ຕໍ່ອາຍຸເພີ່ມຕື່ມ 3 ປີ ທຽບກັບອາຍຸທີ່ກຳນົດ ໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດ ກັບຄືນປະເທດເພື່ອສະໝັກເຂົ້າຮຽນ

19:00 | 01/02/2022

ຍສໝ - ນີ້ແມ່ນຂໍ້ກຳນົດໃຫມ່ ໃນຈົດໝາຍລັດຖະການ 50/2021/TT-BGDDT ອອກໂດຍກະຊວງສຶກສາທິການ ແລະ ບຳລຸງສ້າງ, ເຊິ່ງຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 15 ກຸມພາ 2022.

ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ  ຢູ່ ກຳປູເຈຍ ຄວາມອົບອຸ່ນບຸນປີໃໝ່ປະຈໍາຊາດ 2022 ຂອງນັກຮຽນຫວຽດນາມ ຢູ່ ກຳປູເຈຍ
ຫວຽດນາມຍາດໄດ້ 2 ຫຼຽນຄຳໂອລິມປິກສາກົນດ້ານຟິຊິກສາດດາລາສາດ ປີ 2021 ຫວຽດນາມຍາດໄດ້ 2 ຫຼຽນຄຳໂອລິມປິກສາກົນດ້ານຟິຊິກສາດດາລາສາດ ປີ 2021

ລະອຽດ, ເງື່ອນໄຂກ່ຽວກັບເກນອາຍຸ ແລະ ຫຼັກສູດການຮຽນ ຂອງນັກຮຽນ ຫວຽດນາມ ທີ່ກັບຄືນປະເທດແມ່ນ: ນັກຮຽນຫວຽດນາມ ທີ່ກັບມາຈາກຕ່າງປະເທດ ຂໍສະໝັກເຂົ້າຮຽນອາດຈະຕໍ່ອາຍຸໄດ້ 1 ປີ ເມື່ອທຽບໃສ່ອາຍຸທີ່ກຳນົດໄວ້ ຂອງແຕ່ລະຂັ້ນການສຶກສາ. ຕາມນັ້ນແລ້ວ, ຖະແຫຼງການສະບັບໃໝ່ໄດ້ເພີ່ມອາຍຸແຕ່ 1 ປີຂຶ້ນເປັນ 3 ປີ.

ນີ້ແມ່ນຂໍ້ກຳນົດໃໝ່ ທີ່ພົ້ນເດັ່ນໃນຈົດໝາຍລັດຖະການ 50/2021/TT-BGDĐT ທີ່ກະຊວງສຶກສາທິການ ແລະ ບຳລຸງສ້າງປະກາດໃຊ້, ປັບປຸງ ແລະ ເພີ່ມເຕີມບາງມາດຕາຂອງລະບຽບການຍົກຍ້າຍ ແລະ ຮັບເອົານັກຮຽນຢູ່ໂຮງຮຽນມັດທະຍົມຕອນຕົ້ນ ແລະ ໂຮງຮຽນມັດທະຍົມປາຍ, ພ້ອມກັບຂໍ້ຕົກລົງເລກທີ 51/2002/QD-BGDĐT.

ຕໍ່ອາຍຸເພີ່ມຕື່ມ 3 ປີ ທຽບກັບອາຍຸທີ່ກຳນົດ ໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດ ກັບຄືນປະເທດເພື່ອສະໝັກເຂົ້າຮຽນ
ຕໍ່ອາຍຸເພີ່ມຕື່ມ 3 ປີ ທຽບກັບອາຍຸທີ່ກຳນົດ ໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດ ກັບຄືນປະເທດເພື່ອສະໝັກເຂົ້າຮຽນ. (ພາບ: VTV)

ອີງ​ຕາມ​ລະບຽບ​ການ​ປະຈຸ​ບັນ​ໃນ​ມະຕິ 51/2002/QD-BGDĐT, ເງື່ອນໄຂກ່ຽວກັບເກນ​ອາຍຸ ​ແລະ ​ຫຼັກສູດການຮຽນ​ຂອງ​ນັກ​ຮຽນ ຫວຽດນາມ ທີ່​ກັບ​ເມືອປະເທດແມ່ນ: ນັກຮຽນຫວຽດນາມ ທີ່ກັບມາຈາກຕ່າງປະເທດ ຂໍສະໝັກເຂົ້າຮຽນອາດຈະຕໍ່ອາຍຸໄດ້ 1 ປີ ເມື່ອທຽບໃສ່ອາຍຸທີ່ກຳນົດໄວ້ ຂອງແຕ່ລະຂັ້ນການສຶກສາ.

ສໍາລັບເງື່ອນໄຂໃບປະກາດຈົບຊັ້ນ, ຈົດໝາຍລັດຖະການ ສະບັບເລກທີ 50/2021/TT-BGDĐT ປັບປຸງ ແລະ ເພີ່ມເຕີມດັ່ງນີ້: ນັກຮຽນທີ່ເຂົ້າໂຮງຮຽນມັດທະຍົມຕອນຕົ້ນຕ້ອງມີໃບປະກາດສະນີຍະບັດຂອງຊັ້ນຮຽນຜ່ານມາພ້ອມກັບການຢັ້ງຢືນວ່າ ໄດ້ເລື່ອນຊັ້ນຈາກໂຮງຮຽນ.

ຈົດໝາຍລັດຖະການ ​ຍັງ​ໄດ້​ກຳນົດ​ວ່ານັກຮຽນ​ທີ່​ເຂົ້າ​ຮຽນ​ຢູ່​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ການ​ຮຽນ​ທີ່​ຜ່ານ​ມາ​ພ້ອມ​ກັບ​ການ​ຢືນຢັນ​ຂອງ​ໂຮງຮຽນກ່ຽວກັບການ​ເລື່ອນ​ຊັ້ນ​.

ຂໍ້ກຳນົດ​ໃໝ່​ຍັງ​ໄດ້​ກຳນົດແຈ້ງ​ວ່າ​ ນັກ​ຮຽນ​ຕ່າງປະ​ເທດ​ ໃນ​ປີ​ທີ່​ຕົນ​ສະໝັກ​ໄປ​ຮຽນ​ຢູ່​ຫວຽດນາມ​ສາມາດ​ຕໍ່​ອາຍຸ​ໄດ້ຕື່ມ 03 ປີ (​ແທນ​ທີ່​ອາຍຸ 01 ປີ​ປະຈຸ​ບັນ) ​ເມື່ອ​ທຽບ​ໃສ່​ອາຍຸ​ທີ່​ກຳນົດ​ໄວ້​ຂອງ​ແຕ່ລະ​ຂັ້ນ​ການ​ສຶກສາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.