ຫວຽດນາມ ຮັບດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງ ໃຕ້ຂອງ OECD ຢ່າງເປັນທາງການ

08:56 | 11/02/2022

ຍສໝ - ວັນທີ 9 ກຸມພາ, ຢູ່ເຊີອູນ, ທີ່ກອງປະຊຸມລັດຖະມົນຕີ ຄັ້ງທີ 2 ໂຄງການ ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຂອງອົງການຮ່ວມມື ແລະພັດທະນາ ເສດຖະກິດ (OECD) ໄດ້ດໍາເນີນຢູ່ນະຄອນເຊີອູນ (ສ. ເກົາຫຼີ), ຫວຽດນາມ ແລະອົດສະຕາລີ ໄດ້ຮັບດຳລົງຕຳແໜ່ງປະທານຮ່ວມໂຄງການ SEARP ອາຍຸການ 2022-2025 ຈາກ ໄທ ແລະ ສ. ເກົາຫຼີ.

ເປັນ​ຄັ້ງ​ທຳອິ​ດຫວຽດນາມ ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ປະທານ​ຮ່ວມ​ OECD ຂອງ SEARP ເປັນ​ຄັ້ງ​ທຳອິ​ດຫວຽດນາມ ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ປະທານ​ຮ່ວມ​ OECD ຂອງ SEARP
ປະທານສະພາແຫ່ງຊາດລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ ປະທານສະພາແຫ່ງຊາດລາວ ຈະມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ

ເຂົ້າຮ່ວມກອງປະຊຸມມີບັນດາທ່ານລັດຖະມົນຕີ ແລະຫົວໜ້າຄະນະຂອງ 38 ປະເທດສະມາຊິກ OECD, ບັນດາສະມາຊິກ ອາຊຽນ, ເລຂາທິການໃຫຍ່ OECD, ເລຂາທິການໃຫຍ່ ອາຊຽນ ແລະການນຳຫຼາຍອົງການ ຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ຫວຽດນາມ ຮັບດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງ ໃຕ້ຂອງ OECD ຢ່າງເປັນທາງການ
ຫວຽດນາມ ຮັບດຳລົງຕຳແໜ່ງປະທານຮ່ວມໂຄງການອາຊີຕາເວັນອອກສ່ຽງ ໃຕ້ຂອງ OECD ຢ່າງເປັນທາງການ. ພາບ: TTXVN

ກ່າວປາໄສໄຂກອງປະຊຸມ, ລັດຖະມົນຕີກະຊວງການຕ່າງປະເທດ ສ. ເກົາຫຼີ Chung Eui-Yong ເນັ້ນໜັກວ່າ ອາຊຽນ ແມ່ນຈຸດສຸມໃນນະໂຍບາຍມຸ່ງໄປສູ່ ພາກໃຕ້ໃໝ່ຂອງ ສ. ເກົາຫຼີ; ສ. ເກົາຫຼີ ຈະສືບຕໍ່ເພີ່ມທະວີການຮ່ວມມືກັບ ອາຊຽນ ເພື່ອແນໃສ່ປະກອບສ່ວນກໍ່ສ້າງ ອາຊຽນ ສີຂຽວ, ສະຫຼາດ ແລະກວມລວມກວ່າ. ທ່ານ ເລຂາທິການໃຫຍ່ OECD Mathias Cormann ກໍ່ຢັ້ງຢືນ ອາຊຽນ ແມ່ນພາກພື້ນບູລິມະສິດຍຸດທະສາດ; OECD ປາດຖະໜາ ຢາກຊຸກຍູ້ການຮ່ວມມື ແລະໜູນຊ່ວຍບັນດາສະມາຊິກອາຊຽນ ໃນການປະ ຕິຮູບເສດຖະກິດ, ສະໜິດຕິດພັນ ແລະນັບມື້ນັບກ້າວເຂົ້າໃກ້ບັນດາມາດຕະຖານ ຂອງ OECD.

ກອງປະຊຸມໄດ້ເປັນສັກຂີພິຍານພິທີເຊັນບົດບັນທຶກຊ່ວຍຈຳ (MOU) ອາຊຽນ - OECD ລະຫວ່າງສອງທ່ານເລຂາທິການໃຫຍ່ອາຊຽນ ແລະ OECD. ດ້ວຍ 31 ຂົງເຂດຮ່ວມມື, MOU ສ້າງຂອບເຂດສໍາຄັນເພື່ອຍົກລະດັບການພົວພັນ ຄູ່ຮ່ວມມືລະຫວ່າງອາຊຽນ ແລະ OECD ໃນໄລຍະຈະມາເຖິງ.

ບັນດາທ່ານລັດຖະມົນຕີໄດ້ເຫັນດີເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມ “ອະນາຄົດຖືຄົນເປັນໃຈກາງ-ການພົວພັນຄູ່ຮ່ວມມືເພື່ອອາຊຽນ ທີ່ສະຫຼາດກວ່າ, ສີຂຽວກວ່າ ແລະກວມລວມກວ່າ”, ຢັ້ງຢືນຄໍາໝັ້ນສັນຍາຢ່າງແຮງຂອງ OECD ແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ຈະເພີ່ມທະວີການຮ່ວມມື ເພື່ອແນໃສ່ຟື້ນຟູເສດຖະກິດ, ຊຸກຍູ້ການຫັນປ່ຽນດີຈີຕອນ, ເສຖະກິດດີຈີຕອນ ແລະເຕີບໂຕສີຂຽວ.

ທີ່ພິທີອັດກອງປະຊຸມ, ອົດສະຕາລີ ແລະຫວຽດນາມ ໄດ້ຮັບດຳລົງ ຕຳແໜ່ງປະທານຮ່ວມ ໂຄງການ SEARP ໄລຍະ 2022- 2025 ຈາກ ສ. ເກົາຫຼີ ແລະໄທ.

ບູນມີ

ເຫດການ
302 Found

Found

The document has moved here.