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ
ຄະນະຊາວໜູ່ມ ຫວຽດນາມ ເຄື່ອນໄຫວອາສາສະໝັກ ຢູ່ ລາວ ຄະນະຊາວໜູ່ມ ຫວຽດນາມ ເຄື່ອນໄຫວອາສາສະໝັກ ຢູ່ ລາວ
ທ່ານ ເຈິ່ນດ້າຍຖັ໊ງ ເລຂາຜູ້ທີ່ໜຶ່ງ ສະຖານທູດຫວຽດນາມປະຈໍາ ລາວ ຖ່າຍຮູບລວມກັບພວກນ້ອງນັກຮຽນທີ່ໄດ້ຮັບທຶນການສຶກສາ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ເຈິ່ນດ້າຍຖັ໊ງ ເລຂາຜູ້ທີ່ໜຶ່ງ ສະຖານທູດຫວຽດນາມປະຈໍາ ລາວ ຖ່າຍຮູບລວມກັບພວກນ້ອງນັກຮຽນທີ່ໄດ້ຮັບທຶນການສຶກສາ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ເປັນຄັ້ງທີ 2 ທີ່ມະຫາວິທະຍາໄລ ໂຕນດຶກຖັ໊ງ ມອບທຶນການສຶກສາ ໃຫ້ແກ່ລູກນ້ອງຊາວລາວ ແລະຫວຽດນາມ ທີ່ກໍາລັງຮຽນຢູ່ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ສີວັນເຮືອງ ເພັງຄໍາໄມ ຮັກສາການຜູ້ອຳນວນການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ແລະທ່ານ ຄໍາມຸຍ ແກ້ວມະນີ ປະທານສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຄໍາຂອບໃຈຕໍ່ສອງພັກ, ສອງລັດຫວຽດນາມ ແລະລາວ ທີ່ຍາມໃດກໍເອົາໃຈໃສ່ເຖິງພາລະກິດການສຶກສາ ແລະກໍ່ສ້າງ, ພິເສດແມ່ນຄົນຮຸ່ນໜຸ່ມ, ຜູ້ທີ່ຈະສືບທອດ, ຮັກສາ ແລະພັດທະນາການພົວພັນມິດຕະພາບທີ່ຍິ່ງໃຫຍ່ ລາວ-ຫວຽດນາມ ອ້າຍນ້ອງ; ຂອບໃຈມະຫາວິທະຍາໄລ ໂຕນດຶກຖັ໊ງ ທີ່ໄດ້ໜູນຊ່ວຍ ແລະມອບທຶນການສຶກສາໃຫ້ແກ່ພວກນ້ອງນັກຮຽນ.

ຕັກເຕືອນພວກນ້ອງນັກຮຽນ ກ່ອນທີ່ຈະເດີນທາງໄປຮຽນຢູ່ຫວຽດນາມ, ທ່ານນາງ ສີວັນເຮືອງ ແລະທ່ານ ຄໍາມຸຍ ອວຍພອນພວກນ້ອງຈົ່ງທໍາຄວາມລຶ້ງເຄີຍ ແລະເຊື່ອມໂຍງກັບສະພາບແວດລ້ອມໃໝ່ໂດຍໄວ, ຕັ້ງໜ້າຮໍ່າຮຽນໃຫ້ດີເພື່ອພາຍຫຼັງສິ້ນສຸດການຮ່ຳຮຽນກັບຄືນເມືອປະເທດຈະປະກອບສ່ວນສ້າງສາປະເທດ, ກາຍເປັນແກ່ນສານສືບຕໍ່ຮັກສາ, ເພີ່ມພູນຄູນສ້າງ ແລະພັດທະນາສາຍພົວພັນທີ່ຍິ່ງໃຫຍ່ ລາວ-ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງທະນົງແກ່ນ.

la.qdnd.vn

ທ່ານອາດຈະມັກ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ

ເຫດການ