ລະດູບານໃໝ່ວຽນມາສູ່ຮ່ອມພູ “ຕາຟ້າ” ໃນແຂວງດ້ຽນບຽນ

15:12 | 27/01/2022

ກໍ່ເຊັ່ນດຽວກັນກັບເຜົ່າອື່ນໆ, ພໍ່ແມ່ພີ່ນ້ອງເຜົ່າສະຟາງຢູ່ບ້ານ ແທ່ນປ່າຕາແສງຊາລົງເມືອງເມື່ອງຈ່າແຂວງ ດ້ຽນບຽນໃນທຸກວັນນີ້ ໄດ້ຕ້ອນຮັບບຸນເຕັດຂອງຕົນພ້ອມກັບບຸນປີໃໝ່ປະຈຳຊາດຫວຽດນາມ.ເຖິງຢ່າງໃດກໍ່ຕາມພໍ່ແມ່ພີ່ນ້ອງກໍ່ຍັງມີບັນດາປະເພນີຕ້ອນຮັບບຸນເຕັດພິເສດສະເພາະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງເຜົ່າຕົນ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ລະດູບານໃໝ່ວຽນມາສູ່ຮ່ອມພູ “ຕາຟ້າ” ບ້ານ ແທ່ນປ່າ

ຢູ່ບ້ານແທ່ນປ່າທຸກວັນນີ້ ກໍ່ຟົດຟື້ນມ່ວນຊື່ນ ດ້ວຍສຽງເວົ້ານົວຫົວມ່ວນຂະນະທີ່ພໍ່ແມ່ພີ່ນ້ອງພວມຫ້າງຫາກະກຽມຕ້ອນຮັບລະດູບານໃໝ່ວຽນມາ. ຕາມປະເພນີແລ້ວໃນວັນທີ 1 ຂອງບຸນເຕັດຊາວສະຟາງໄດ້ສະຫງວນສະເພາະວັນນີ້ເພື່ອຈັດບັນດາພິທີບູຊາແລະອວຍພອນກັນສຳລັບທຸກໆຄົນໃນຄອບຄົວ.ນັບແຕ່ວັນທີ 2 ບຸນເຕັດຂຶ້ນໄປທຸກໆຄົນຈຶ່ງອອກຈາກເຮືອນໄປອວຍພອນບຸນເຕັດ ອວຍພອນພໍ່ແມ່ພີ່ນ້ອງໝູ່ເພື່ອນຢູ່ບ້ານໃກ້ເຮືອນຄຽງໃນໂອກາດຕົ້ນປີໃໝ່. ຕ້ອນຮັບລະດູບານໃໝ່ປີນີ້, ນາງທ່ານເຈິ່ນຮວ່າຢູ່ບ້ານແທ່ນປ່າໄດ້ກະກຽມໃຫ້ລູກເຕົ້າແລະຜົວຂອງຕົນຊຸດອາພອນທີ່ສວຍງາມທີ່ສຸດ. ນາງ ທານເຈິ່ນຮວ່າ ແບ່ງປັນວ່າ:

“ໃນຊຸມວັນບຸນເຕັດຊາວເຜົ່າສະຟາງເຄີຍນຸ່ງຊຸດອາພອນປະຈຳເຜົ່າ.ສຳລັບເກີບຊຸດເຄື່ອງນຸ່ງນີ້ ຂ້າພະເຈົ້າໄດ້ກະກຽມໃຫ້ ຜົວລູກເຕົ້າ. ຂ້າພະເຈົ້າໄດ້ຕັດຫຍິບຊຸດເຄື່ອງນຸ່ງເຫຼົ່ານີ້ ມາແຕ່ກ່ອນນີ້ສອງສາມເດືອນ. ເມື່ອເຫັນຜົວແລະລູກນຸ່ງຊຸດອາພອນສວຍງາມໃນຊຸມມື້ບຸນເຕັດຂ້າພະເຈົ້າດີໃຈແລະຮູ້ສຶກວ່າເຫື່ອແຮງຂອງຕົນສຸມໃສ່ການຫຍິບປັກທັກແສ່ວໃນຊຸມວັນທີ່ຜ່ານມາກໍ່ສົມກັບຄວາມຫວັງຂອງຕົນ”.

ພ້ອມກັບຊຸດອາພອນປະຈຳເຜົ່າໃນພາເຂົ້າບຸນເຕັດຂອງຊາວເຜົ່າສະຟາງເຍື່ອງອາຫານຊີ້ນໝູຢ້າງໄຟແມ່ນຂາດບໍ່ໄດ້.ເຍື່ອງອາຫານນີ້ໄດ້ກາຍເປັນອາຫານທີ່ລື້ງເຄີຍໃນວັນບຸນເຕັດຂອງາຊາວເຜົ່າສະຟາງແລະໄດ້ຮັບຖືວ່າແມ່ນ: “ຕາຟ້າ” ແທ່ນປ່າ. ຊີ້ນໝູຖືກຊາວເຜົ່າສະຟາງ ກະກຽມແຕ່ເວລາກ່ອນບຸນເຕັດຫຼາຍວັນຊ້ຳບໍ່ໜຳນັບເປັນເດືອນເພື່ອໄຫວ້ບູຊາປູ່ຍ່າຕາຍາຍບັນພະບູລຸດແລະໃຊ້ເປັນຂອງຂວັນບຸນເຕັດໃຫ້ແກ່ຄອບຄົວທາງແກ່ວດອງຫຼືວ່າໃຊ້ເປັນອາຫານເພື່ອປຸງແຕ່ງເຍື່ອງອາຫານອື່ນໆ ເຊື້ອເຊີນອ້າຍນ້ອງໝູ່ເພື່ອນຍາດພີ່ນ້ອງມາຮັບປະທານໃນວັນບຸນເຕັດ. ທ່ານ ເຊິ່ນລາວງາຍ ເຈົ້າເຫຼົ່າບ້ານແທ່ນປ່າ ຕາແສງຊາລົງ ເມືອງເມື່ອງຈ່າໃຫ້ຮູ້ວ່າການຂ້າໝູ ເພື່ອປຸງແຕ່ງອາຫານໃນວັນບຸນເຕັດຫຼັງຈາກນັ້ນເອືອບເກືອ ເພື່ອປຸງແຕ່ງຊີ້ນຢ້າງໄຟໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ສະຟາງ ຢູ່ ແທ່ນປ່າ. ທ່ານເຊິ່ນລາວງາຍ ເຈົ້າເຫຼົ່າບ້ານແທ່ນປ່າ ໃຫ້ຮູ້ວ່າ:

“ປີນີ້ໂລກລະບາດໂຄວິດ - 19 ໄດ້ເກີດຂຶ້ນດັ່ງນັ້ນລູກຫຼານບໍ່ສາມາດໄປທຳມາຫາກິນຢູ່ແດນໄກໄດ້ ດັ່ງນັ້ນກໍ່ປະສົບກັບຄວາມຫຍຸ້ງຍາກ ແຕ່ປະເພນີຂອງເຜົ່າຕົນປີໃດກໍ່ຕ້ອງຂ້າໝູໂຕໜຶ່ງເພື່ອຕ້ອນຮັບບຸນເຕັດ. ຊີ້ນໝູກໍ່ເພື່ອປຸງແຕ່ງຊີ້ນຢ້າງໄຟປຸງແຕ່ງອາຫານຄ່ອຍກິນ.ສະເພາະຫົວໝູຂາໝູຂາໜຶ່ງທາງໜ້າແລະຂາໜຶ່ງທາງຫຼັງກໍ່ໃຊ້ເປັນຂອງບູຊາໃນພິທີໄຫວ້ບູຊາບັນພະບູລຸດໃນວັນທີ 30 ບຸນເຕັດ. ນີ້ກໍ່ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະຂອງຊົນເຜົ່າແລະຖືກຮັກສາໄວ້ຈາກຄົນລຸ້ນນີ້ສູ່ຄົນລຸ້ນອື່ນ”.

ອ້າຍ ເສີ່ນແຊວເງິ່ນ ນາຍບ້ານ ບ້ານແທ່ນປ່າ ໃຫ່ຮູ້ວ່າ: ບຸນເຕັດແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງເຜົ່າສະຟາງໄດ້ນຸ່ງຊຸດອາພອນປະຈຳເຜົ່າທີ່ສວຍງາມທີ່ສຸດເພື່ອໄປຢາມອວຍພອນກັນ. ໃນບັນຍາກາດທີ່ເຕັມໄປດ້ວຍສີສັນຍາມລະດູບານໃໝ່ ເຂົາເຈົ້າໄດ້ອວຍພອນກັນສິ່ງທີ່ດີທີ່ງາມ ແລະພ້ອມກັນມີຄວາມຫວັງປີໜຶ່ງມີຄວາມໂຊກດີຫຼາຍຢ່າງ. ອ້າຍ ເສີ່ນແຊວເງິ່ນເວົ້າວ່າ:

“ຊົນເຜົ່າ ສະຟາງຂອງພວກຂ້າພະເຈົ້າກໍ່ໄດ້ຕ້ອນຮັບບຸນເຕັດສະເພາະຂອງຕົນກົງກັບບຸນປີໃໝ່ປະຈຳຊາດຫວຽດນາມ. ຮອດຍາມບຸນເຕັດພວກຂ້າພະເຈົ້າກໍ່ໄດ້ລະຫຼິ້ນມ່ວນຊື່ນ. ເວລາໃກ້ບຸນເຕັດຊົນເຜົ່າພວກຂ້າພະເຈົ້າກໍ່ໄດ້ຂ້າໝູເພື່ອເຮັດອາຫານແລ້ວກໍ່ກະກຽມເກີບເຄື່ອງນຸ່ງໃຫ້ແກ່ເດັກ”.

ບັນດາຮີດຄອງປະເພນີອັນດີງາມ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະໃນວັນບຸນເຕັດຍັງຄົງໄດ້ຮັບການອະນຸລັກຮັກສາຈາກຊາວເຜົ່າສະຟາງຢູ່ບ້ານແທ່ນປ່າ. ແນ່ນອນວ່າບໍ່ວ່າຜູ້ໃດທີ່ມີໂອກາດມາຢາມຮ່ອມພູ “ຕາຟ້າ” ກໍ່ລ້ວນແຕ່ບໍ່ອາດຫຼົງລືມຄວາມງາມທີ່ເປັນເອກະລັກສະເພາະນີ້ ເປັນຕົ້ນແມ່ນຍາມບຸນເຕັດລະດູບານໃໝ່ວຽນມາ.

vovworld.vn

ເຫດການ
302 Found

Found

The document has moved here.