ທ່ອງທ່ຽວນະຄອນ ໂຮ່ຈີມິນ ບັນລຸລາຍຮັບປະມານ 3.100 ຕື້ດົ່ງໃນໂອກາດບຸນເຕັດ

07:34 | 09/02/2022

ຕາມພະແນກທ່ອງທ່ຽວນະຄອນແລ້ວ, ໃນລະຫວ່າງວັນທີ 01 – 06 ກຸມພາ (ກົງກັບວັນທີ 29 ເດືອນ 12 ຮອດວັນທີ 06 ເດືອນ ຈຽງ ຂອງບຸນເຕັດ), ຂະແໜງທ່ອງທ່ຽວນະຄອນບັນລຸຍອດລາຍຮັບປະມານ 3.100 ຕື້ດົ່ງ.

ນະຄອນ ໂຮ່ຈີມິນ ແລະ ບິ່ງດິງ ໄດ້ຮັບອະນຸຍາດໃຫ້ທົດລອງຮັບນັກທ່ອງທ່ຽວສາກົນ ນະຄອນ ໂຮ່ຈີມິນ ແລະ ບິ່ງດິງ ໄດ້ຮັບອະນຸຍາດໃຫ້ທົດລອງຮັບນັກທ່ອງທ່ຽວສາກົນ
ຟື້ນຟູຂະແໜງທ່ອງທ່ຽວ, ເສດຖະກິດນະຄອນ ໂຮ່ຈີມິນ ຟື້ນຟູຂະແໜງທ່ອງທ່ຽວ, ເສດຖະກິດນະຄອນ ໂຮ່ຈີມິນ
ທ່ອງທ່ຽວນະຄອນ ໂຮ່ຈີມິນ ບັນລຸລາຍຮັບປະມານ 3.100 ຕື້ດົ່ງໃນໂອກາດບຸນເຕັດ
ຈຳນວນນັກທ່ອງທ່ຽວໃນໂອກາດບຸນເຕັດປີຂານນີ້ເພີ່ມຂຶ້ນຢ່າງແຮງກວ່າເມື່ອທຽບໃສ່ 2 ປີກ່ອນນີ້ (ພາບ: VOV5)

ຕະຫຼາດທ່ອງທ່ຽວໃນໂອກາດບຸນເຕັດປີຂານ 2022 ຂອງນະຄອນ ໂຮ່ຈີມິນ ມີສັນຍານໜ້າປະເອີບໃຈຫຼາຍຢ່າງ. ຕາມພະແນກທ່ອງທ່ຽວນະຄອນແລ້ວ, ໃນລະຫວ່າງວັນທີ 01 – 06 ກຸມພາ (ກົງກັບວັນທີ 29 ເດືອນ 12 ຮອດວັນທີ 06 ເດືອນ ຈຽງ ຂອງບຸນເຕັດ), ຂະແໜງທ່ອງທ່ຽວນະຄອນບັນລຸຍອດລາຍຮັບປະມານ 3.100 ຕື້ດົ່ງ. ບັນດາຫົວໜ່ວຍດຳເນີນທຸລະກິດທ່ອງທ່ຽວຢູ່ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ, ຈຳນວນນັກທ່ອງທ່ຽວໃນໂອກາດບຸນເຕັດປີຂານນີ້ເພີ່ມຂຶ້ນຢ່າງແຮງກວ່າເມື່ອທຽບໃສ່ 2 ປີກ່ອນນີ້. ທ່ານນາງ ຮ່ວາງຖຸຍລິງ, ຮອງຫົວໜ້າໂຄສະນາດ້ານສື່ມວນຊົນຂອງບໍລິສັດທ່ອງທ່ຽວ Saigontourist, ໃຫ້ຮູ້ວ່າ:

“ນັກທ່ອງທ່ຽວໄປທ່ຽວຢູ່ບັນດາສະຖານທີ່ຄື: ວູງເຕົ່າ, ດ່າລາດ, ຊາປາ (ລາວກາຍ) ແມ່ນຫຼາຍທີ່ສຸດ. ການເຕີບໂຕຂອງຕະຫຼາດທ່ອງທ່ຽວໃນໂອກາດບຸນເຕັດຜ່ານມາ ໄດ້ສ້າງກຳລັງໜູນ ແລະ ເງື່ອນໄຂທີ່ດີໃຫ້ແກ່ຕະຫຼາດທ່ອງທ່ຽວໃນໂອກາດວັນທີ 30 ເມສາ ແລະ ລະດູແລ້ງຈະມາເຖິງ”.

​vovworld.vn

ເຫດການ
302 Found

Found

The document has moved here.