ບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ ມີຊ່ອງທາງເພື່ອເຊື່ອມຕໍ່ໂອກາດການຮ່ວມມື, ລົງທຶນຕື່ມອີກ

12:49 | 30/10/2023

ຍສໝ - ຜ່ານ​ການ​ລົງ​ນາມ​ໃນ​ບົດ​ບັນທຶກຊ່ວຍຈຳກັບ​ຫົວໜ່ວຍ​ຈັດ​ຕັ້ງ​ກອງ​ປະຊຸມ​ ເເລະ ງານວາງສະແດງການ​ຄ້າ​ສົ່ງ​ອອກ​ ມາ​ເລ​ເຊຍ ອາ​ຊຽນ, ສະມາຄົມ​ມິດຕະພາບ​ ມາ​ເລ​ເຊຍ - ຫວຽດນາມ ໄດ້ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໃນ​ຂົງ​ເຂດ​ວັດທະນະທຳ, ການທ່ອງທ່ຽວ ​ແລະ ແລກປ່ຽນການ​ຄ້າ.

ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ມີ​ຄວາມ​ສົນ​ໃຈ​ໃນ​ຫຼາຍ​ຂົງ​ເຂດ​ລົງທຶນ​ຢູ່ ຫວຽດນາມ ບັນດາ​ວິ​ສາ​ຫະກິດ ​ເອີ​ລົບ ມີ​ຄວາມ​ສົນ​ໃຈ​ໃນ​ຫຼາຍ​ຂົງ​ເຂດ​ລົງທຶນ​ຢູ່ ຫວຽດນາມ
ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ ຖື ຫວຽດນາມ ​ແມ່ນ​ຕະຫຼາດ​ລົງທຶນ​ທີ່​ມີ​ທ່າ​ແຮງ ​ແລະ ​ເຊື່ອ​ຖື​ໄດ້ ບັນດາ​ວິ​ສາ​ຫະກິດ ​ເຢຍລະ​ມັນ ຖື ຫວຽດນາມ ​ແມ່ນ​ຕະຫຼາດ​ລົງທຶນ​ທີ່​ມີ​ທ່າ​ແຮງ ​ແລະ ​ເຊື່ອ​ຖື​ໄດ້

ວັນ​ທີ 31 ຕຸລາ​ນີ້, ຢູ່​ມາ​ເລ​ເຊຍ, ສະມາຄົມ​ມິດຕະພາບ​ ມາ​ເລ​ເຊຍ - ຫວຽດນາມ ​ແລະ ຫ້ອງການການ​ຄ້າ ​ແລະ ອຸດສາຫະກຳ ອາຊຽນ (ACCI) - ຫົວໜ່ວຍຈັດ​ຕັ້ງ​ກອງ​ປະຊຸມ​ ແລະ ງານງານວາງສະແດງການ​ຄ້າ​ສົ່ງ​ອອກ ​ອາ​ຊຽນ (MASTEX 2024) ຂອງ​ມາ​ເລ​ເຊຍ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍຈຳການ​ຮ່ວມ​ມື (MoU).

ບົດ​ບັນທຶກ​ຊ່ວຍຈຳ​ລະບຸ​ວ່າ: ສອງ​ຝ່າຍ​ຈະ​ຊຸກຍູ້​ການ​ຮ່ວມ​ມື​ດ້ານການແລກປ່ຽນ​ການ​ຄ້າ, ວັດທະນະທຳ ​ແລະ ການທ່ອງທ່ຽວ. ສະມາຄົມ​ມິດຕະພາບ​ ມາ​ເລ​ເຊຍ - ຫວຽດນາມ ​ແລະ ACCI ຈະ​ສົມທົບ​ກັນ​ຈັດ​ຕັ້ງ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ເຫດການ​ຄື: ກອງ​ປະຊຸມ​ສຳ​ມະ​ນາ, ງານຕະຫຼາດນັດ ເເລະ ງານວາງສະແດງ ​ເພື່ອ​ຊຸກຍູ້​ການ​ຄ້າ ​ແລະ ຍົກອອກບັນດາ​ຂໍ້ລິເລີ່ມຊຸກຍູ້​ການ​ເຄື່ອນ​ໄຫວ​ເສດຖະກິດ​ສອງ​ຝ່າຍ.

ບັນດາວິສາຫະກິດ ມາເລເຊຍ ແລະ ຫວຽດນາມ ມີຊ່ອງທາງເພື່ອເຊື່ອມຕໍ່ໂອກາດການຮ່ວມມື, ລົງທຶນຕື່ມອີກ
ພິທີ​ລົງ​ນາມ MoU ລະຫວ່າງ​ສະມາຄົມ​ມິດຕະພາບ ​ມາ​ເລ​ເຊຍ - ຫວຽດນາມ ​ແລະ ACCI. (ພາບ: ສະມາຄົມມິດຕະພາບ ມາເລເຊຍ-ຫວຽດນາມ)

​ໃນ​ເບື້ອງຕົ້ນ, ​ເປົ້າ​ໝາຍ​ຂອງ​ສອງ​ປະ​ເທດ​ແມ່ນ​ສົມທົບ​ກັນ​ຈັດ​ຕັ້ງ​ງານ​ MASTEX 2024 ​ໃຫ້​ສຳ​ເລັດ​ຜົນ. ​ໃນ​ຕໍ່ໜ້າ, ສອງ​ຝ່າຍ​ຈະ​ເປັນ​ຂົວ​ຕໍ່​ລະຫວ່າງ​ວິ​ສາ​ຫະກິດ ​ມາ​ເລ​ເຊຍ ​ແລະ ຫວຽດນາມ, ສ້າງ​ກາລະ​ໂອກາດ​ຮ່ວມ​ມື ​ແລະ ການ​ຄ້າ​ລະຫວ່າງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ.

ທ່ານ​ນາງ ເຈີ່ນ​ທິ​ຈາງ, ປະທານ​ສະມາຄົມ​ມິດຕະພາບ​ ມາ​ເລ​ເຊຍ - ຫວຽດນາມ ​ໃຫ້​ຮູ້​ວ່າ: ສະມາຄົມ​ຈະ​ຊຸກຍູ້ການເຜີຍແຜ່ບັນດາ​ຜະລິດ​ຕະພັນ​ຫວຽດນາມ ຢູ່ ມາ​ເລ​ເຊຍ, ຮ່ວມເດີນທາງພ້ອມ​ກັບ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່​ພວມ​ຊອກ​ຫາ​ກາລະ​ໂອກາດ​ພັດທະນາ​ສິນຄ້າ​ຢູ່​ປະ​ເທດ​ນີ້.

ສະມາຄົມ​ມິດຕະພາບ ​ມາ​ເລ​ເຊຍ - ຫວຽດນາມ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ເດືອນ ມີນາ 2022, ​ແມ່ນ​ອົງການ​ຕາງໜ້າ​ໃຫ້​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ມາ​ເລ​ເຊຍ, ​ເປັນ​ຂົວ​ຕໍ່​ລະຫວ່າງ​ປະຊາ​ຄົມ​ຊາວ ຫວຽດນາມ ທີ່ຢູ່ ມາ​ເລ​ເຊຍ ກັບ​ສະຖານທູດ ຫວຽດນາມ ປະຈຳ ມາ​ເລ​ເຊຍ.

ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ເພື່ອ​ກ້າວໄປເຖິງການ​ຊຸກຍູ້, ເຮັດໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ລະຫວ່າງ​ບັນດາ​ອົງການ, ອົງການ​ຈັດ​ຕັ້ງ​ຫວຽດນາມ ​ແລະ ມາ​ເລ​ເຊຍ ເລິກເຊິ່ງຂຶ້ນຕື່ມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ - ສັງຄົມ; ຊຸກຍູ້​ການ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ແລກປ່ຽນ​ ປະດິດສ້າງ ​ແລະ ປະຕິບັດ​ບັນດາ​ໂຄງການ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ; ໂຄສະນາ ​ແລະ ໜູນ​ຊ່ວຍ​ຊາວ ຫວຽດນາມ ປະຕິບັດ​ກົດໝາຍ​ຂອງ​ປະ​ເທດ​ເຈົ້າພາບ...

Mastex 2024 ຈະໄດ້ຈັດຕັ້ງເເຕ່ວັນທີ 23 - 26 ມັງກອນ 2024 ທີ່ຢູ່ MITEC Kuala Lumpur ເພື່ອຊຸກຍູ້ໂອກາດທາງການຄ້າ ແລະ ການລົງທຶນລະຫວ່າງ ມາເລເຊຍ ແລະ ພາກພື້ນອາຊຽນ.

​ເຫດການ​ດັ່ງກ່າວ​ໄດ້ນຳມາ​ເຊິ່ງໂອກາດເຊື່ອມຕໍ່​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ອາ​ຊຽນ​ໃນ​ຫຼາຍ​ຂົງ​ເຂດ​ຄື: F&B, ການ​ຜະລິດ​ກະສິກຳ, ການ​ຢາ, ການ​ທ່ອງ​ທ່ຽວ, ແບບແຜນດຳລົງຊີວິດ, ການ​ເງິນ. ນອກນັ້ນ, ຍັງມີຫຼາຍຂົງເຂດພິເສດຄື: ເສດຖະກິດສີຂຽວ ແລະ ເສດຖະກິດດີຈີຕອນ, ເຕັກໂນໂລຊີສູງ, ສິ່ງແວດລ້ອມ, ສັງຄົມ ແລະ ການປົກຄອງ (ESG), ລະບົບນິເວດອຸດສາຫະກຳ Halal ແລະ ຜະລິດຕະພັນປະດິດສ້າງ.

ດີງເລື້ອງ

302 Found

Found

The document has moved here.